ພິທີ ເປີດຊຸດອົບຮົມທິດສະດີການເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ຄະນະຊີ້ນໍາລວມ, ຄະນະຮັບຜິດຊອບເຝິກອົບຮົມ, ຄູ-ອາຈານ ພ້ອມດ້ວຍນັກເຝິກອົບຮົມ ຈາກ 8 ກົມກອງສື່ມວນຊົນກອງທັບ ເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ທິມສາວ ດວງຈໍາປາ ຮອງຫົວໜ້າກົມໂຄສະນາອົບຮົມ ໄດ້ຜ່ານບົດລາຍງານ ແຜນການກະກຽມຄວາມພ້ອມ ໃນການຈັດຕັ້ງເປີດຊຸດເຝິກອົບຮົມ. ຈຸດປະສົງ ເພື່ອອົບຮົມຍົກລະດັບທິດສະດີການເມືອງ, ຫຼັກການແບບແຜນວິທີເຮັດວຽກໃຫ້ພະນັກງານ-ນັກຮົບ, ນັກຂ່າວ ຢູ່ບັນດາກົມກອງສື່ມວນຊົນ ໃຫ້ມີປະສິດທິພາບສູງຂຶ້ນ, ສືບຕໍ່ນໍາເອົາບັນດາແນວທາງແຜນນະໂຍບາຍຂອງພັກ-ລັດ ສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ຢູ່ກົມກອງສື່ມວນຊົນກອງທັບ ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຕໍ່ການປະຕິວັດ ແລະ ປະເທດຊາດ ເຊິ່ງການເຝິກອົບຮົມໃນຄັ້ງນີ້ ມີນັກເຝິກອົບຮົມທັງໝົດ 70 ສະຫາຍ, ຍິງ 32 ສະຫາຍ, ຈັດຕັ້ງເປັນ 2 ຊຸດ, ມາຈາກ 8 ກອງສື່ມວນຊົນກອງທັບ. ສຳລັບເນື້ອໃນເຝິກອົບຮົມໃນຄັ້ງນີ້ ມີ 3 ບົດ, ໃຊ້ເວລາຂຶ້ນຫ້ອງຕົວຈິງ 42 ຊົ່ວໂມງ, ການສົນທະນາ ແລະ ຂຽນບົດເກັບກ່ຽວຕົວຈິງ 42 ຊົ່ວໂມງ, ລວມທັງໝົດມີ 84 ຊົ່ວໂມງ, ການເຝິກອົບຮົມ ຈະດໍາເນີນເປັນເວລາ 14 ວັນ ນັບທັງວັນພັກຜ່ອນທາງລັດຖະການ ເຊິ່ງໄດ້ເລີ່ມຕົ້ນຮໍ່າຮຽນແຕ່ມື້ນີ້ເປັນຕົ້ນໄປ ຈົນຮອດວັນທີ 20 ພຶດສະພາ 2025 ຈຶ່ງຈະສໍາເລັດ.
ໂອກາດນີ້, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ນັກເຝິກອົບຮົມບັນດາກົມກອງສື່ມວນຊົນກອງທັບ ພ້ອມກັນເອົາໃຈໃສ່ຍົກສູງໜ້າທີ່ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໂດຍສະເພາະແມ່ນປະຕິບັດໂມງເວລາໃນການຂຶ້ນຫ້ອງຮຽນ ,ທັງສຸມຈິດໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນໃຫ້ເລິກເຊິ່ງ ເພື່ອໃຫ້ກໍາໄດ້ເນື້ອໃນ ຂອງການເຝິກອົບຮົມຄັ້ງນີ້ ມີປະສິດທິພາບ ແລະ ໄດ້ຮັບໝາກຜົນສໍາເລັດຢ່າງຈົບງາມ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ເປີດຊຸດອົບຮົມທິດສະດີການເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ