
ພິທີປະກາດການແຕ່ງຕັ້ງ ຫົວໜ້າການເມືອງກອງພົນທີ 2 ໄດ້ຈັດຂຶ້ນໃນວັນທີ 18 ພະຈິກ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ດວງຕາ ໄຊວຸດ ຮອງເຈົ້າແຂວງ ໄຊຍະບູລີ, ມີຜູ້ຕາງໜ້າຈາກກົມໃຫຍ່ການເມືອງກອງທັບ, ຫ້ອງວ່າການກະຊວງປ້ອງກັນປະເທດ , ແຂກຖືກເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງກອງພົນທີ 2 ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງພົນທີ 2 ພັກການກຽມຮັບບໍານານ ໃນນັ້ນ, ຕົກລົງໃຫ້ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າການເມືອງກອງພົນທີ 2 ພັກການກຽມຮັບບໍານານ ແລະ ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າການເມືອງກອງພົນທີ 2 ໃນນັ້ນ, ຕົກລົງແຕ່ງຕັ້ງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ເປັນຫົວໜ້າການເມືອງກອງພົນທີ 2 ທັງເປັນເລຂາຄະນະບໍລິຫານງານພັກ ກອງພົນທີ 2.
ໂອກາດນີ້ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງເນັ້ນໜັກໃຫ້ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງ ໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ ແລະ ຍັງໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາ ແຕ່ລະຂັ້ນສືບຕໍ່ເຮັດວຽກງານຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ເປັນເຈົ້າການຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບ ພາຍໃນຂອບເຂດທີ່ຕົນຮັບຜິດຊອບມີຄວາມສະຫງົບ, ພ້ອມກັນນັ້ນ ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ ສະມາຊິກພັກ ແລະ ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງທຸກເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຍູ້ແຮງການສ້າງພະລາທິການກັບທີ່ ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ ໄປພ້ອມກັບການປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ ໃຫ້ມີໝາກຜົນດີຂຶ້ນກວ່າເກົ່າ, ເພື່ອນຳພາກົມກອງກ້າວຂຶ້ນສູ່ແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ.
mps.gov.la ວາລະສານປ້ອງກັນຊາດ