ໃນວັນທີ 22 ເມສາ 2025 ນີ້, ຄະນະນຳກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມງານວາງສະແດງຮູບພາບສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025) ຢູ່ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ນຳໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໂດຍໃຫ້ການຕ້ອນຮັບ ຂອງສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ສະຫາຍ ຫງວຽນ ມິງ ເຕີມ ໄດ້ກ່າວເປີດງານວ່າ: ງານວາງສະແດງຮູບພາບ ແລະ …
ອ່ານເພີ່ມ >>ຄະນະຊາວໜຸ່ມ ກະຊວງປ້ອງກັນປະເທດ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ຂອງປະທານ ໄກສອນ ພົມວິຫານ
ໃນວັນທີ 22 ເມສາ 2025 ນີ້, ຄະນະຊາວໜຸ່ມ ກະຊວງປ້ອງກັນປະເທດ ນຳພາໂດຍ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ຂອງປະທານ ໄກສອນ ພົມວິຫານ ຢູ່ທີ່ ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025). ການເຂົ້າວາງກະຕ່າດອກໄມ້ໃນຄັ້ງນີ້, ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນ ຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ຜູ້ນໍາພາທະນຸບຳລຸງ, ເຝິກຝົນຫຼໍ່ຫຼອມ, ນໍາພາ-ຊີ້ນໍາຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມ ຂອງປະທານ …
ອ່ານເພີ່ມ >>ປະທານປະເທດ ແຫ່ງ ສປປ ລາວ ກ່າວສານອວຍພອນປີໃໝ່ລາວ
ໃນວັນທີ 10 ເມສາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສານອວຍພອນປີໃໝ່ລາວ ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ພສ 2567 ຕ້ອນຮັບປີໃໝ່ລາວ ພສ 2568. ເຊີ່ງເນື້ອໃນສານລະບຸໄວ້ວ່າ: ພີ່ນ້ອງຮ່ວມຊາດ, ເພື່ອນມິດ ສະຫາຍ ທີ່ ຮັກແພງທັງຫຼາຍ ໃນໂອກາດສົ່ງທ້າຍປີເກົ່າ, ປີມະໂລງ ພສ 2567 ແລະ ຕ້ອນຮັບປີໃໝ່, ປີມະເສັງ ພສ 2568 ທີ່ກຳລັງໝູນວຽນມາເຖິງນີ້, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຕາງໜ້າໃຫ້ການນໍາ ພັກ-ລັດ ແລະ ໃນນາມສ່ວນຕົວ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດມາຍັງ ພໍ່ແມ່ພີ່ນ້ອງຊາວລາວ ທີ່ເຄົາລົບຮັກທຸກທົ່ວໜ້າໃນທົ່ວປະເທດ, ລວມທັງຊາວລາວ ທີ່ກໍາລັງດໍາລົງຊີວິດ ຢູ່ຕ່າງປະເທດ …
ອ່ານເພີ່ມ >>ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ສໍາເລັດການປະຕິບັດໜ້າທີ່ ຢູ່ ສສ ມຽນມາ
ວັນທີ 8 ເມສາ 2025 ນີ້, ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ ໄດ້ສໍາເລັດການປະຕິບັດໜ້າທີ່ ຢູ່ເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ແລະ ເດີນທາງກັບຄືນນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພ, ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍ ຄະນະນຳບັນດາກະຊວງ, ອົງການ, ກົມ, ກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງອົບອຸ່ນ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ກ່ອນເດີນທາງກັບຄືນນະຄອນຫຼວງວຽງຈັນ, ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ຍັງໄດ້ມອບໂຕະ, ຕັ່ງ, ເຕັ້ນ, ອຸປະກອນຮັບໃຊ້ພາກສະໜາມ ແລະ …
ອ່ານເພີ່ມ >>ປະດັບຫຼຽນໄຊພິລະອາດຫານ ໃຫ້ແກ່ການນຳ ແລະ ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນສູງສຸດ
ໃນວັນທີ 9 ເມສາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ປະດັບຫຼຽນໄຊພິລະອາດຫານ ໃຫ້ແກ່ການນຳ ແລະ ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນສູງສຸດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານໄອຍະການທະຫານ ຕະຫຼອດໄລຍະ 31 ປີ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ອຳເພັດ ພົມມະກອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ໄດ້ຜ່ານບົດສະຫຼຸບຜົນງານການເຄື່ອນໄຫວໃນໄລຍະຊຸມປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນວ່າ: ອົງການໄອຍະການທະຫານໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ, ສາມາດເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ …
ອ່ານເພີ່ມ >>ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວວຽກງານ ຢູ່ກອງພັນໃຫຍ່ 279
ໃນວັນທີ 4 ເມສາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານ ຢູ່ກອງພັນໃຫຍ່ 279, ໃຫ້ການຕ້ອນຮັບ ຂອງ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫ່ຍ 279 ພ້ອມດ້ວຍຄະນະ. ການເຄື່ອນໄຫວວຽກງານ ຂອງລັດຖະມົນຕີໃນຄັ້ງນີ້ ໄດ້ຕິດຕາມຫັດແອບສວນສະໜາມ ເພື່ອເຂົ້າຮ່ວມປະກອບສ່ວນໃນພີທີສວນສະໜາມ ເນື່ອງໃນໂອກາດວັນໄຊຊະນະສົງຄາມປ້ອງກັນປິຕຸພູມ (ສົງຄາມໂລກ ຄັ້ງທີ II) ຄົບຮອບ 80 ປີ ທີ່ຈະຈັດຂຶ້ນຢູ່ທີ່ສະໜາມແດງ ຂອງນະຄອນຫຼວງມົດສະກູ ສ ຣັດເຊຍ ໃນເດືອນເມສາ 2025 ໃນນັ້ນ, ມີພະນັກງານ-ນັກຮົບເຂົ້າຮ່ວມ 75 ສະຫາຍ. ສະຫາຍ ພົນໂທ ຄໍາລຽງ …
ອ່ານເພີ່ມ >>ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 64 ປີ
ພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ໄດ້ຈັດຂຶ້ນໃນວັນທີ 8 ເມສາ 2025 ນີ້, ຢູ່ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ໂດຍການເປັນປະທານຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາພັກ-ລັດ, ການນໍາກະຊວງປ້ອງກັນຄວາມສະຫງົບ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫຼັກແຫຼງ ເຂົ້າຮ່ວມ. ໃນພິທີ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ຄັ້ງນີ້ ແມ່ນດໍາເນີນໃນບັນຍາກາດທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມຂຸ້ນຂຽວໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະທ້າຍສະໄໝ, ແຜນພັດທະນາເສດຖະກິດ 5 ປີ ຄັ້ງທີ IX, ສອງວາລະແຫ່ງຊາດ …
ອ່ານເພີ່ມ >>ພິທີ ຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ
ພິທີ ຊາປະນະກິດສົບລະດັບຊາດສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍ ຂອງວັນທີ 7 ເມສາ 2025 ນີ້, ຢູ່ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ, ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາການນຳຂັ້ນສູງພັກ-ລັດ, ອະດີດການນຳຂັ້ນສູງ, ບັນດາທ່ານລັດຖະມົນຕີ, ເຈົ້າແຂວງ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ …
ອ່ານເພີ່ມ >>ປະທານປະເທດ ກ່າວສະດຸດີເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ກ່າວສະດຸດີໃນພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ທີ່ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍຂອງວັນທີ 7 ເມສາ ອະດີດກຳມະການກົມການເມືອງສູນກາງພັກ ແລະ ເລຂາທິການສູນກາງພັກ, ອະດີດຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ອະດີດນາຍົກລັດຖະມົນຕີ, ອະດີດປະທານຄະນະບໍລິຫານງານສູນກາງພັກ ແລະ ອະດີດປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ. ໃນເວລານາທີນີ້ ແລະ ໃນ ສະຖານທີ່ແຫ່ງນີ້, ພວກເຮົາໄດ້ ມາເຕົ້າໂຮມກັນ ເພື່ອອຳລາສະຫາຍ ປະທານ ຄຳໄຕ ສີພັນດອນ ເປັນຄັ້ງສຸດທ້າຍ. ສະຫາຍ ພົນເອກ ຄຳໄຕ …
ອ່ານເພີ່ມ >>ມອບເຄື່ອງຊ່ວຍເຫຼືອ ໃຫ້ອົງການເມືອງ ເຈົາແຊ ແຂວງມອນດາເລ ສສ ມຽນມາ
ໃນວັນທີ 6 ເມສາ 2025 ນີ້, ຄະນະປະຕິບັດງານດ້ານມະນຸດສະທຳ ແລະ ບັນເທົາໄພພິບັດ ຂອງກອງທັບປະຊາຊົນລາວ ໄດ້ຕາງໜ້າໃຫ້ກອງທັບປະຊາຊົນລາວ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປິ່ນປົວພະຍາດ ໃຫ້ອົງການປົກຄອງເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ເພື່ອນຳໃຊ້ເຂົ້າໃນການປິ່ນປົວ ແລະ ຊ່ວຍເຫຼືອປະຊາຊົນ ຜູ້ປະສົບໄພຈາກເຫດການແຜ່ນດິນໄຫວ, ຕາງໜ້າກ່າວມອບໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ກ່າວຮັບໂດຍ ທ່ານ ກອງມ່ຽນນາຍ ເຈົ້າເມືອງ ເມືອງເຈົາແຊ, ມີຄະນະຮັບຜິດຊອບການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາໄພພິບັດ ທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ເຄື່ອງທີ່ນຳມາມອບ ປະກອບມີ: ອຸປະກອນການແພດ ແລະ ຢາປິ່ນປົວພະຍາດ 30 ລາຍການ ລວມມູນຄ່າ …
ອ່ານເພີ່ມ >>