
ຕອນເຊົ້າວັນທີ 26 ມັງກອນ 2026 ທີ່ທຳນຽບປະທານປະເທດ ນະຄອນຫລວງຮ່າໂນ້ຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ນາງ ນາລີ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ນາງ ໂງ ເຟືອງ ລີ ພ້ອມຄະນະ.
ການຢ້ຽມຢາມໃນຄັ້ງນີ້, ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ພ້ອມນີ້ ສະຫາຍ ໂຕ ເລິມ ແລະ ພັນລະຍາ ໄດ້ສະແດງຄວາມຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ແລະ ພັນລະຍາ ຢ່າງສະນິດສະໜົມຮັກແພງ ແລະ ອົບອຸ່ນ.
ພາບ: Vietnamnet.vn
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ເປັນປະທານພິທີຕ້ອນຮັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ
mps.gov.la ວາລະສານປ້ອງກັນຊາດ