Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ

ການເຄື່ອນໄຫວຊີ້ນຳ

ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 4 ແຂວງພາກເໜືອ ແລະ 1 ກອງພົນ

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) 4 ແຂວງພາກເໜືອ (ບໍ່ແກ້ວ, ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ) ແລະ ກອງພົນທີ 3 ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2026 ນີ້, ທີ່ແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍ ເລຂາຄະນະບໍລິຫານງານພັກແຂວງ-ປະທານຄະນະກໍາມະການ ປກຊ-ປກສ ແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ສອງກໍາລັງປະກອບອາວຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ຮອງປະທານຄະນະກໍາມະການ ປກຊ-ປກສ …

ອ່ານເພີ່ມ >>

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ເປັນປະທານພິທີຕ້ອນຮັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ

ຕອນເຊົ້າວັນທີ 26 ມັງກອນ 2026 ທີ່ທຳນຽບປະທານປະເທດ ນະຄອນຫລວງຮ່າໂນ້ຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ນາງ ນາລີ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ນາງ ໂງ ເຟືອງ ລີ ພ້ອມຄະນະ. ການຢ້ຽມຢາມໃນຄັ້ງນີ້, ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ …

ອ່ານເພີ່ມ >>

ເລຂາທິການໃຫຍ່, ປະທານປະເທດ ລາວ ພົບປະກັບ ນາຍົກລັດຖະມົນຕີ ຫວຽດນາມ

ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ. ຫວຽດນາມ ໃນວັນທີ 26-27 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 26 ມັງກອນ 2026 ທີ່ ຫ້ອງວ່າການລັດຖະບານ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຕີລາຄາໝາກຜົນຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ອັນພົ້ນເດັ່ນແມ່ນການພົວພັນຮ່ວມມືທາງດ້ານການເມືອງ ທີ່ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງສຸດ; ວຽກງານການຕ່າງປະເທດ, ປ້ອງກັນຊາດ …

ອ່ານເພີ່ມ >>

ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025 ແລະ ວາງທິດທາງແຜນວຽກຈຸດສຸມ ປີ 2026, ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2026, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານ, ກອງພົນ, ໂຮງຮຽນ, ໂຮງໝໍ ແລະ ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ເຂົ້າຮ່ວມ. ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ວ່າ: ກອງປະຊຸມຄັ້ງນີ້ ແມ່ນດໍາເນີນຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດພວມສະເຫຼີມສະຫຼອງຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ວັນສ້າງຕັ້ງທັບປະຊາຊົນລາວ ຄົບຮອບ 77 ປີ, ເຊິ່ງກອງປະຊຸມຄັ້ງນີ້ …

ອ່ານເພີ່ມ >>

ຄະນະນໍາກະຊວງປ້ອງກັນປະເທດ ຢ້ຽມຢາມ ບ້ານຈັດສັນ ພະນັກງານບໍານານ 194

ໃນວັນທີ 21 ມັງກອນ 2026 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ນໍາພາໂດຍ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະ ພະນັກງານປະຕິວັດອາວຸໂສບຳນານ ທີ່ບ້ານຈັດສັນ ພະນັກງານບໍານານ 194 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍມີພະນັກງານອາວຸໂສບຳນານ ອະດີດນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ. ສະຫາຍ ພັນເອກ ສິງຄໍາ ພິມມະວົງສ໌ ປະທານສະຫະພັນນັກຮົບເກົ່າ ໜ່ວຍທີ 2 ໄດ້ລາຍງານໂດຍຫຍໍ້ ກ່ຽວກັບປະຫວັດຄວາມເປັນມາ, ທີ່ຕັ້ງ, ພາລະບົດບາດຂອງບ້ານຈັດສັນ ພະນັກງານບໍານານ 194 ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ …

ອ່ານເພີ່ມ >>

ກະຊວງປ້ອງກັນປະເທດ ສະຫຼຸບຜົນສຳເລັດໃນການເຂົ້າແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII.

ວັນທີ 26 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ສະຫຼຸບຍ້ອງຍໍຜົນສຳເລັດ ແລະ ມອບເງິນອັດສີດໃຫ້ທັບນັກກິລາກະຊວງປ້ອງກັນປະເທດ ໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະຮັບຜິດຊອບຊີ້ນຳກິລາ, ຄະນະພັກ-ຄະນະບັນຊາອົງການ, ກົມກອງ, ນັກກິລາ ແລະ ແຂກຖືກເຊີນເຂົ້າຮວ່ມ. ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຜົນສຳເລັດໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ວ່າ: ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຄັ້ງນີ້ໄດ້ກຳນົດ ເອົາ 33 ປະເພດກິລາ ເຂົ້າຮ່ວມການແຂ່ງຂັນ. ສໍາລັບກະຊວງປ້ອງກັນປະເທດ ໄດ້ສົ່ງຄະນະຊີ້ນຳ, ຜູ້ຈັດການທີມ, …

ອ່ານເພີ່ມ >>

ການນຳກະຊວງປ້ອງກັນປະເທດ ອວຍພອນ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ

ວັນທີ 22 ທັນວາ 2025 ນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນ ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ພັນເອກ ຟານ ຫຶວ ທັ່ງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ (22 ທັນວາ 1944-22 ທັນວາ 2025) ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ ຄສ 2026. ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ຕາງໜ້າໃຫ້ການນໍາກະຊວງປ້ອງກັນປະເທດ ກໍຄືນາຍ ແລະ …

ອ່ານເພີ່ມ >>

ກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ

ວັນທີ 12 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດໄດ້ເປີດກອງປະຊຸມ ທາບທາມ ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຫ້ອງວ່າການປະທານປະເທດ, ຫ້ອງວ່າການສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານເນື້ອໃນຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໂດຍປະກອບມີ VIII ພາກ 7 ໝວດ 55 ມາດຕາ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ທັງນີ້, ກໍເພື່ອເຮັດໃຫ້ນາຍທະຫານມີຄວາມເຂົ້າໃຈຕໍ່ຂໍ້ກຳນົດ, …

ອ່ານເພີ່ມ >>

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025

ໃນວັນທີ 12 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025 ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 11 ແລະ ອັດລົງໃນຕອນແລງ ຂອງວັນທີ 12 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025. ກອງປະຊຸມຄັ້ງນີ້ …

ອ່ານເພີ່ມ >>

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບ ຄະນະອະດີດທະຫານອະສາສະໝັກ ເເລະ ຊ່ຽວຊານຫວຽດນາມ.

ວັນທີ 3 ທັນວາ 2025 ນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງສະຫາຍ ພົນຈັດຕະວາ ຫງວຽນ ເຕີນ ເດ້ ຮອງຫົວໜ້າຄະນະຕິດຕໍ່ປະສານງານທົ່ວປະເທດຫວຽດນາມ ພ້ອມ ຄະນະອະດີດທະຫານອາສາສະໝັກ ເເລະ ຊ່ຽວຊານຫວຽດ ນາມຊ່ວຍເຫຼືອການປະຕິວັດລາວ. ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ນະຄອນຫຼວງວຽງຈັນ. ໂອກາດດັ່ງກ່າວ, ສະ ຫາຍ ພົນຈັດຕະວາ ຫງວຽນ ເຕີນ ເດ້ ໄດ້ສະແດງຄວາມ ຂອບໃຈຕໍ່ສະຫາຍຫົວໜ້າກົມໃຫ່ຍການເມືອງກອງທັບ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ຍົກໃຫ້ ເຫັນປະຫວັດມູນເຊື້ອແຫ່ງການພົວພັນອັນດີງາມ ຂອງສອງຊາດ ຫວຽດນາມ – ລາວ …

ອ່ານເພີ່ມ >>