Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ (page 2)

ການເຄື່ອນໄຫວຊີ້ນຳ

ສະຫຼຸບການເຄື່ອນໄຫວ ວຽກງານປະກັນສັງຄົມຮອບດ້ານ ທົ່ວກອງທັບ ປະຈຳປີ 2025

ກອງປະຊຸມ ສະຫຼຸບການຈັດຕັ້ງເຄື່ອນໄຫວ ວຽກງານປະກັນສັງຄົມຮອບດ້ານ ທົ່ວກອງທັບ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2025 ນີ້,ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມ, ຫ້ອງການ, ວິທະຍາຄານ, ກອງພົນ, ກອງບັນຊາການ, ໂຮງຮຽນ, ໂຮງໝໍ, ກອງພັນໃຫຍ່, ບໍລິສັດ-ລັດວິສາຫະກິດ, ອົງການປະກັນສັງຄົມແຫ່ງຊາດ, ຫ້ອງການປະກັນສຸຂະພາບແຫ່ງຊາດ, ກົມປະກັນສັງຄົມ ກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາສະຫາຍທີ່ຮັບຜິດຊອບວຽກງານປະກັນສັງຄົມ ໃນທົ່ວກອງທັບ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ໄຊຍະແສງ ໄມມະນີ ຫົວໜ້າກົມປະກັນສັງຄົມ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານປະກັນສັງຄົມ ຮອບດ້ານ ທົ່ວກອງທັບ ປະຈຳປີ 2025 ແລະ ທິດທາງແຜນການປີ …

ອ່ານເພີ່ມ >>

ພົບປະແລກປ່ຽນບົດຮຽນ ລະຫວ່າງກົມໂຄສະນາອົບຮົມ ກອງທັບປະຊາຊົນລາວ-ຫວຽດນາມ

ວັນທີ 10 ພະຈິກ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ລະຫວ່າງ ກົມໂຄສະນາອົບຮົມ ກອງທັບປະຊາຊົນລາວ ແລະ ກົມໂຄສະນາອົບຮົມ ກອງທັບປະຊາຊົນຫວຽດນາມ, ຝ່າຍ ສປປ ລາວ ນໍາໂດຍ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ແລະ ຝ່າຍ ສສ ຫວຽດນາມ ນໍາໂດຍສະຫາຍ ພົນຕີ ຫງວຽນວັນດຶກ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ. ໃນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລື ກ່ຽວກັບວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ແລະ ຕໍ່ສູ້ຕ້ານແນວຄິດ, ບັນດາທັດສະນະທີ່ຕໍ່ຕ້ານ ຂອງອິດທິກໍາລັງປໍລະປັກ ທາງອິນເຕີເນັດ, ທາງສັງຄົມອອນລາຍ; ທີ່ຕັ້ງ, ພາລະບົດບາດ ລະບົບການຈັດຕັ້ງລາຍງານຂອງນັກຂ່າວ, ບາງ ປະສົບການກ່ຽວກັບການເຄື່ອນໄຫວໂຄສະນາທາງວາຈາ …

ອ່ານເພີ່ມ >>

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 2 ສະໄໝທີ VI

ວັນທີ 10 ພະຈິກ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 2 ສະໄໝທີ VI ເພື່ອປະກອບຄໍາເຫັນຕໍ່ບັນດາສະຫາຍ ໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍກຳມະການຄະນະປະຈຳພັກ ແລະ ກຳມະການຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ມີຄຳເຫັນຊີ້ນຳ ແລະ ກ່າວເປິດກອງປະຊຸມ ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 2 ສະໄໝທີ VI ໃນຄັ້ງນີ້ ເເມ່ນຈະໄດ້ຮັບຟັງການຕີລາຄາ, ການປະກອບຄໍາເຫັນ ຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ …

ອ່ານເພີ່ມ >>

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ມອບການຍ້ອງຍໍຜົນງານໃນບັ້ນຊ້ອມຮົບຮ່ວມ ລາວ- ຣັດເຊຍ “ລາໂຣສ-2025” ແລະ ການຝຶກຊ້ອມກອບກູ້ໄພພິບັດ ຮ່ວມ 3 ກອງທັບ.

ວັນທີ 4 ພະຈິກ 2025 ນີ້, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ມອບການຍ້ອງຍໍຜົນງານໃນບັ້ນຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ-2025” ແລະ ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ແລະ ບັ້ນຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ປີ 2025, ມີບັນດາສະຫາຍຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ຄະນະຊີ້ນໍາ ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ, ບັນດາອະນຸກຳມະການຮັບປະກັນ, ນາຍ ແລະ ພົນທະຫານ ຈາກບັ້ນຊ້ອມຮົບຮ່ວມ ລາວ-ຣັດເຊຍ ແລະ ກອບກູ້ໄພພິບັດຮ່ວມ 3 …

ອ່ານເພີ່ມ >>

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນ ຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນ ຕຸລາ 2025 ໄດ້ໄຂຂຶ້ນໃນ ວັນທີ 3 ແລະ ອັດລົງໃນຕອນເຊົ້າ ວັນທີ 4 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການສະຫຼຸບວຽກງານ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2025. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ວາລະທີ 1: ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ …

ອ່ານເພີ່ມ >>

ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 12 (ADMM-PLUS)

ໃນວັນທີ 1 ພະຈິກ 2025 ນີ້, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ, ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 12 (ADMM-ບວກ) ທີ່ນະຄອນຫຼວງກົວລາລໍາເປີ, ມາເລເຊຍ, ໂດຍການເປັນປະທານຂອງ ທ່ານ ດາໂຕະ ເຊຣີ ໂມຮາມັດ ຄາເລັດ ບິນ ນໍດິນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ມາເລເຊຍ. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນພາຍໃຕ້ຫົວຂໍ້: “ ທົບທວນຄືນ ການສ້າງຕັ້ງກອງປະຊຸມ ADMM-ບວກ ຄົບຮອບ 15 ປີ ແລະ ທິດທາງໃນຕໍ່ໜ້າ “ ແລະ ມີບັນດາລັດຖະມົນຕີປ້ອງກັນປະເທດຈາກ 11 ປະເທດສະມາຊິກອາຊຽນ ແລະ ອີກ 8 …

ອ່ານເພີ່ມ >>

ກອງປະຊຸມກວດກາຄືນການ ຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກອງປະຊຸມກວດກາຄືນ ການຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງອະນຸກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ, ມີບັນດາສະຫາຍຄະນະນຳກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ບັນດາກົມກອງ ທີ່ກ່ຽວຂ້ອງ ແລະ ບັນດາສະຫາຍເລຂາຊ່ວຍວຽກ ຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ ເຂົ້າຮ່ວມ. ສະຫາຍ …

ອ່ານເພີ່ມ >>

ກອງປະຊຸມເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ວຽກງານຮອບດ້ານໃຫ້ແກ່ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກ 2025-2026

ໃນວັນທີ 22 ຕຸລາ 2025 ນີ້, ທີ່ ສະໂມສອນ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ວຽກງານຮອບດ້ານໃຫ້ແກ່ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກ 2025-2026 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ກົມໃຫຍ່ເສນາທິການກອງທັບ ຮ່ວມມືກັບ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ກວດກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງຢູ່ເມືອງວຽງໄຊ ແຂວງຫົວພັນ ສົກ …

ອ່ານເພີ່ມ >>

ຄະນະຮັບຜິດຊອບວຽກງານການເມືອງ ເຄື່ອນໄຫວຊຸກຍູ້ຄະນະຮັບຜິດຊອບສວນສະໜາມ, ພະນັກງານ-ນັກຮົບ ກ້ອນທຸງໄຊ ແລະ ແກວົງ

ໃນວັນທີ 21 ຕຸລາ 2025, ຄະນະຮັບຜິດຊອບວຽກງານການເມືອງ ໄດ້ເຄື່ອນໄຫວຊຸກຍູ້ ຄະນະຮັບຜິດຊອບສວນສະໜາມ, ພະນັກງານ-ນັກຮົບ ກ້ອນທຸງໄຊ ແລະ ແກວົງ ຢູ່ກອງພັນໃຫຍ່ 279, ນໍາໂດຍ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການ ໜັງສືພິມກອງທັບ, ຄະນະຮັບຜິດຊອບວຽກງານການເມືອງ ພ້ອມດ້ວຍຄະນະ, ໂດຍມີ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫຍ່ 279 ພ້ອມດ້ວຍຄະນະ ເຂົ້າຮ່ວມ. ສະຫາຍ ພັນເອກ ວັນເຮືອງ ສີວິໄລ ໄດ້ຜ່ານຄໍາສັ່ງແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໄລຍະສັ້ນ ຂອງບັນດາກ້ອນກຳລັງຫັດແອບ ເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຈຸດປະສົງຄາດໝາຍ ເພື່ອເປັນການທົບທວນມູນເຊື້ອ 50 …

ອ່ານເພີ່ມ >>

ສະແດງທົດລອງ ຄັ້ງທີ 3 ການເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ວັນທີ 20 ຕຸລາ 2025 ນີ້,ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ມີພິທີສະແດງທົດລອງ ຄັ້ງທີ 3 ການເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ,ໂດຍມີ ພົທ ຄຳລຽງ ອຸ ທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນ ດາຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະ ເທດ,ພ້ອມດ້ວຍຄະນະນຳແຕ່ລະກ້ອນກໍາລັງເຫຼົ່າຮົບ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງ ທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ …

ອ່ານເພີ່ມ >>