
ກອງປະຊຸມ ສະຫຼຸບການຈັດຕັ້ງເຄື່ອນໄຫວ ວຽກງານປະກັນສັງຄົມຮອບດ້ານ ທົ່ວກອງທັບ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2025 ນີ້,ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມ, ຫ້ອງການ, ວິທະຍາຄານ, ກອງພົນ, ກອງບັນຊາການ, ໂຮງຮຽນ, ໂຮງໝໍ, ກອງພັນໃຫຍ່, ບໍລິສັດ-ລັດວິສາຫະກິດ, ອົງການປະກັນສັງຄົມແຫ່ງຊາດ, ຫ້ອງການປະກັນສຸຂະພາບແຫ່ງຊາດ, ກົມປະກັນສັງຄົມ ກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາສະຫາຍທີ່ຮັບຜິດຊອບວຽກງານປະກັນສັງຄົມ ໃນທົ່ວກອງທັບ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ໄຊຍະແສງ ໄມມະນີ ຫົວໜ້າກົມປະກັນສັງຄົມ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານປະກັນສັງຄົມ ຮອບດ້ານ ທົ່ວກອງທັບ ປະຈຳປີ 2025 ແລະ ທິດທາງແຜນການປີ 2026, ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ຕິດພັນກັບ ການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອນຳມາຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ມີຜົນສຳເລັດ. ໃນນີ້, ວຽກງານກວດກາອົບຮົມ ໄດ້ຜັນຂະຫຍາຍນິຕິກຳ ຈຳນວນ 2 ສະບັບ ຄື: ຄຳສັ່ງແນະນຳ ວ່າດ້ວຍການປະຕິບັດເງິນອຸດໜູນຕ່າງໆ ໃນລະບອບປະກັນສັງຄົມ ແລະ ຄຳສັ່ງແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດມາດຕາ 34 ແລະ ມາດຕາ 38 ຂອງກົດໝາຍ ວ່າດ້ວຍການປະກັນສັງຄົມ ຕາມການປັບປຸງໃໝ່, ໄດ້ເຜີຍແຜ່ນິຕິກຳວຽກງານປະກັນສັງຄົມ ຢູ່ແຕ່ລະຫົວໜ່ວຍກົມກອງ, ກວດກາບັນຊີລາຍຊື່ຈຳນວນສະມາຊິກປະກັນສັງຄົມ ເພື່ອຢັ້ງຢືນການຂໍຮັບເງິນອຸດໜູນອອກທະຫານ, ເສຍຊີວິດ, ເສຍອົງຄະ, ໝ້າຍ-ກຳພ້າ, ເກີດລູກ-ຫຼຸລູກ ແລະ ຂໍຮັບອຸດໜູນສະມາຊິກຄອບຄົວເປັນລາຍເດືອນ ໃຫ້ບັນດາກົມກອງເປັນເອກະສານ 1.651 ສະບັບ, ເກັບກຳສະຖິຕິພະນັກງານປະກັນສັງຄົມໃນທົ່ວກອງທັບ ປະຈຳປີ 2025, ລົງຊຸກຍູ້ຮັບສ່ອງແສງ ການຈັດຕັ້ງປະຕິບັດວຽກງານປະກັນສັງຄົມຮອບດ້ານ ຢູ່ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ປະຈຳປີ 2025; ວຽກງານທະບຽນ ແລະ ຄຸ້ມຄອງສະມາຊິກປະກັນສັງຄົມ ໄດ້ເອົາໃຈໃສ່ເກັບກຳບັນຊີຈຳນວນສະມາຊິກປະກັນສັງຄົມ ແລະ ທຽບບັນຊີກັບບັນດາກົມກອງ ເປັນປົກກະຕິທຸກໆງວດ ມີ 79 ກົມກອງ, ໄດ້ລົງຂໍ້ມູນ ແລະ ພິມບັດປະກັນສັງຄົມ ໃຫ້ແກ່ນາຍ-ພົນທະຫານ, ພະນັກງານບຳນານ-ເສຍອົງຄະ ພ້ອມດ້ວຍສະມາຊິກຄອບຄົວ ທັງໝົດ 15.506 ບັດ, ປ່ຽນຂໍ້ມູນຈາກພາກປະຈຳການ ເຂົ້າຮັບບຳນານ ໃນປີ 2025 ຈຳນວນທັງໝົດ 1.065 ສະຫາຍ, ຢັ້ງຢືນຈຳນວນບັດຜູ້ເກີດສິດ ຢູ່ບັນດາໂຮງໝໍ 27 ແຫ່ງ ເພື່ອເປັນບ່ອນອີງໃນການຄິດໄລ່ເງິນປິ່ນປົວສຸຂະພາບ ຕາມລະບົບປະກັນສັງຄົມກອງທັບ 11 ຄັ້ງ,ວຽກງານປະກັນສຸຂະພາບ ໄດ້ຕິດຕາມການປ້ອນຂໍ້ມູນການປິ່ນປົວສຸຂະພາບ ຢູ່ບັນດາໂຮງໝໍກອງທັບ 27 ແຫ່ງ, ຄິດໄລ່ເງິນປິ່ນປົວສຸຂະພາບ ແລະ ແຈ້ງຈຳນວນຜູ້ເກີດສິດ ໃຫ້ໂຮງໝໍ 27 ແຫ່ງ ຂອງກອງທັບ ມີ 11 ຄັ້ງ ແລະ ໂຮງໝໍຝ່າຍລັດ 11 ຄັ້ງ, ນັບແຕ່ເດືອນ ມັງກອນ ຫາ ເດືອນ ຕຸລາ ມີສະມາຊິກປະກັນສັງຄົມ ເຂົ້າຮັບການບໍລິການປິ່ນປົວທັງໝົດ 242.124 ເທື່ອຄົນ; ການອຸດໜູນ ພາກປະຈຳການ ໄດ້ປະຕິບັດການອຸດໜູນປະເພດຕ່າງໆ ຈຳນວນ 9.033 ຄົນ, ອຸດໜູນບຳເນັດອອກລູກ-ຫຼຸລູກ 3.140 ຄົນ, ອຸດໜູນສະມາຊິກຄອບຄົວ 3.825 ຄົນ ໃນນີ້, ອຸດໜູນໝ້າຍ 1.410 ຄົນ, ລູກກຳພ້າ 2.382 ຄົນ, ລ້ຽງດູພໍ່ແມ່ 27 ຄົນ, ອຸດໜູນເສຍອົງຄະ 901 ຄົນ, ຜູ້ດູແລ 23 ຄົນ, ອຸດໜູນອອກທະຫານ 547 ສະຫາຍ ແລະ ອຸດໜູນເສຍຊີວິດ 408 ຄົນ ພ້ອມນັ້ນ, ໄດ້ປັບປຸງໂປຣແກຣມວຽກງານການຂຶ້ນທະບຽນອອກບັດປະກັນສັງຄົມ ແລະ ໂປຣແກຣມທຽບບັນຊີ ຈຳນວນສະມາຊິກປະກັນສັງຄົມ ທັງພາກປະຈຳການ ແລະ ບຳນານ-ເສຍອົງຄະ ແລະ ໂປຣແກຣມລະບົບຄຸ້ມຄອງ ຂໍ້ມູນການປິ່ນປົວ ທີ່ນຳໃຊ້ຢູ່ບັນດາໂຮງໝໍປະກັນຕົນ ລວມ 3 ຄັ້ງ, ສ້າງໂປຣແກຣມຕິດຕາມບົດລາຍງານການນຳໃຊ້ບໍລິການປິ່ນປົວສຸຂະພາບ ໃຫ້ພະແນກ-ຂະແໜງປະກັນສັງຄົມ 1 ຄັ້ງ ແລະ ຕິດຕັ້ງໃຫ້ 27 ກົມກອງທີ່ມີໂຮງໝໍຂຶ້ນກັບ; ດ້ານວຽກງານຄຸ້ມຄອງກອງທຶນ (ການເງິນ) ໄດ້ສ້າງແຜນງົບປະມານປະຈຳປີ ແລະ ແຜນປະຈຳເດືອນ ເພື່ອຂໍງົບປະມານນຳຂັ້ນເທິງ, ປະຕິບັດຕົວເລກແຜນການລາຍຮັບຮອດງວດ 3 ປີ 2025 ຄື: ລາຍຮັບເງິນ 8,5% ທີ່ລັດຖະບານຈ່າຍສົມທົບໄດ້ 100%, ລາຍຮັບເງິນ 8% ກຳລັງທ້ອງຖິ່ນ 18 ກອງບັນຊາການໄດ້ 75%, ກຳລັງຫຼວງໄດ້ 75% ແລະ ພາກທຸລະກິດ 15 ກົມກອງໄດ້ 70% ຂອງແຜນການລາຍຮັບໝົດປີ, ຈັດສັນ ແລະ ເບີກຈ່າຍເງິນອຸດໜູນປະກັນສັງຄົມປະເພດຕ່າງໆ ຈຳນວນ 121 ກົມກອງ, 937 ຄັ້ງ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງມີເນື້ອໃນສົມບູນ ແລະ ຄົບຖ້ວນ. ໃນພິທີ ຍັງໄດ້ຈັດຕັ້ງຍ້ອງຍໍກົມກອງທີ່ມີຜົນງານດີເດີ່ນ ຄື: ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ 10 ກົມກອງ ແລະ ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບໃຫ້ 15 ກົມກອງ.
ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆ ທີ່ສ້າງມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາ ບັນດາກົມກອງ ແລະ ພະນັກງານຜູ້ທີ່ຮັບຜິດຊອບວຽກງານປະກັນສັງຄົມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ຕິດພັນກັບ ວຽກງານປະກັນສັງຄົມກອງທັບ, ຈົ່ງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງ, ແກ້ໄຂບັນດາຈຸດອ່ອນຄົງຄ້າງ ໃຫ້ໝົດໄປ, ເສີມຂະຫຍາຍຈຸດດີ ແລະ ດ້ານຕັ້ງໜ້າ, ນຳໃຊ້ທ່າແຮງບົ່ມຊ້ອນຂອງຕົນທີ່ມີ ເພື່ອປັບປຸງວຽກງານປະກັນສັງຄົມກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ.
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ສະຫຼຸບການເຄື່ອນໄຫວ ວຽກງານປະກັນສັງຄົມຮອບດ້ານ ທົ່ວກອງທັບ ປະຈຳປີ 2025
mps.gov.la ວາລະສານປ້ອງກັນຊາດ