ກອງປະຊຸມສະຫຼຸບວຽກງານການນໍາພາຮອບດ້ານ ປະຈໍາປີ 2025 ແລະ ວາງທິດທາງແຜນການນໍາພາຮອບດ້ານ ປະຈໍາປີ 2026 ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ, ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2026, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ກຳມະການຄະນະປະຈຳພັກກະຊວງ ແລະ ກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນຊີ້ນໍາ ແລະ ກ່າວເປີດກອງປະຊຸມວ່າ: ປີ 2025 ຜ່ານມາການປັບປຸງກໍ່ສ້າງພັກ, ກໍ່ສ້າງກອງທັບເຮົາ ກໍມີຫຼາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະ ທັນສະໄໝ, ແຕ່ເຫັນວ່າຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂ ເປັນຕົ້ນແມ່ນປະກົດການ ຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນພັກ, ພາຍໃນກອງທັບ ແລະ ອື່ນໆ. ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການໍາພາຂອງຄະນະພັກເຮົາ …
ອ່ານເພີ່ມ >>ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ
ໃນວັນທີ 16 ທັນວາ 2025 ນີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ຄະນະບໍລິຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ. ສະຫາຍ ບົວຄົງ ນາມມະວົງ ຕາງໜ້າໃຫ້ແກ່ຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໄດ້ລາຍງານຕໍ່ທ່ານ ນາຍົກລັດຖະມົນຕີ ໂດຍຫຍໍ້ ກ່ຽວກັບສະພາບລວມ ແລະ ຜົນການເຄື່ອນໄຫວວຽກງານ ຂອງ ຫສນຍ ເປັນຕົ້ນ ວຽກງານການເມືອງ-ແນວຄິດ, ຜົນການດຳ …
ອ່ານເພີ່ມ >>ກອງວາລະສານປ້ອງກັນຊາດ ອວຍພອນອາດິດຫົວໜ້າກອງວາລະສານປ້ອງກັນຊາດ
ວັນທີ 28 ພະຈິກ 2025 ນີ້, ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມຄະນະ ໄດ້ນຳກະຕ່າຂອງຂວັນອວຍພອນ ສະຫາຍ ພັນໂທ ບຸນມາ ອິນຕາວັນ ອາດີດຫົວໜ້າກອງວາລະສານປ້ອງກັນຊາດ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ໂອກາດນີ້, ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ກ່າວອວຍພອນໄຊອັນປະເສີດມາຍັງ ສະຫາຍ ພັນໂທ ບຸນມາ ອິນຕາວັນ ອາດີດຫົວໜ້າກອງວາລະສານປ້ອງກັນຊາດ ທີ່ໄດ້ປະກອບສ່ວນໜ້າທີ່ປ້ອງກັນຊາດອັນສູງສົ່ງທີ່ມີກຽດສະຫງ່າ ເຫັນໄດ້ເຖິງມູນເຊື້ອ ຜົນງານຫຼາຍດ້ານໃນການນຳພາ-ຊີ້ນຳ ສ້າງສາພັດທະນາກົມກອງໃນໄລຍະຜ່ານມາ ໃຫ້ມີຜົນສໍາເລັດໃນໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ, ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ສຶກສາອົບຮົມ ແລະ ເປັນແວ່ນແຍງໃຫ້ ພະນັກງານ-ນັກຮົບ ຮຸ້ນສືບທອດ ໄດ້ນໍາເອົາຜົນງານມູນເຊື້ອອັນດີງາມມາເປັນບົດຮຽນທີ່ລໍ້າຄ່າ ເພື່ອນໍາມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ. ໂດຍ: ໄຊຍະເສນ …
ອ່ານເພີ່ມ >>ປະກາດການແຕ່ງຕັ້ງຫົວໜ້າການເມືອງ ກອງພົນທີ 2
ພິທີປະກາດການແຕ່ງຕັ້ງ ຫົວໜ້າການເມືອງກອງພົນທີ 2 ໄດ້ຈັດຂຶ້ນໃນວັນທີ 18 ພະຈິກ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ດວງຕາ ໄຊວຸດ ຮອງເຈົ້າແຂວງ ໄຊຍະບູລີ, ມີຜູ້ຕາງໜ້າຈາກກົມໃຫຍ່ການເມືອງກອງທັບ, ຫ້ອງວ່າການກະຊວງປ້ອງກັນປະເທດ , ແຂກຖືກເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງກອງພົນທີ 2 ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງພົນທີ 2 ພັກການກຽມຮັບບໍານານ ໃນນັ້ນ, ຕົກລົງໃຫ້ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າການເມືອງກອງພົນທີ 2 ພັກການກຽມຮັບບໍານານ ແລະ ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ …
ອ່ານເພີ່ມ >>ກະຊວງປ້ອງກັນປະເທດ ຈັດພິທີປະກາດແຕ່ງຕັ້ງໜ້າທີ່ ແລະ ຍົກຍ້າຍນາຍທະຫານຂັ້ນສູງໄປຮັບໜ້າທີ່ໃໝ່
ພິທີປະກາດການແຕ່ງຕັ້ງໜ້າທີ່ ແລະ ຍົກຍ້າຍນາຍທະຫານຂັ້ນສູງ ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນວັນທີ 5 ພະຈິກ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງ, ຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງໜ້າທີ່ນາຍທະຫານ ຢູ່ກະຊວງປ້ອງກັນປະເທດ. ນາຍົກລັດຖະມົນຕີ ອອກດຳລັດ: ແຕ່ງຕັ້ງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ເປັນຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຈັດຕະວາ ບົວວັນ …
ອ່ານເພີ່ມ >>ປຶກສາຫາລືກ່ຽວກັບການຮັບເອົາຄູອາສາເຂົ້າເປັນທະຫານ ແລະ ກະກຽມເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ຊຸດທີ 4
ໃນວັນທີ 8 ຕຸລາ 2025 ນີ້, ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຄົ້ນຄວ້າເອກະພາບການຮັບເອົາຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ແລະ ການເກັບກໍາຂໍ້ມູນໂຮງຮຽນທີ່ຂາດຄູສອນ, ສະຖານທີ່ການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ນາຍ ແລະ ພົນທະຫານ ຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ 4 ປະຈຳປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ປອ ນາງ ລາດາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະຮັບຜິດຊອບ ແລະ ພະນັກງານວິຊາການຈາກສອງກະຊວງເຂົ້າຮ່ວມ. ສະຫາຍ ພັນໂທ ສົມຈິດ ສອນສຸພັນ ຫົວໜ້າພະແນກລະດົມພົນ ກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າຜ່ານບົດສະຫຼຸບການຮັບເອົາຄູອາສາເຂົ້າເປັນກຳລັງປ້ອງກັນຊາດ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນເບື້ອງຕົ້ນ ລວມທັງດ້ານດີ, ດ້ານຄົງຄ້າງທີ່ຈະຕ້ອງຮີບຮ້ອນໃຫ້ແກ້ໄຂ. …
ອ່ານເພີ່ມ >>ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ປີ 2025
ວັນທີ 3 ຕຸລາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບວຽກງານຮອບດ້ານປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມໃຫຍ່, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ ແລະ ກອງ ທົ່ວອົງການກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃນທົ່ວກອງທັບ, …
ອ່ານເພີ່ມ >>ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ ແລະ ບັນດາກົມກອງສື່ມວນຊົນກອງທັບ
ວັນທີ 2 ຕຸລາ 2025 ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ອະດີດກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ ແລະ ບັນດາກົມກອງສື່ມວນຊົນກອງທັບ, ມີ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະບັນຊາ ບັນດາກົມກອງສື່ມວນຊົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ໃນການພົບປະໂອ້ລົມໃນຄັ້ງນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວຽກງານໂຄສະນາແນວຄິດ-ວັດທະນະທໍາໃນກອງທັບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວວຽກງານໂຄສະນາ ໃນໄລຍະຜ່ານມາ, ບັນຫາສໍາຄັນພື້ນຖານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI …
ອ່ານເພີ່ມ >>ໜ່ວຍພັກ ກອງວາລະສານປ້ອງກັນຊາດ ຕີລາຄາການນໍາພາເຄື່ອນໄຫວວຽກງານ ປະຈໍາເດືອນກັນຍາ 2025
ໃນວັນທີ 2 ຕຸລາ 2025 ນີ້, ໜ່ວຍພັກ ກອງວາລະສານປ້ອງກັນຊາດ ໄດ້ຕີລາຄາການນໍາພາເຄື່ອນໄຫວວຽກງານ ປະຈໍາເດືອນກັນຍາ 2025 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນໄມ ແສງອາລຸນ ເລຂາໜ່ວຍພັກ, ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ, ມີຫົວໜ້າຈຸ, ຮອງຈຸ ຕະຫຼອດຮອດສະມາຊິກພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຕີລາຄາການນໍາພາເຄື່ອນໄຫວວຽກງານໃນໄລຍະ 1 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນສະພາບພາຍໃນປະເທດ ໂດຍລວມມີຄວາມສະຫງົບໂດຍພື້ນຖານ ແຕ່ຍັງມີສິ່ງທ້າທາຍທົດສອບຫຼາຍປະການ ທີ່ສົ່ງຜົນກະທົບຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຊິວິດການເປັນຢູ່ ຂອງພະນັກງານ-ສະມາຊິກພັກ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະນັກງານ-ສະມາຊິກພັກ ສ້າງໄດ້ໃນຕະຫຼອດໄລຍະຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ພະນັກງານ-ສະມາຊິກພັກ ມີການເມືອງ-ແນວຄິດໜັກແໜ້ນ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບຕໍ່ວຽກງານວິຊາສະເພາະທີ່ເປັນວຽກງານຈຸດສຸມຂອງກອງ ເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້. ຈາກນັ້ນ, …
ອ່ານເພີ່ມ >>ມອບ-ໂອນ ໂຮງຮຽນທະຫານຊາຍແດນ 712 ໄປຂຶ້ນກັບ ກອງບັນຊາການທະຫານຊາຍແດນ
ໃນວັນທີ 29 ກັນຍາ 2025 ນີ້, ທີ່ ສະໂມສອນ ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີ ມອບ-ໂອນ ໂຮງຮຽນທະຫານຊາຍແດນ 712 ໄປຂຶ້ນກັບ ກອງບັນຊາການທະຫານຊາຍແດນ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ, ຜູ້ຕາງໜ້າຈາກບັນດາກົມ, ຫ້ອງການ, ກົມກອງອ້ອມຂ້າງ ແລະ ຄະນະອຳນວຍການໂຮງຮຽນທະຫານຊາຍແດນເຂົ້າຮ່ວມ. ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການໂອນທີ່ຕັ້ງ, ພາລະບົດບາດ ໂຮງຮຽນທະຫານຊາຍແດນ 712 ໄປຂຶ້ນກັບ ກອງບັນຊາການທະຫານຊາຍແດນ, ໂດຍອີງຕາມ ແຜນຍຸດທະສາດປັບປຸງກໍ່ສ້າງກຳລັງກອງທັບ ດ້ານການຈັດຕັ້ງ ແລະ ການປະກອບຈຳນວນພົນ ແຕ່ປີ 2021-2025 …
ອ່ານເພີ່ມ >>
mps.gov.la ວາລະສານປ້ອງກັນຊາດ