Home / ທິດສະດີຊີ້ນຳ / ປະກາດການແຕ່ງຕັ້ງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ

ປະກາດການແຕ່ງຕັ້ງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ

ພິທີປະກາດແຕ່ງຕັ້ງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ ແລະ ມອບ-ຮັບ ໜ້າທີ່ລະຫວ່າງຫົວໜ້າການທະຫານ ຜູ້ເກົ່າ ແລະ ຜູ້ໃໝ່. ໄດ້ຈັດຂຶ້ນໃນວັນທີ 14 ມີນາ 2025 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ. ໂດຍການເປັນທານຂອງ ສະຫາຍ ຄໍາຜອຍ ວັນນະສານ ເຈົ້າແຂວງ ແຂວງຜົ້ງສາລີ, ປະທານຄະນະກໍາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ຮອງປະທານຄະນະກໍາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຜູ້ປະຈໍາການ, ມີຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ, ຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະນັກງານຫຼັກແຫຼ່ງອົງການ 5 ຫ້ອງ, ບັນດາກົມກອງໃນທົ່ວທະຫານແຂວງເຂົ້າຮ່ວມ.
ສະຫາຍ ໂນ ດວງສີປະເສີດ ຫົວໜ້າຂະແໜງພະນັກງານ, ຄະນະຈັດຕັ້ງແຂວງຜົ້ງສາລີ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການແຕ່ງຕັ້ງຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ, ນາຍົກລັດຖະມົນຕີອອກດໍາລັດ: ແຕ່ງຕັ້ງ ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ເປັນຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ. ຈາກນັ້ນ, ສະຫາຍ ພັນເອກ ຄໍາພອນ ແສນສີວົງສາ ຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ (ຜູ້ເກົ່າ) ໄດ້ຜ່ານບົດບັນທຶກມອບ-ຮັບໜ້າວຽກ ແລະ ເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງເປັນສັກຂີພິຍານ.
ສະຫາຍ ຄໍາຜອຍ ວັນນະສານ ໄດ້ຍ້ອງຍໍຊົມເຊີຍຕໍ່ໝາກຜົນທີ່ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຕ້ອງເຊື່ອມຊຶມກໍາແໜ້ນຢ່າງເລິກເຊິ່ງ ຕໍ່ແນວທາງ ກໍຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃຕ້ການນໍາພາ-ຊີ້ນໍາເດັດຂາດໂດຍກົງຮອບດ້ານຂອງພັກ, ຄະນະບັນຊາແຕ່ລະຂັ້ນ ຕ້ອງຮູ້ນໍາພາ-ຊີ້ນໍາ ເຮັດໃຫ້ວຽກງານ ປກຊ-ປກສ ກາຍເປັນໜ້າທີ່ຂອງທົ່ວປວງຊົນ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າເຂັ້ມງວດ. ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ ພາຍໃນຄະນະພັກ, ຄະນະບັນຊາແຕ່ລະຂັ້ນໃຫ້ໜັກແໜ້ນ, ຍົກສູງຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່, ເຊີດຊູຈິດໃຈຮັບໃຊ້ຊາດ, ຮັບໃຫ້ປະຊາຊົນ, ເຮັດແທ້ທຳຈິງ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າ, ປັບປຸງແບບແຜນນໍາພາ, ແບບແຜນເຮັດວຽກ ໃຫ້ສອດຄ່ອງແທດຕົວຈິງ, ມີລັກສະນະວິທະຍາສາດ; ກຳແໜ້ນທີ່ຕັ້ງພາລະບົດບາດ, ສິດໜ້າທີ່ຂອງຕົນ ເປັນຕົ້ນແມ່ນປະຕິບັດ 7 ລະບອບ 18 ວຽກ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາສະເພາະ, ເອົາໃຈໃສ່ສ້າງຄວາມເຂັ້ມແຂງດ້ານພາລາທິການກັບທີ່ ຕິດພັນກັບການສ້າງວຽກດີຄົນເດັ່ນເພື່ອລາຍງານ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps