Home / ທິດສະດີຊີ້ນຳ / ກະຊວງປ້ອງກັນປະເທດ ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ກະຊວງປ້ອງກັນປະເທດ ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ


ໃນວັນທີ 21 ມັງກອນ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີປາຖະກະຖາ ມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍ: ການໃກ້ກຽດເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ອາດີດກົມການເມືອງສູນກາງພັກ, ຮອງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ອາດີດລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍບັນດາທ່ານ ການນໍາກະຊວງປ້ອງກັນປະເທດ, ການນໍາບັນດາອົງການກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະນໍາ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ຈາກບັນດາ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາ, ຄວາມໝາຍ ແລະ ຄວາມສຳຄັນໃນ ຂອງການສ້າງຕັ້ງກອງທັບປະຊາຊົນລາວ ເຊິ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນ, ເປັນບາດກ້າວແຫ່ງການເຕີບໃຫຍ່ ຂະຫຍາຍຕົວຂອງການປະຕິວັດ ແລະ ເປັນບາດກ້າວແຫ່ງການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ.
ໃນຕະຫຼອດໄລຍະເວລາທີ່ຈັກກະພັດທັງແບບເກົ່າ ແລະ ແບບໃໝ່ປົກຄອງລາວເຮົານັ້ນ, ປະຊາຊົນລາວບັນດາເຜົ່າ ສຸດທີ່ທຸກຍາກລໍາບາກ, ບໍ່ມີສິດເສລີພາບ ຍິ່ງໄປກວ່ານັ້ນ ປະຊາຊົນຍັງປະເຊີນກັບໄພອຶດຫິວ, ກືກໜັງສື, ພະຍາດລະບາດ ແລະ ໄພສັງຄົມເກີດຂຶ້ນຢ່າງໜັກໜ່ວງ, ຍ້ອນທົນຕໍ່ການກົດຂີ່ຂູດຮີດ ຂອງພວກຈັກກະພັດບໍ່ໄດ້ ປະຊາຊົນລາວບັນດາເຜົ່າຈຶ່ງໄດ້ລຸກຮື້ຂຶ້ນຕໍ່ສູ້ ໃນນັ້ນ, ເດັ່ນກວ່າໝູ່ແມ່ນ ຂະບວນການຕໍ່ສູ້ຂອງພໍ່ກະດວດ, ອົງແກ້ວ-ອົງກົມມະດໍາ, ເຈົ້າຟ້າເມືອງສິງ, ເຈົ້າຟ້າປັດໃຈ ແລະ ຂະບວນອື່ນໆ, ແຕ່ວ່າຂະບວນການຕໍ່ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະ ຍ້ອນປັດໃຈຕົ້ນຕໍແມ່ນບໍ່ມີພັກນໍາພາ, ຈາກສະພາບການດັ່ງກ່າວ ໂດຍການປະປະຕິບັດຕາມຄໍາສັ່ງ ຂອງສູນກາງພັກກອມມູນິດອີນດູຈີນ ມາຮອດວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ, ເມືອງຊຽງຄໍ້, ແຂວງຫົວພັນ, ສະຫາຍ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ ກອງລາດຊະວົງ ຂຶ້ນຢ່າງເປັນທາງການ ໂດຍແມ່ນ ສະຫາຍ ເພັດສະວົງ ເປັນຫົວໜ້າການທະຫານ, ສະຫາຍ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ສະຫາຍ ຄໍາມູນ ເປັນຮອງຜູ້ບັນຊາການ. ໂດຍພາຍໃຕ້ການນໍາພາອັນແທດເຖິງ ຂອງສາຂາພັກກອມມູນິດອິນດູຈີນ ປະຈໍາແຄວ້ນລາວ ໄດ້ຈັດຕັ້ງກອງປະຊຸມ ໂດຍຖືເອົາສະຖານທີ່ກອງລາດສະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການໂດຍສະຫາຍ ໄກສອນ ພົມວິຫານ ເປັນຜູ້ປະກາດການຈັດຕັ້ງ ເປັນຜູ້ບັນຊາໂດຍກົງ. ຖັດຈາກນັ້ນມາ ກໍໄດ້ປະກາດຮັບເອົາ ບັນດາກົມກອງເອກະລາດອື່ນໆ ເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໃຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນກອງທັບປະຊາຊົນລາວອິດສະຫຼະ, ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ.
ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງສູງຕໍ່ ສະຫາຍ ພົ.ອ ຈັນສະໜອນ ຈັນຍາລາດ ຮອງນາຍຍົກລັດຖະມົນຕີ ທີ່ໄດ້ ໃຫ້ກຽດປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ ແລະ ໄດ້ໃຫ້ຄໍາແນະນໍາ ຊີ້ທິດເຍືອງທາງແກ່ການສືບຕໍ່ຈັດຕັ້ງປະຕິບັດ ໜ້າທີ່ຂອງກອງທັບເຮົາໃນຕໍ່ໜ້າ, ສະຫາຍ ພົ.ທ ວົງສອນ ອິນປານພິມ ຮອງ ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ຕາງໜ້າການນໍາກະຊວງ ປ້ອງກັນປະເທດ ໄດ້ຂຶ້ນກ່າວສະແດງຄວາມຂອບໃຈ ແລະ ມອບກະຕ່າ ອວຍພອນ ແລະ ຖ່າຍຮູບຮ່ວມກັບບັນດາທ່ານການນໍາກະຊວງ, ການນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງ.
ຂ່າວ-ພາບ: ໄຊຍະເສນ ແກ້ວມະນີວົງ.

ກ່ຽວກັບ mps