Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຄູທະຫານ 114 ສະຫາຍ ພ້ອມແລ້ວທີ່ຈະໄປຊ່ວຍສອນ ຢູ່ເຂດຫ່າງໄກສອກຫຼີກ

ຄູທະຫານ 114 ສະຫາຍ ພ້ອມແລ້ວທີ່ຈະໄປຊ່ວຍສອນ ຢູ່ເຂດຫ່າງໄກສອກຫຼີກ







ພິທີ ປິດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ III, ທີ່ວິທະຍາໄລເຕັກນິກວິຊາຊີບ-ແບບປະສົມແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2025 ນີ້, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ, ມີຄະນະອຳນວຍການວິທະຍາໄລເຕັກນິກວິຊາຊີບ-ແບບປະສົມແຂວງຊຽງຂວາງ, ວິທະຍາໄລຄູຄັງໄຂ, ຄະນະພັກ-ຄະນະບັນຊາ ກອງບັນຊາທະຫານ 3 ແຂວງພາກເໜືອ, ແຂກຖືກເຊີນ, ພະນັກງານວິຊາການ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ລາຍງານຜົນສຳເລັດ ພ້ອມທັງຍົກໃຫ້ເຫັນ ດ້ານດີ, ດ້ານອອ່ນ ໃນການຈັດຕັ້ງເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ຊຸດທີ III. ຈາກນັ້ນ, ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການມອບໃບຍັ້ງຢືນການເຝິກອົບຮົມ ໃຫ້ແກ່ພະນັກງານ-ນັກຮົບ ຈຳນວນ 114 ສະຫາຍ, ໂດຍການມອບ ຂອງສະຫາຍ ຮສ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ໄດ້ສະແດງຄວາມຊົມເຊີຍ ມາຍັງຄະນະຄູເຝິກ, ນັກເຝິກອົບຮົມ ແລະ ຄະນະຮັບຜິດຊອບທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ພ້ອມກັນເຮັດສຳເລັດໜ້າທີ່ຂອງຕົນ ແລະ ເນັ້ນໜັກໃຫ້ນັກເຝິກອົບຮົມແຕ່ລະສະຫາຍ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຫຼັກໝັ້ນການເມືອງໜັກແໜ້ນ, ເພີ່ມທະວີທາງດ້ານວຽກງານວິຊາສະເພາະ ຂອງແຕ່ລະພາກສ່ວນທີ່ໄດ້ຮັບມອບໝາຍໃຫ້ເຂັ້ມແຂງຫນັກແໜ້ນ ໂດຍຕິດພັນກັບວຽກງານຂະບວນການຕົວຈິງ, ພ້ອມກັນນຳເອົາຄວາມຮູ້ ຄວາມສາມາດທີ່ໄດ້ຮ່ຳຮຽນມາ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃນສິດສອນ, ຖ່າຍທອດຄວາມຮູ້ ໃຫ້ມີປະສິດທິຜົນສູງ, ຮັດແໜ້ນຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ-ພາຍນອກ ຕິດແທດກັບປະຊາຊົນຢ່າງແໜ້ນແຟ້ນ ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ.
ໂອກາດດັ່ງກ່າວ, ສະຫາຍ ຮສ ນາງ ວົງເດືອນ ໂອໃສ ໄດ້ໃຫ້ສຳພາດວ່າ: ສຳລັບການຈັດຕັ້ງເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາໃນຄັ້ງນີ້, ໃຊ້ເວລາ 6 ວັນ ເທົ່າກັບ 63 ຊົ່ວໂມງ, ມີນັກເຝິກອົບຮົບເຂົ້າຮ່ວມທັງໝົດ 114 ສະຫາຍ ມາຈາກກອງບັນຊາການທະຫານແຂວງຊຽງຂວາງ, ແຂວງ ຫົວພັນ ແລະ ແຂວງບໍລິຄຳໄຊ, ແບ່ງອອກເປັນ 4 ຫ້ອງ, ຫ້ອງລະ 27-30 ສະຫາຍ, ໂດຍເນື້ອໃນບົດຮຽນປະກອບມີ 4 ພາກ ຄື: ຫຼັກສູດ ແລະ ການສອນຊັ້ນປະຖົມສຶກສາ, ການສອນວິຊາພາສາລາວ, ຄະນິດສາດ ແລະ ວິທະຍາສາດ. ຜ່ານການຈັດຕັ້ງສັງເກດເຫັນວ່າ: ຄະນະຮັບຜິດຊອບເຝິກອົບຮົມວິຊາຄູ ໄດ້ເອົາໃຈໃສ່ຊີ້ນໍາວຽກງານອົບຮົມ-ຫັດແອບເປັນໜ້າທີ່ການເມືອງ ໃນການປະຕິບັດບັນດາຫຼັກສູດ ແລະ ວຽກງານປິ່ນອ້ອມຕ່າງໆ, ຄູ-ອາຈານໄດ້ຖ່າຍຖອດບົດຮຽນໃຫ້ຄົບຖ້ວນ, ຈະແຈ້ງ, ເຂົ້າໃຈງ່າຍ, ສຸມໃສ່ທຸກສະຕິປັນຍາ ແລະ ຈິງໃຈໃນການສົ່ງຄວາມຮູ້ໃຫ້ນັກເຝິກອົບຮົມ, ເອົາໃຈໃສສຶກສາຄົ້ນຄວ້າຕໍາລາການຮຽນ-ການສອນ ໂດຍເນັ້ນໃສ່ວິທີການສອນແບບແກ້ບັນຫາຕາມ 5 ບາດກ້າວ. ສຳລັບນັກເຝິກອົບຮົມ ໄດ້ຕັ້ງໜ້າເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກຳໄດ້ບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ທາງດ້ານທິດສະດີ, ຫຼັກການ ແລະ ການສອນຕົວຈິງ. ຜ່ານການເຝິກອົບຮົມເຫັນວ່າພະນັກງານ-ນັກຮົບ ມີຄວາມເຂົ້າໃຈ ແລະ ສາມາດປະຕິບັດໃນແຕ່ລະດ້ານໄດ້ເກືອບ 100%.
ພ້ອມນັ້ນ, ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ສຳພາດວ່າ: ຈຸດປະສົງ ການເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ເພື່ອຍົກລະດັບວິຊາຊີບຄູໃຫ້ນາຍ ແລະ ພົນທະຫານ ມີຄວາມຮູ້ ຄວາມສາມາດ, ທັກສະການຮຽນ-ການສອນ, ຮູ້ວິຊາຄູ, ຮູ້ສ້າງແຜນການສອນ, ແຕ່ງບົດສອນ, ຮູ້ບາດກ້າວຂຶ້ນດໍາເນີນການສອນ, ການຖ່າຍຖອດສົ່ງຄວາມຮູ້, ການປະເມີນຜົນ ແລະ ອື່ນໆ ເພື່ອຍົກສູງຄຸນນະພາບໃນການຮຽນ-ການສອນ ໃຫ້ມີຄວາມຊໍານິຊໍານານ ຖືກຕາມຫຼັກການຂອງວິຊາຄູ ເພື່ອນໍາໃຊ້ເຂົ້າໃນການຮຽນການສອນໃຫ້ແກ່ນັກຮຽນ ຊັ້ນປະຖົມສຶກສາ ຢູ່ເຂດຊາຍແດນຫ່າງໄກສອກຫຼີກ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບການຕົວຈິງ. ພາຍຫຼັງສຳເລັດການອົບຮົມ ກະຊວງປ້ອງກັນປະເທດ ຈະສັບຊ້ອນພະນັກງານເຫຼົ່ານີ້ ໄປເຮັດໜ້າທີ່ສິດສອນຢູ່ເຂດຫ່າງໄກສອກຫຼີກ ຕາມໂຮງຮຽນແຫ່ງຕ່າງໆ ທີ່ຂາດແຄນຄູສອນ ແລະ ພະນັກງານຜູ້ທີ່ຖືກແຕ່ງຕັ້ງໄປເຮັດໜ້າທີ່ ຈະໄດ້ຮັບອຸດໜູນເພີ່ມຕື່ມ 70% ຂອງເງິນເດືອນພື້ນຖານ.
ສັງລວມແລ້ວ, ການເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ມາຮອດປັດຈຸບັນ ຖືວ່າ ໄດ້ສຳເລັດ 100%, ແຕ່ອັນນີ້ ເປັນພຽງຜົນສຳເລັດໃນເບື້ອງຕົ້ນ, ແນ່ນອນໃນຕໍ່ໜ້າສອງກະຊວງ ກໍຄື ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ຈະສືບຕໍ່ລົງໃກ້ຊິດຕິດແທດ ທັງຕິດຕາມ ປະເມີນການເຮັດໜ້າທີ່ສິດສອນຕົວຈິງ ເພື່ອພ້ອມກັນຊອກຫາຂໍ້ຄົງຄ້າງ ຫຼື ຈຸດທີ່ຍັງບໍ່ທັນສອດຄ່ອງໃຫ້ທັນການ, ພ້ອມກັນແກ້ບັນຫາການຂາດແຄນຄູສອນ, ການປະລະການຮຽນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps