ກອງປະຊຸມສະຫຼຸບ ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈຳປີ 2024 ແລະ ວຽກງານປ້ອງກັນກອງປະຊຸມອາຊຽນ ຄັ້ງທີ 44-45 ໄດ້ຈັດຂຶ້ນໃນວັນທີ 28 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ກົມ 213, ກອງພົນ, ກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບວຽກງານການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ ແລະ ວຽກງານປ້ອງກັນກອງປະຊຸມອາຊຽນ ຄັ້ງທີ 44-45 ເຊິ່ງກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດໃນຫຼາຍດ້ານ ເວົ້າລວມ, ເວົ້າສະເພາະແມ່ນການປ້ອງກັນກອງປະຊຸມອາຊຽນ ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມຮັບປະກັນມີຄວາມປອດໄພ 100%, ບັນດາກົມກອງກຳລັງຫຼວງ-ກໍາລັງທ້ອງຖິ່ນ ທີ່ເຂົ້າຮ່ວມເຮັດໜ້າທີ່ປ້ອງກັນ ໄດ້ເປັນເຈົ້າການແຕ່ຫົວທີ, ມີລະບຽບແບບແຜນ, ມີສະຕິກຽມພ້ອມສູ້ຮົບເຂັ້ມງວດ, ມີຄວາມຫ້າວຫັນ, ມີນໍ້າໃຈອົດທົນຜ່ານຜ່າຕໍ່ຄວາມຫຍຸ້ງຍາກ, ມີການປະສານແໜ້ນ ຂອງສອງພາກສ່ວນກໍາລັງ ປກຊ-ປກສ ແລະ ແບ່ງຄວາມຮັບຜິດຊອບລະອຽດຊັດເຈນ, ໃນການເຄື່ອນໄຫວສະກັດກັ້ນ ແລະ ປ້ອງກັນກອງປະຊຸມ, ມີຄວາມສາມັກຄີໜັກແໜ້ນ, ປະສານສົມທົບກັບບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນເຂດໃຈກາງ ເປັນເຈົ້າການຈັດຕັ້ງກຳລັງເຄື່ອນໄຫວຊອກຄົ້ນ, ໜີບຮັດ, ອັດປ່ອງຂ້າມລອຍ ຂອງຄົນບໍ່ດີຕາມຂອບເຂດຮັບຜິດຊອບຂອງກົມກອງຢ່າງຕໍ່ເນື່ອງ, ຊີ້ນຳ ກຳລັງຫຼວງ-ກຳລັງທ້ອງຖິ່ນ ເຮັດໜ້າທີ່ປ້ອງກັນກອງປະຊຸມອາຊຽນ ຄັ້ງທີ 44-45, ກອງປະຊຸມປິ່ນອ້ອມ ແລະ ປ້ອງກັນເວນຍາມປົດຄ້າຍ, ສາງຄັງ ແລະ ຂົວທາງຕ່າງໆ ເຮັດໃຫ້ຂອບເຂດຮັບຜິດຊອບຂອງກົມກອງມີຄວາມສະຫງົບປອດໄພ 100%. ເຖິງວ່າວຽກງານຮັບປະກັນ ບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ແຕ່ພະນັກງານ-ນັກຮົບ ກໍສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ. ໂດຍພື້ນຖານຍັງມີຄວາມສະຫງົບ ແຕ່ບັນຫາປະກົດການຫຍໍ້ທໍ້ຍັງເກີດມີຢ່າງຕໍ່ເນື່ອງເຊັ່ນ: ການຄ້າ-ຂາຍ ເຖື່ອນ, ຢາເສບຕິດ, ລັກລອບຂຸດຄົ້ນແຮ່ທາດ, ລັກລອບນຳເອົາພາຫະນະຂ້າມຊາຍແດນ, ລັກລອບເຂົ້າ-ອອກ ເມືອງແບບຜິດກົດໝາຍ, ຂຸດຄົ້ນໄມ້ຫວງຫ້າມ ແລະ ຊັບພະຍາກອນທຳມະຊາດ, ການຍົກຍ້າຍຕັ້ງຖິ່ນຖານພູມລຳເນົາແບບຊະຊາຍ, ການແຕ່ງດອງຜິດ ຕໍ່ລະບຽບການ, ກຸ່ມຄົນບໍ່ດີໄດ້ເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີ, ບິດເບືອນແນວທາງແຜນນໂຍບາຍຂອງພັກ, ກົດໝາຍຂອງລັດ, ນໍາໃຊ້ສື່ສັງຄົມອອນລາຍເປັນກະບອກສຽງໂຄສະນາບິດເບືອນຄວາມເປັນຈິງ ແລະ ບັນຫາອື່ນໆ.
ໃນກອງປະຊຸມ ຄະນະຜູ້ແທນ ໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ