Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກອງປະຊຸມເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ວຽກງານຮອບດ້ານໃຫ້ແກ່ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກ 2025-2026

ກອງປະຊຸມເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ວຽກງານຮອບດ້ານໃຫ້ແກ່ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກ 2025-2026


ໃນວັນທີ 22 ຕຸລາ 2025 ນີ້, ທີ່ ສະໂມສອນ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ວຽກງານຮອບດ້ານໃຫ້ແກ່ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ສົກ 2025-2026 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ກົມໃຫຍ່ເສນາທິການກອງທັບ ຮ່ວມມືກັບ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ກວດກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງຢູ່ເມືອງວຽງໄຊ ແຂວງຫົວພັນ ສົກ 2025-2026 ອີງຕາມ ການເຫັນດີ ຂອງຄະນະປະຈຳພັກກະຊວງປ້ອງກັນປະເທດ ກ່ຽວກັບການສືບຕໍ່ຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ຮ່ວມກັບ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ສົກ 2025-2026 ແລະ ອີງຕາມ ບົດບັນທຶກການເຮັດວຽກຮ່ວມກັນ ລະຫວ່າງ ຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ຄັ້ງວັນທີ 16 ກໍລະກົດ 2025 ເພື່ອຜັນຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງກອງທັບ ໃນການກວດກູ້ ແລະ ທໍາລາຍລະເບີດທີ່ຕົກຄ້າງຢູ່ ສປປ ລາວ ສົກ 2025-2026 ໃຫ້ສຳເລັດຕາມແຜນການ. ຈາກນັ້ນ, ສະຫາຍ ພັນໂທ ວົງເດືອນ ອິນມີໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການ ກອງທັບ ໄດ້ຜ່ານແຜນການຮ່ວມມືກວດກູ້ ແລະ ທໍາລາຍລະເບີດທີ່ຕົກຄ້າງ ເພື່ອມະນຸດສະທຳ ຮ່ວມກັບ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ຢູ່ເມືອງວຽງໄຊ ແຂວງຫົວພັນ ສົກ 2025-2026. ພ້ອມນັ້ນ, ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ, ພ້ອມທັງລາຍງານສະພາບການ ແລະ ສະເໜີບາງບັນຫາຕໍ່ກອງປະຊຸມ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບທຸກພາກສ່ວນທີ່ໄດ້ກະກຽມແຜນການຮ່ວມມືຢ່າງລະອຽດ ເຊິ່ງເປັນວຽກງານທີ່ມີຄວາມສຳຄັນ ແລະ ມີຄວາມສ່ຽງສູງ ໂດຍສະເພາະຢູ່ເມືອງວຽງໄຊ ເຊິ່ງເປັນພື້ນທີ່ ທີ່ມີລະເບີດບໍ່ທັນແຕກຕົກຄ້າງຫຼາຍ ພ້ອມທັງ ເນັ້ນໜັກໃຫ້ແຕ່ລະພາກສ່ວນ ຈົ່ງເພີ່ມທະວີການປະສານສົມທົບໃຫ້ເຂັ້ມງວດ, ຮຽກຮ້ອງໃຫ້ຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີການປະສານງານ ແລະ ແລກປ່ຽນຂໍ້ມູນກັນຢ່າງເປັນລະບົບ ເພື່ອໃຫ້ການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຢູ່ແຂວງຫົວພັນ ສໍາເລັດຕາມເນື້ອໃນແຜນການທີ່ວາງໄວ້.

ກ່ຽວກັບ mps