Home / ທິດສະດີຊີ້ນຳ / ກົງຈັກການຈັດຕັ້ງ / ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະຫຼຸບວຽກງານການນໍາພາຮອບດ້ານ ປະຈໍາປີ 2025

ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະຫຼຸບວຽກງານການນໍາພາຮອບດ້ານ ປະຈໍາປີ 2025


ກອງປະຊຸມສະຫຼຸບວຽກງານການນໍາພາຮອບດ້ານ ປະຈໍາປີ 2025 ແລະ ວາງທິດທາງແຜນການນໍາພາຮອບດ້ານ ປະຈໍາປີ 2026 ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ, ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2026, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ກຳມະການຄະນະປະຈຳພັກກະຊວງ ແລະ ກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນຊີ້ນໍາ ແລະ ກ່າວເປີດກອງປະຊຸມວ່າ: ປີ 2025 ຜ່ານມາການປັບປຸງກໍ່ສ້າງພັກ, ກໍ່ສ້າງກອງທັບເຮົາ ກໍມີຫຼາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະ ທັນສະໄໝ, ແຕ່ເຫັນວ່າຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂ ເປັນຕົ້ນແມ່ນປະກົດການ ຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນພັກ, ພາຍໃນກອງທັບ ແລະ ອື່ນໆ. ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການໍາພາຂອງຄະນະພັກເຮົາ ເວົ້າລວມ, ເວົ້າສະເພາະ ກໍຄືການປັບປຸງກໍ່ສ້າງກອງທັບເຮົາ, ໄປພ້ອມກັນນັ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ, ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກໍາລັງ, ການປະກອບສ່ວນພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມ ກໍຄືວຽກງານອື່ນໆ ຂອງກອງທັບເຮົາ ມີບາງດ້ານຕ້ອງໄດ້ເບິ່ງຄືນ ແລະ ພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງເພື່ອມີວິທີການຊຸກຍູ້-ຊີ້ນໍາການຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ. ດັ່ງນັ້ນ, ກອງປະຊຸມຄັ້ງນີ້ ແມ່ນຈະໄດ້ພ້ອມກັນສັງເກດ-ຕີລາຄາການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງວາງອອກ, ຕິດພັນກັບແຜນການນໍາພາຂອງບັນດາຄະນະພັກແຕ່ລະຂັ້ນ ໃນປີຜ່ານມາ ເພື່ອຄວາມເປັນເອກະພາບ ໃນການປັບປຸງກໍ່ສ້າງພັກ, ກໍ່ສ້າງກອງທັບເຮົາ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນ ຄົ້ນຄວ້າເປັນເອກະພາບທິດທາງແຜນການນໍາພາ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2026.
ດັ່ງນັ້ນສະຫາຍໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມຕ້ອງຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ, ຍົກໃຫ້ເຫັນບັນຫາເພື່ອປັບປຸງແກ້ໄຂ ແລະ ປະກອບຄຳເຫັນໃສ່ເນື້ອໃນຕ່າງໆ ແລະ ຕ້ອງເບິ່ງຄືນ ບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກຳນົດທິດທາງນໍາພາ ໃນຕໍ່ໜ້າ ໃຫ້ແທດ
ເໝາະກັບສະພາບຕົວຈິງຂອງພັກ, ຂອງກອງທັບເຮົາ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ ແລະ ພ້ອມກັນດຳເນີນກອງປະຊຸມໃນຄັ້ງນີ້ ໃຫ້ມີຜົນສຳເລັດເປັນຢ່າງດີ.
ຈາກນັ້ນ, ໃນວາລະກອງປະຊຸມ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ຜ່ານບົດສະຫຼຸບວຽກງານການນໍາພາຮອບດ້ານ ປະຈໍາປີ 2025 ແລະ ທິດທາງແຜນການນໍາພາ ປະຈໍາປີ 2026 ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ, ຈາກນັ້ນຈະໄດ້ມີການປະກອບຄໍາເຫັນຂອງບັນດາສະຫາຍຜູ້ແທນກອງປະຊຸມຕື່ມອີກ ແລະ ກອງປະຊຸມຄັ້ງນີ້ແມ່ນຈະໄດ້ດໍາເນີນເປັນເວລາ 1 ວັນເຄິ່ງ ລະຫວ່າງວັນທີ 3-4 ກຸມພານີ້,ຈຶ່ງຈະສໍາເລັດ.

ກ່ຽວກັບ mps