ວັນທີ 6 ຕຸລາ 2025 ນີ້, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືການແກ້ໄຂຜົນກະທົບໄພນ້ຳຖ້ວມ ທີ່ເກີດຂຶ້ນຈາກພາຍຸ ໃນປີ 2025 ເປັນຕົ້ນ ພາຍຸວຸທິບ, ວິພາ ແລະ ບົວລອຍ ແລະ ແຜນການກະກຽມຄວາມພ້ອມຮັບມືກັບລົມພະຍຸແມັດໂມ ທີ່ຈະພັດຜ່ານເຂົ້າມາ ສປປ ລາວ ໃນໄວໆນີ້ ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມດ້ວຍບັນດາ ຮອງລັດຖະມົນຕີ, ຜູ້ຕາງໜ້າບັນດາກະຊວງ-ອົງການ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຄະນະກໍາມະການໄພພິບັດຂັ້ນສູນກາງເຂົ້າຮ່ວມ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນການເກັບກຳຂໍ້ມູນ ຜົນກະທົບ ແລະ ຜົນເສຍຫາຍ …
ອ່ານເພີ່ມ >>ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ ແລະ ບັນດາກົມກອງສື່ມວນຊົນກອງທັບ
ວັນທີ 2 ຕຸລາ 2025 ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ອະດີດກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ ແລະ ບັນດາກົມກອງສື່ມວນຊົນກອງທັບ, ມີ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະບັນຊາ ບັນດາກົມກອງສື່ມວນຊົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ໃນການພົບປະໂອ້ລົມໃນຄັ້ງນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວຽກງານໂຄສະນາແນວຄິດ-ວັດທະນະທໍາໃນກອງທັບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວວຽກງານໂຄສະນາ ໃນໄລຍະຜ່ານມາ, ບັນຫາສໍາຄັນພື້ນຖານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI …
ອ່ານເພີ່ມ >>ທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຢູ່ນະຄອນຫຼວງວຽງຈັນ
ວັນທີ 19 ກັນຍາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການພັດທະນາເສດຖະກິດ ແລະ ພື້ນຖານການຜະລິດ ຢູ່ພື້ນທີ່ຕົວຈິງ ພາຍໃນນະຄອນຫຼວງວຽງຈັນ ເປັນຕົ້ນ ໂຮງງານຂ້າສັດທັນສະໄໝ ຢູ່ບ້ານສິມມະໂນ, ເມືອງຫາດຊາຍຟອງ, ຟາມລ້ຽງປາດຸກເປັນສິນຄ້າ ຢູ່ບ້ານດົງຄວາຍ, ເມືອງໄຊທານີ, ໂຮງງານຜະລິດຫົວອາຫານສັດກຣີນຟິດ ຢູ່ບ້ານໂນນທອງ, ເມືອງໄຊທານີ ແລະ ໂຮງງານຜະລິດຫົວອາຫານສັດ ພູຄຳ (CP) ຢູ່ບ້ານພູຄຳ, ເມືອງໄຊທານີ, ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວຕິດຕາມ. ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
ອ່ານເພີ່ມ >>ຄະນະຜູ້ແທນການທະຫານຂັ້ນສູງກອງທັບ ປະຊາຊົນລາວ ເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາລື ຄວາມໝັ້ນຄົງຊຽງຊານ ຄັ້ງທີ 12
ວັນທີ 18 ກັນຍາ 2025 ນີ້, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມພິທີເປີດກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ ພ້ອມກັນປົກປ້ອງກົດລະບຽບສາກົນ, ພ້ອມກັນຊຸກຍູ້ການພັດທະນາໂດຍສັນຕິ, ເຊິ່ງມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ປະກອບຄຳເຫັນແລກປ່ຽນທັດສະນະ ຕໍ່ກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ທີ່ ສປ ຈີນ ໃນຄັ້ງນີ້ວ່າ: ນີ້ເປັນຄັ້ງທຳອິດ ທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ສຳຄັນນີ້ ໃນຖານະເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ກອງປະຊຸມຊຽງຊານໃນຄັ້ງນີ້ ບໍ່ພຽງແຕ່ເປັນເວທີປືກສາຫາລື ແລະ …
ອ່ານເພີ່ມ >>
mps.gov.la ວາລະສານປ້ອງກັນຊາດ