
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025 ແລະ ວາງທິດທາງແຜນວຽກຈຸດສຸມ ປີ 2026, ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2026, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານ, ກອງພົນ, ໂຮງຮຽນ, ໂຮງໝໍ ແລະ ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ເຂົ້າຮ່ວມ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ວ່າ: ກອງປະຊຸມຄັ້ງນີ້ ແມ່ນດໍາເນີນຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດພວມສະເຫຼີມສະຫຼອງຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ວັນສ້າງຕັ້ງທັບປະຊາຊົນລາວ ຄົບຮອບ 77 ປີ, ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດ-ຕີລາຄາການຈັດຕັ້ງປະຕິບັດ ວຽກງານໃນປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງ ກໍຄືບັນດາກົມກອງທີ່ໄດ້ຈັດຕັ້ງປະຕິບັດໃນປີຜ່ານມາ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2026. ພ້ອມທັງຮຽກຮ້ອງໃຫ້ບັນດາ ສະຫາຍຈົ່ງຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ຍົກໃຫ້ເຫັນ ບັນຫາເພື່ອປັບປຸງແກ້ໄຂ ແລະ ປະກອບຄໍາເຫັນໃສ່ເນື້ອໃນຕ່າງໆ ຂອງກອງປະຊຸມໃນຄັ້ງນີ້ ໃຫ້ມີຜົນສໍາເລັດເປັນຢ່າງດີ, ເນັ້ນໜັກໃຫ້ຜູ້ແທນກອງປະຊຸມຕ້ອງຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການຢ່າງພາວະວິໄສ; ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກຳນົດທິດທາງວຽກງານຈຸດສຸມໃນປີ 2026 ໃຫ້ແທດເໝາະກັບສະພາບຕົວຈິງຂອງກອງທັບປະຊາຊົນລາວ, ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ.
ຈາກນັ້ນ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະພັກປະຈຳກະຊວງປ້ອງກັນປະເທດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນຊາດ ປະຈໍາປີ 2025 ແລະ ທິດທາງແຜນຈຸດສຸມ ປະຈໍາປີ 2026, ໂດຍໄດ້ຍົກໃຫ້ເຫັນບັນດາຜົນງານຜົນສຳເລັດ ແລະ ບັນດາຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດວຽກງານປ້ອງກັນໃນປີຜ່ານມາ, ພ້ອມນີ້, ກອງປະຊຸມດັ່ງກ່າວຍັງຈະໄດ້ຮັບຟັງບົດປະກອບຄຳເຫັນຈາກບັນດາຜູ້ແທນ 4 ກົມໃຫຍ່, ທີ່ປຶກສາທູດປ້ອງກັນຊາດລາວປະຈຳຣາຊະອະນາຈັກໄທ, ກຳປູເຈຍ ແລະ ຜູ້ແທນຈາກກຳລັງຫຼວງ, ກຳລັງທ້ອງຖີ່ນຈຳນວນໜຶ່ງ.
ໃນກອງປະຊຸມຍັງຈະໄດ້ຮັບຟັງການສະເໜີບັນດາເອກະສານ ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງອົງຄະນະພັກທຸກຂັ້ນ, ເອກະສານ ເພີ່ມທະວີນຳພາແນວຄິດສົ່ງເສີມສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ, ເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈະສະເໜີໂດຍສະຫາຍ ພົນໂທ ວົງສອນ ອິນປານພິມ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະພັກປະຈຳກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບຕື່ມອີກ. ເຊິ່ງກອງປະຊຸມຈະດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.
ແຫ່ງທີມາຂອງຂ່າວ:ວິທະຍຸກອງທັບ
mps.gov.la ວາລະສານປ້ອງກັນຊາດ