
ວັນທີ 4 ພະຈິກ 2025 ນີ້, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ມອບການຍ້ອງຍໍຜົນງານໃນບັ້ນຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ-2025” ແລະ ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ແລະ ບັ້ນຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ປີ 2025, ມີບັນດາສະຫາຍຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ຄະນະຊີ້ນໍາ ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ, ບັນດາອະນຸກຳມະການຮັບປະກັນ, ນາຍ ແລະ ພົນທະຫານ ຈາກບັ້ນຊ້ອມຮົບຮ່ວມ ລາວ-ຣັດເຊຍ ແລະ ກອບກູ້ໄພພິບັດຮ່ວມ 3 ກອງທັບ ເຂົ້າຮ່ວມ.
ສະຫາຍ ພັນເອກ ພັນສອນ ຄໍາຜິວ ຮອງຫົວໜ້າ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບຜົນສໍາເລັດ ການຈັດຕັ້ງຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂລສ-2025” ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ເປັນການແລກປ່ຽນບົດຮຽນ ແລະ ຍົກລະດັບ ການດໍາເນີນການສູ້ຮົບ ກັບກຸ່ມຕິດອາວຸດຜິດກົດໝາຍ ໂດຍນໍາໃຊ້ໂດຼນໂຈມຕີ, ໂດຼນສືບຂ່າວ ແລະ ພາຫະນະຂະໜາດເບົາເຄື່ອນທີ່ໄວດໍາເນີນການສູ້ຮົບປະສານເຫຼົ່າຄ້າຍຄືກັບສູ້ຮົບຈິງ ໃນຕົວເມືອງ ແລະ ເຂດພູຜາປ່າດົງ ທັງກາງເວັນ ແລະ ກາງຄືນ, ເຊິ່ງເປັນບົດຮຽນສູ້ຮົບສະໄໝໃໝ່ ຈາກປະຕິບັດການພິເສດທາງການທະຫານທີ່ໄດ້ຮັບຜົນ ຢູ່ ອຸແກຼນ ຂອງກອງທັບ ສ.ຣັດເຊຍ ແລະ ບົດຮຽນຕົວຈິງ ຈາກໄພຂົ່ມຂູ່ຂອງການກໍ່ການຮ້າຍສາກົນ ທີ່ກໍາລັງເພີ່ມ ຂຶ້ນໃນປະຈຸບັນ ສະນັ້ນ, ການຊ້ອມຮົບໃນຄັ້ງນີ້ ພວກເຮົາໄດ້ພະຍາຍາມນຳພາກົມກອງ ຫັດແອບໃຫ້ໃກ້ຄຽງກັບ ສະພາບຕົວຈິງໃຫ້ໄດ້ຫຼາຍທີ່ສຸດ ເທົ່າທີ່ຈະເຮັດໄດ້ ໂດຍແມ່ນກົມກອງຊ້ອມຮົບ ເປັນເຈົ້າການເຄື່ອນໄຫວຈັດຕັ້ງກະກຽມ ແລະ ປະຕິບັດສູ້ຮົບ ຕາມການປະກອບຂອງກົມກອງ, ແນ່ໃສ່ຊອກຮູ້ ແລະ ເກັບກຳເອົາບົດຮຽນສູ້ຮົບຈາກ ຝ່າຍຣັດເຊຍ ໃຫ້ໄດ້ຫຼາຍທີ່ສຸດ ຕະຫຼອດໄລຍະການຊ້ອມຮົບ ນາຍ ແລະພົນທະຫານ ລາວ-ຣັດເຊຍ ມີຄວາມກະຕືລືລົ້ນ, ທ້າວຫັນຕັ້ງໜ້າ ໃນການອົບຮົມ-ຫັດແອບ, ມີຄວາມອົດທົນບຸກບືນຜ່ານຜາຂໍ້ຫຍຸ້ງນາໆປະການ ແລະ ຮັກສາໄດ້ຄວາມສາມັກຄີ, ທັງຮັບປະກັນໄດ້ຄວາມປອດໄພດ້ານກໍາລັງພົນ, ພາຫະນະ, ອາວຸດ ແລະ ຍຸດໂທປະກອນ100%.
ຈາກນັ້ນ, ສະຫາຍ ພັນເອກ ຄໍາຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ຂຶ້ນຜ່ານບົດສະຫຼຸບຜົນສໍາເລັດ ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບລາວ-ຫວຽດນາມ-ກຳປູເຈຍ ປີ 2025 ການຝຶກຊ້ອມກອບກູ້ໄພພິບັດໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານ-ນັກຮົບ ຮັບຮູ້ ແລະ ເຂົ້າໃຈ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນຮ້າຍຂອງ ໄພພິບັດທາງທຳມະຊາດ, ໃຫ້ມີຄວາມຮັບຮູ້ ຄວາມສາມາດ ແລະ ຊຳນິສຳນານໃນການກອບກູ້ຊ່ວຍເຫຼືອຜູ້ປະສົບໄພເມື່ອມີເຫດການທາງໄພທຳມະຊາດເກີດຂຶ້ນເພື່ອໃຫ້ສະຕິການກຽມພ້ອມໃຫ້ພະນັກງານ-ນັກຮົບ ມີຄວາມດຸໝັ້ນ, ຫ້າວຫັນ ແລະ ມີຄວາມອົດທົນ ຕໍ່ການປະຕິບັດໜ້າທີ່ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍ່ຄືການກອບກູ້ ແລະ ຊ່ວຍເຫຼືອຜູ້ ໄພສົບໄພ ເມື່ອມີໄພພິບັດທາງທຳມະຊາດເກີດຂື້ນ, ເຊິ່ງໄດ້ປະຕິບັດແຜນການຝຶກ ຄື: ຊອກຄົ້ນ-ກອບກູ້ຜູ້ປະສົບໄພທາງນໍ້າ, ຊອກຄົ້ນ-ກອບກູ້ ຜູ້ປະສົບໄພທາງບົກ ຕະຫຼອດໄລຍະການກະກຽມ ແລະ ການຝຶກຊ້ອມ ສາມາດຮັບປະກັນຄວາມປອດໄພ .
ຈາກນັ້ນ, ໄດ້ມອບການຍ້ອງຍໍຜົນງານ ໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນ ທີ່ເຂົ້າຮ່ວມຊ້ອມຮົບ “ລາໂລສ-2025” ຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ ກະຊວງປ້ອງກັນປະເທດ ແລະ ໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບ ໃຫ້ແກ່ ພະນັກງານ-ນັກຮົບທີ່ເຂົ້າຮ່ວມບັ້ນຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂລສ-2025” ມອບຫຼຽນໄຊພິລະອາດຫານຊັ້ນIII ໃຫ້ແກ່ ກົມກອງລວມໝູ່ ແລະ ບຸກຄົນ ກຳລັງຊ້ອມຮົບຮ່ວມ ຄື: ກົມກອງລວມໝູ່ ຈໍານວນ 16 ກົມກອງ, ບຸກຄົນ 398 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ແກ່ ກົມກອງລວມໝູ່ ແລະ ບຸກຄົນ ກໍາລັງຊ້ອມຮົບຮ່ວມ ມີ: ກົມກອງລວມໝູ່ ຈໍານວນ 05 ກົມກອງ, ບຸກຄົນ 394 ສະຫາຍ, ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ໃຫ້ແກ່ ກົມກອງລວມໝູ່ ແລະ ບຸກຄົນ ກຳລັງຊ້ອມຮົບຮ່ວມ ມີ: ກົມກອງລວມໝູ່ ຈໍານວນ 06 ກົມກອງ, ບຸກຄົນ 207 ສະຫາຍ.
ໃນໂອກາດນີ້ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ມີຄຳເຫັນໂອລົມ ແລະ ສະແດງຍ້ອງຍໍຜົນງານທີ່ຍາດມາໄດ້ ໃນການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ-2025” ແລະ ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ແມ່ນເປັນການພົວພັນ, ຮ່ວມມືກັນສາກົນ ທັງເປັນການຫັດແໜ້ນຄວາມສາມັກຄີໃຫ້ນັບມື້ໜັກແໜ້ນເປັນຂີດໝາຍໜຶ່ງທີ່ສໍາຄັນ ແລະ ເສີມຂະຫຍາຍການພົວພັນຮ່ວມມືຍຸດທະສາດ ບົນພື້ນຖານຄວາມສະເໝີພາບ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເປັນການຍົກລະດັບວິທີການຊີ້ນຳ, ບັນຊາ ແລະ ການຈັດຕັ້ງການປະສານສູ້ຮົບ ແລະ ກອບກູໄພພິບັດ ແລະ ຍັງໄດ້ເນັ້ນໜັກໃຫ້ບັນດາອະນຸກຳມະການໃນດ້ານວຽກງານຕ່າງໆ ສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນທີ່ຍັງຄົງຄ້າງໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້, ພ້ອມກັນເອົາໃຈໃສ່ປະຕິບັດຕາມໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີ ຕາມຂັ້ນເທິງມອບໝາຍໃຫ້ ເພື່ອຮັບປະກັນເຮັດໃຫ້ແຜນການເຝິກຊ້ອມຮ່ວມ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
ໂດຍ: ໄຊຍະເສນ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ມອບການຍ້ອງຍໍຜົນງານໃນບັ້ນຊ້ອມຮົບຮ່ວມ ລາວ- ຣັດເຊຍ “ລາໂຣສ-2025” ແລະ ການຝຶກຊ້ອມກອບກູ້ໄພພິບັດ ຮ່ວມ 3 ກອງທັບ.
mps.gov.la ວາລະສານປ້ອງກັນຊາດ