ໃນວັນທີ 22 ກັນຍາ 2025 ນີ້, ທີ່ ໂຮງລະຄອນ ກອງສິລະປະກອນກອງທັບ ໄດ້ຈັດພິທີ ປິດຊຸດອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ Il ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຜົນສໍາເລັດການເຝິກອົບຮົມ ແລະ ຜ່ານຂໍ້ຕົກລົງ ຂອງກົມໂຄສະນາອົບຮົມ ວ່າດ້ວຍການມອບໃບຢັ້ງຢືນການເຝິກອົບຮົມທິດສະດີການເມືອງ ໄລຍະສັ້ນ. ຄະນະນໍາກົມໃຫຍ່ການເມືອງກອງທັບ, ກົມໂຄສະນາອົບຮົມ ກໍຄືຄະນະຮັບຜິດຊອບລວມທາງດ້ານເນື້ອໃນແຜນການ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດ ຕໍ່ການຈັດຕັ້ງປະຕິບັດແຜນການເຝິກອົບຮົມ …
ອ່ານເພີ່ມ >>ທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຢູ່ນະຄອນຫຼວງວຽງຈັນ
ວັນທີ 19 ກັນຍາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການພັດທະນາເສດຖະກິດ ແລະ ພື້ນຖານການຜະລິດ ຢູ່ພື້ນທີ່ຕົວຈິງ ພາຍໃນນະຄອນຫຼວງວຽງຈັນ ເປັນຕົ້ນ ໂຮງງານຂ້າສັດທັນສະໄໝ ຢູ່ບ້ານສິມມະໂນ, ເມືອງຫາດຊາຍຟອງ, ຟາມລ້ຽງປາດຸກເປັນສິນຄ້າ ຢູ່ບ້ານດົງຄວາຍ, ເມືອງໄຊທານີ, ໂຮງງານຜະລິດຫົວອາຫານສັດກຣີນຟິດ ຢູ່ບ້ານໂນນທອງ, ເມືອງໄຊທານີ ແລະ ໂຮງງານຜະລິດຫົວອາຫານສັດ ພູຄຳ (CP) ຢູ່ບ້ານພູຄຳ, ເມືອງໄຊທານີ, ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວຕິດຕາມ. ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
ອ່ານເພີ່ມ >>ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ເປີດສົກຮຽນ 2025-2026
ພິທີ ເປີດສົກຮຽນ 2025-2026 ຂອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອໍານວຍການໂຮງຮຽນ, ບັນດາກົມ, ແຂກທີ່ຖືກເຊີນ, ຄູ-ອາຈານ ພ້ອມດ້ວຍນັກຮຽນເຂົ້າຮ່ວມ. ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຜ່ານແຜນການສິດສອນຮໍ່າຮຽນ ສົກຮຽນ 2025-2026 ທິດທາງໜ້າທີ່ລວມຈະສຸມໃສ່ກໍ່ສ້າງນັກຮຽນສາມັນສຶກສາກອງທັບ ໃຫ້ມີຄວາມຮູ້ ຄວາມສາມາດ, ມີລະບຽບວິໄນ, ສ້າງໃຫ້ນັກຮຽນມີນໍ້າໃຈຮັກຊາດ, ຮັກລະບອບໃໝ່ ແລະ ຮັກອາຊີບການຮຽນ, ຮັກການອອກແຮງງານ, ຮັກຕົນເອງ, ຮັກໝູ່ຄູ່, ຮັກການຈັດຕັ້ງ, ຮັກລະບຽບວິໄນ, ສ້າງໃຫ້ນັກຮຽນມີຄວາມກະຕືລືລົ້ນຕໍ່ການຮໍ່າຮຽນ, ການຊອກຮູ້ອັນໃໝ່ທີ່ມີລັກສະນະວິທະຍາສາດ, ມີການແຂ່ງຂັນກັນຢູ່ຕະຫຼອດເວລາໃນການສຶກສາຮໍ່າຮຽນ ທັງປັບປຸງແບບແຜນການນໍາ, ບັນຊາ, ຄຸ້ມຄອງນັກຮຽນໄປຕາມການຄຸ້ມຄອງໂຮງຮຽນຕາມສະຖານທີ່ການສຶກສາ ຂອງໂຮງຮຽນໃນກອງທັບ …
ອ່ານເພີ່ມ >>ຄະນະຜູ້ແທນການທະຫານຂັ້ນສູງກອງທັບ ປະຊາຊົນລາວ ເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາລື ຄວາມໝັ້ນຄົງຊຽງຊານ ຄັ້ງທີ 12
ວັນທີ 18 ກັນຍາ 2025 ນີ້, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ ພ້ອມກັນປົກປ້ອງກົດລະບຽບສາກົນ, ພ້ອມກັນຊຸກຍູ້ການພັດທະນາໂດຍສັນຕິ, ເຊິ່ງມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ປະກອບຄຳເຫັນແລກປ່ຽນທັດສະນະ ຕໍ່ກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ໃນຄັ້ງນີ້ວ່າ: ນີ້ເປັນຄັ້ງທຳອິດ ທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ສຳຄັນນີ້ ໃນຖານະເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ກອງປະຊຸມຊຽງຊານໃນຄັ້ງນີ້ ບໍ່ພຽງແຕ່ເປັນເວທີປືກສາຫາລື ແລະ …
ອ່ານເພີ່ມ >>ກົມໃຫຍ່ການເມືອງກອງທັບ ຈັດກິດຈະກຳການແຂ່ງຂັນ ຖາມ-ຕອບ ຄວາມຮູ້ຮອບຕົວ
ໃນວັນທີ 18 ກັນຍາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດການແຂ່ງຂັນ ຖາມ-ຕອບ ຄວາມຮູ້ຮອບຕົວ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ຂະບວນການ, ມີຄະນະພັກ-ຄະນະບັນຊາ ບັນດາກົມ, ຫ້ອງການ, ກອງ ຕະຫຼອດຮອດພະນັກງານ-ນັກຮົບ ທີ່ມາຈາກບັນດາກົມກອງອ້ອມຂ້າງກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດລາຍງານການກະກຽມ ແລະ ກົດລະບຽບ ໃນການຖາມ-ຕອບ, ເຊິ່ງມີບັນດານັກຕອບ ຈາກ 26 ກົມກອງເຂົ້າຮ່ວມ. ການຈັດການແຂ່ງຂັນ ຖາມ-ຕອບໃນຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ …
ອ່ານເພີ່ມ >>ທີມງານວິຊາການ ກອງວາລະສານປ້ອງກັນຊາດ ເຄື່ອນໄຫວເກັບກໍາຂໍ້ມູນວຽກງານເຕັກນິກອຸດສາຫະກຳປ້ອງກັນຊາດ ຢູ່ໂຮງງານ ອ.410
ໃນວັນທີ 16 ກັນຍາ 2025 ນີ້, ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເກັບກໍາຂໍ້ມູນວຽກງານເຕັກນິກອຸດສາຫະກຳປ້ອງກັນຊາດ ຢູ່ໂຮງງານ ອ.410 ທີ່ຂຶ້ນກັບ ກົມອຸດສາຫະກໍາປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ນວນທອງ ບຸນທອງວັນ ຫົວໜ້າການເມືອງ ໂຮງງານ ອ.410 ພ້ອມດ້ວຍຄະນະ. ຈຸດປະສົງ ໃນການເຄື່ອນໄຫວຄັ້ງນີ້, ເພື່ອໃຫ້ທີມງານວິຊາການ ຂອງກອງວາລະສານປ້ອງກັນຊາດ ໄດ້ສໍາຜັດກ່ຽວກັບການເຮັດວຽກຕົວຈິງ ຂອງບັນດານັກວິສາວະກອນ, ວິຊາການ, ນາຍຊ່າງ ຢູ່ໂຮງງານ ອ.410 ເພື່ອໃຫ້ມີຈິນຕະນາການອັນໃໝ່ ໃນການຂຽນບົດໃຫ້ຖືກຕ້ອງສອດຄ່ອງກັບສະພາບການຕົວຈິງ ຂອງວຽກງານເຕັກນິກອຸດສາຫະກຳປ້ອງກັນຊາດ ທັງເປັນການຊຸກຍູ້ຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ໂດຍຕິດພັນກັບການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ …
ອ່ານເພີ່ມ >>ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຊຸກຍູ້ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຢູ່ກອງວາລະສານປ້ອງກັນຊາດ
ໃນວັນທີ 9 ກັນຍາ 2025 ນີ້, ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບນຳໂດຍ ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຊຸກຍູ້ຂະບວນການແຂ່ງຂັນ ພາຍໃຕ້ຄໍາຂວັນ: “ຮັກຊາດ ແລະ ພັດທະນາ” ຢູ່ກອງວາລະສານປ້ອງກັນຊາດ, ມີສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມຄະນະເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເຊື່ອມຊຶມກຳແໜ້ນຄໍາສັ່ງແນະນໍາ ຂອງຂັ້ນເທິງ, ມີແຜນການ, ຂໍ້ຕົກລົງມອບໝາຍໜ້າທີ່ ຈັດຕັ້ງປະຕິບັດບັນດາເນື້ອໃນຂໍ້ແຂ່ງຂັນ ປິ່ນອ້ອມ 4 …
ອ່ານເພີ່ມ >>ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ກອງວາລະສານປ້ອງກັນຊາດ
ວັນທີ 3 ກັນຍາ 2025 ນີ້, ກອງວາລະສານປ້ອງກັນຊາດ ໄດ້ຈັດພິທີ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົມຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນນາທິການ, ພະແນກການ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ສຸກສາຄອນ ຈັນຍາຫານ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ຂຶ້ນກັບກອງວາລະສານປ້ອງກັນຊາດ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ໃນນັ້ນ, ກົມໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນຕີ ນາງ ພູວັນ ຈັນປະສິດ …
ອ່ານເພີ່ມ >>ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII ຢູ່ ກົມໃຫຍ່ການເມືອງກອງທັບ
ວັນທີ 2 ກັນຍາ 2025 ນີ້, ພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ແຜນພັດທະນາແມ່ຍິງທົ່ວກອງທັບ ໄລຍະ 5 ປີ (2021-2025), ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, 3 ສູນ, ຄະນະນໍາສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ. ສະຫາຍ ພັນຕີ ນາງ ມະໂນລັກ ປັນຍາທອງ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ …
ອ່ານເພີ່ມ >>ຄູທະຫານ 114 ສະຫາຍ ພ້ອມແລ້ວທີ່ຈະໄປຊ່ວຍສອນ ຢູ່ເຂດຫ່າງໄກສອກຫຼີກ
ພິທີ ປິດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ III, ທີ່ວິທະຍາໄລເຕັກນິກວິຊາຊີບ-ແບບປະສົມແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2025 ນີ້, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ, ມີຄະນະອຳນວຍການວິທະຍາໄລເຕັກນິກວິຊາຊີບ-ແບບປະສົມແຂວງຊຽງຂວາງ, ວິທະຍາໄລຄູຄັງໄຂ, ຄະນະພັກ-ຄະນະບັນຊາ ກອງບັນຊາທະຫານ 3 ແຂວງພາກເໜືອ, ແຂກຖືກເຊີນ, ພະນັກງານວິຊາການ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ …
ອ່ານເພີ່ມ >>
mps.gov.la ວາລະສານປ້ອງກັນຊາດ