Home / ພາລະກິດປົກປັກຮັກສາ - ສ້າງສາ / ວຽກງານຮັບປະກັນພາລາທິການ – ເຕັກນິກ

ວຽກງານຮັບປະກັນພາລາທິການ – ເຕັກນິກ

ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວຊຸກຍູ້ວຽກງານເສນາເຕັກນິກ

ວັນທີ 21 ພະຈິກ 2025 ນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ເຄື່ອນໄຫວຊຸກຍູ້ວຽກງານເສນາເຕັກນິກ, ມີສະຫາຍ ພົນຈັດຕະວາ ຈັນສະໝອນ ລັດສະໄໝ ຫົວໜ້າກົມເສນາເຕັກນິກ, ມີບັນດາພະແນກການຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຈັນສະໝອນ ລັດສະໄໝ ໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງເຄື່ອນໄຫວວຽກງານເສນາເຕັກນິກໃນໄລຍະຜ່ານມາ, ໂດຍໃຫ້ຮູ້ວ່າ: ຜ່ານມາພະນັກງານຢູ່ໃນກົມເສນາເຕັກນິກໄດ້ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ມອບໝາຍ, ຫ້າວຫັນເປັນເຈົ້າການປະຕິບັດວຽກງານ ແລະ ລະບຽບວິໄນ, ມີແບບແຜນ, ມີຄວາມເປັນເອກະພາບຕໍ່ແນວທາງຂອງພັກ-ລັດວາງອອກ, ມີຄວາມສາມັກຄີພາຍໃນ ແລະ ຕໍ່ກັບບັນດາກົມກອງອ້ອມຂ້າງໄດ້ດີ, ເປັນເຈົ້າການຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນບັນດາມະຕິ-ຄໍາສັ່ງແນະນໍາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂົ້າໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບ, ຈັດຕັ້ງຜັນຂະຫຍາຍມະຕິ-ຄໍາສັ່ງຢ່າງເຂັ້ມງວດ, ເປັນເຈົ້າການສ້າງ, ກໍານົດສິດປະຈໍາການແຕ່ລະວັນ, ແຕ່ລະເດືອນ ເປັນປົກກະຕິເຮັດໃຫ້ສະພາບຂອງກົມກອງມີຄວາມສະຫງົບປອດໄພດີ, ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານສາມະຊິກພັກເປັນຕົ້ນແມ່ນ ຍົກສູງສະຕິເປັນເຈົ້າການປົກປັກຮັກສາຄວາມສະຫງົບ ໃນຂົງເຂດຄວາມຮັບຜິດຊອບ, ຈໍາແນກໄດ້ມິດ ແລະ ສັດຕູ, ຕິດຕາມກວດກາການປະຕິບັດລະບຽບວິໄນ, ກວດກາການປະຈໍາການສາມຂັ້ນ …

ອ່ານເພີ່ມ >>

ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ໃນວັນທີ 15 ກັນຍາ 2025 ນີ້, ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີພິທີ ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຂຶ້ນຢ່າງເປັນທາງການ, ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ-2025”, ມີຄະນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນເອກ …

ອ່ານເພີ່ມ >>

ຮອງຫົວໜ້າກອງວາລະສານ ປ້ອງກັນຊາດ ເຄື່ອນໄຫວວງກງານ ຢູ່ກອງພັນໃຫຍ່ 11

ວັນທີ 14 ສິງຫາ 2025 ນີ້, ສະຫາຍ ພັນໂທ ພູທອນ ພົງວິໄລ ຮອງຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານໂຄສະນາ ຂ່າວສານ, ການຂຽນບົດລົງວາລະສານປ້ອງກັນຊາດ ຢູ່ກອງພັນໃຫຍ່ທີ 11, ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ເມກດາລາ ໄຊຍະພູມ ຫົວໜ້າຂະແໜງໂຄສະນາອົບຮົມ ພະແນກການເມືອງ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະ. ຈຸດປະສົງ ໃນການເຄື່ອນໄຫວຄັ້ງນີ້, ເພື່ອຊຸກຍູ້ຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດຂອງພັກ, ຂອງຊາດ ເວົ້າສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອນໍາເອົາຜົນງານ, ຂະບວນການອັນພົ້ນເດັ່ນດ້ານຕ່າງໆ ຂອງກອງພັນໃຫຍ່ທີ 11 …

ອ່ານເພີ່ມ >>