Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 4 ແຂວງພາກເໜືອ ແລະ 1 ກອງພົນ

ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 4 ແຂວງພາກເໜືອ ແລະ 1 ກອງພົນ


ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) 4 ແຂວງພາກເໜືອ (ບໍ່ແກ້ວ, ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ) ແລະ ກອງພົນທີ 3 ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2026 ນີ້, ທີ່ແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍ ເລຂາຄະນະບໍລິຫານງານພັກແຂວງ-ປະທານຄະນະກໍາມະການ ປກຊ-ປກສ ແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ສອງກໍາລັງປະກອບອາວຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ຮອງປະທານຄະນະກໍາມະການ ປກຊ-ປກສ ແຂວງບໍ່ແກ້ວ ໄດ້ມີຄຳເຫັນກ່າວຕ້ອນຮັບບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມ, ພ້ອມທັງລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບການຈັດຕັ້ງປະຕິບັດ ວຽກງານ ປກຊ-ປກສ ຂອງແຂວງ ໃນໄລຍະຜ່ານມາ ແລະ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ.
ຈາກນັ້ນ, ສະຫາຍ ພັນເອກ ແສງເພັດ ແສງມະນີ ກຳມະການພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຕາງໜ້າໃຫ້ຄະນະກຳມະການ ປກຊ-ປກສ 4 ແຂວງພາກເໜືອ ແລະ ກອງພົນທີ 3 ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຢູ່ 4 ແຂວງພາກເໜືອ ໃນໄລຍະ 1 ປີຜ່ານມາ ເຫັນວ່າ: ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ, ລັດຖະບານ ໂດຍສະເພາະ ຄະນະກຳມະການ ປກຊ-ປກສ ສູນກາງ, ແຂວງ ແລະ ການຮ່ວມມືຈາກ ອົງການປົກຄອງແຕ່ລະຂັ້ນ ຕະຫຼອດຮອດການປະກອບສ່ວນຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ໂດຍສະເພາະເຮັດໃຫ້ຂອບເຂດ 4 ແຂວງພາກເໜືອສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ລະບົບການເມືອງຢູ່ຂັ້ນຮາກຖານ ໄດ້ຮັບການປັບປຸງ, ເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ, ກໍາລັງ ປກຊ-ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງແຮງ ໃນວຽກງານ ປກຊ-ປກສ ຢູ່ທ້ອງຖິ່ນຢ່າງເປັນຂະບວນການກວ້າງຂວາງ. ໃນໂອກາດດຽວກັນ, ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ຢ່າງກົງໄປກົງມາ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ, ບາງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງກົມກອງ ແລະ ທ້ອງຖິ່ນ, ທັງເປັນເອກະພາບສູງ ຕໍ່ຮ່າງບົດສະຫຼຸບວຽກງານ ປກຊ-ປກສ ປີ 2025 ແລະ ທິດທາງແຜນວຽກຈຸດສຸມ ປີ 2026.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດວຽກງານ ປກຊ-ປກສ ໃນໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະກໍາມະການ ປກຊ-ປກສ 4 ແຂວງພາກເໜືອ ແລະ ກອງພົນທີ 3ເອົາໃຈໃສ່ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບແຜນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ດ້ວຍຫຼາຍມາດຕະການ, ຫຼາຍວິທີການ ຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ, ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນ ຕໍ່ວຽກງານ ປກຊ-ປກສ ໃຫ້ແຂງແຮງ ແລະ ເປັນປົກກະຕິ, ສືບຕໍ່ປັບປຸງກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ມີຄຸນນະພາບເຂັ້ມແຂງ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊື່ສັດ, ຈົງຮັກພັກດີຕໍ່ປະເທດຊາດ, ມີນໍ້າໃຈພິລະອາດຫານ ເສຍສະຫຼະສູງ, ເປັນກໍາລັງຫຼັກແຫຼ່ງ ທີ່ໄວ້ວາງໃຈຂອງປະຊາຊົນ, ເປັນເຈົ້າການເກັບກໍາສະພາບການໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ, ປະສານສົມທົບຢ່າງກົມກ້ຽວລະຫວ່າງ ກໍາລັງ ປກຊ-ປກສ ແລະ ອົງການປົກຄອແຂວງໃຫ້ແໝ້ນແຟ້ນ, ສືບຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ ມີຄວາມແຂງແຮງໜັກແໝ້ນ, ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດອ້ອມຂ້າງ ແລະ ເພື່ອນມິດ ບົນພື້ນຖານຖືກຕ້ອງຕາມແນວທາງການຕ່າງປະເທດຂອງພັກ.

ກ່ຽວກັບ mps