Home / ທິດສະດີຊີ້ນຳ

ທິດສະດີຊີ້ນຳ

ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 4 ແຂວງພາກເໜືອ ແລະ 1 ກອງພົນ

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) 4 ແຂວງພາກເໜືອ (ບໍ່ແກ້ວ, ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ) ແລະ ກອງພົນທີ 3 ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2026 ນີ້, ທີ່ແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍ ເລຂາຄະນະບໍລິຫານງານພັກແຂວງ-ປະທານຄະນະກໍາມະການ ປກຊ-ປກສ ແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ສອງກໍາລັງປະກອບອາວຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ຮອງປະທານຄະນະກໍາມະການ ປກຊ-ປກສ …

ອ່ານເພີ່ມ >>

ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະຫຼຸບວຽກງານການນໍາພາຮອບດ້ານ ປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານການນໍາພາຮອບດ້ານ ປະຈໍາປີ 2025 ແລະ ວາງທິດທາງແຜນການນໍາພາຮອບດ້ານ ປະຈໍາປີ 2026 ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ, ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2026, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ກຳມະການຄະນະປະຈຳພັກກະຊວງ ແລະ ກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນຊີ້ນໍາ ແລະ ກ່າວເປີດກອງປະຊຸມວ່າ: ປີ 2025 ຜ່ານມາການປັບປຸງກໍ່ສ້າງພັກ, ກໍ່ສ້າງກອງທັບເຮົາ ກໍມີຫຼາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະ ທັນສະໄໝ, ແຕ່ເຫັນວ່າຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂ ເປັນຕົ້ນແມ່ນປະກົດການ ຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນພັກ, ພາຍໃນກອງທັບ ແລະ ອື່ນໆ. ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການໍາພາຂອງຄະນະພັກເຮົາ …

ອ່ານເພີ່ມ >>

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ເປັນປະທານພິທີຕ້ອນຮັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ

ຕອນເຊົ້າວັນທີ 26 ມັງກອນ 2026 ທີ່ທຳນຽບປະທານປະເທດ ນະຄອນຫລວງຮ່າໂນ້ຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ນາງ ນາລີ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ນາງ ໂງ ເຟືອງ ລີ ພ້ອມຄະນະ. ການຢ້ຽມຢາມໃນຄັ້ງນີ້, ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ …

ອ່ານເພີ່ມ >>

ເລຂາທິການໃຫຍ່, ປະທານປະເທດ ລາວ ພົບປະກັບ ນາຍົກລັດຖະມົນຕີ ຫວຽດນາມ

ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ. ຫວຽດນາມ ໃນວັນທີ 26-27 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 26 ມັງກອນ 2026 ທີ່ ຫ້ອງວ່າການລັດຖະບານ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຕີລາຄາໝາກຜົນຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ອັນພົ້ນເດັ່ນແມ່ນການພົວພັນຮ່ວມມືທາງດ້ານການເມືອງ ທີ່ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງສຸດ; ວຽກງານການຕ່າງປະເທດ, ປ້ອງກັນຊາດ …

ອ່ານເພີ່ມ >>

ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025 ແລະ ວາງທິດທາງແຜນວຽກຈຸດສຸມ ປີ 2026, ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2026, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານ, ກອງພົນ, ໂຮງຮຽນ, ໂຮງໝໍ ແລະ ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ເຂົ້າຮ່ວມ. ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ວ່າ: ກອງປະຊຸມຄັ້ງນີ້ ແມ່ນດໍາເນີນຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດພວມສະເຫຼີມສະຫຼອງຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ວັນສ້າງຕັ້ງທັບປະຊາຊົນລາວ ຄົບຮອບ 77 ປີ, ເຊິ່ງກອງປະຊຸມຄັ້ງນີ້ …

ອ່ານເພີ່ມ >>

ຄະນະນໍາກະຊວງປ້ອງກັນປະເທດ ຢ້ຽມຢາມ ບ້ານຈັດສັນ ພະນັກງານບໍານານ 194

ໃນວັນທີ 21 ມັງກອນ 2026 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ນໍາພາໂດຍ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະ ພະນັກງານປະຕິວັດອາວຸໂສບຳນານ ທີ່ບ້ານຈັດສັນ ພະນັກງານບໍານານ 194 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍມີພະນັກງານອາວຸໂສບຳນານ ອະດີດນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ. ສະຫາຍ ພັນເອກ ສິງຄໍາ ພິມມະວົງສ໌ ປະທານສະຫະພັນນັກຮົບເກົ່າ ໜ່ວຍທີ 2 ໄດ້ລາຍງານໂດຍຫຍໍ້ ກ່ຽວກັບປະຫວັດຄວາມເປັນມາ, ທີ່ຕັ້ງ, ພາລະບົດບາດຂອງບ້ານຈັດສັນ ພະນັກງານບໍານານ 194 ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ …

ອ່ານເພີ່ມ >>

ກະຊວງປ້ອງກັນປະເທດ ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນວັນທີ 21 ມັງກອນ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີປາຖະກະຖາ ມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍ: ການໃກ້ກຽດເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ອາດີດກົມການເມືອງສູນກາງພັກ, ຮອງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ອາດີດລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍບັນດາທ່ານ ການນໍາກະຊວງປ້ອງກັນປະເທດ, ການນໍາບັນດາອົງການກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະນໍາ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ຈາກບັນດາ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພົນເອກ ຈັນສະໝອນ …

ອ່ານເພີ່ມ >>

ກະຊວງປ້ອງກັນປະເທດ ສະຫຼຸບຜົນສຳເລັດໃນການເຂົ້າແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII.

ວັນທີ 26 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ສະຫຼຸບຍ້ອງຍໍຜົນສຳເລັດ ແລະ ມອບເງິນອັດສີດໃຫ້ທັບນັກກິລາກະຊວງປ້ອງກັນປະເທດ ໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະຮັບຜິດຊອບຊີ້ນຳກິລາ, ຄະນະພັກ-ຄະນະບັນຊາອົງການ, ກົມກອງ, ນັກກິລາ ແລະ ແຂກຖືກເຊີນເຂົ້າຮວ່ມ. ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຜົນສຳເລັດໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ວ່າ: ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຄັ້ງນີ້ໄດ້ກຳນົດ ເອົາ 33 ປະເພດກິລາ ເຂົ້າຮ່ວມການແຂ່ງຂັນ. ສໍາລັບກະຊວງປ້ອງກັນປະເທດ ໄດ້ສົ່ງຄະນະຊີ້ນຳ, ຜູ້ຈັດການທີມ, …

ອ່ານເພີ່ມ >>

ການນຳກະຊວງປ້ອງກັນປະເທດ ອວຍພອນ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ

ວັນທີ 22 ທັນວາ 2025 ນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນ ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ພັນເອກ ຟານ ຫຶວ ທັ່ງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ (22 ທັນວາ 1944-22 ທັນວາ 2025) ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ ຄສ 2026. ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ຕາງໜ້າໃຫ້ການນໍາກະຊວງປ້ອງກັນປະເທດ ກໍຄືນາຍ ແລະ …

ອ່ານເພີ່ມ >>

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນວັນທີ 16 ທັນວາ 2025 ນີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ຄະນະບໍລິຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ. ສະຫາຍ ບົວຄົງ ນາມມະວົງ ຕາງໜ້າໃຫ້ແກ່ຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໄດ້ລາຍງານຕໍ່ທ່ານ ນາຍົກລັດຖະມົນຕີ ໂດຍຫຍໍ້ ກ່ຽວກັບສະພາບລວມ ແລະ ຜົນການເຄື່ອນໄຫວວຽກງານ ຂອງ ຫສນຍ ເປັນຕົ້ນ ວຽກງານການເມືອງ-ແນວຄິດ, ຜົນການດຳ …

ອ່ານເພີ່ມ >>