ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2025 ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງ ຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດເຂົ້າຮ່ວມ. ທ່ານ …
ອ່ານເພີ່ມ >>ໜ່ວຍງານກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຕິດຕາມຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ
ວັນທີ 6 ມິຖຸນາ 2025 ນີ້, ໜ່ວຍງານກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຕິດຕາມຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ຢູ່ບັນດາປ້ອມທະຫານຊາຍແດນ ເມືອງຄອບ ແຂວງໄຊຍະບູລີ ເຊິ່ງນຳພາໂດຍ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ. ການເຄື່ອນໄຫວໃນຄັ້ງນີ້ ເພື່ອຕິດຕາມ, ຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈພະນັກງານ-ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນ ແລະ ມີຄວາມອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດຕາມການມອບໝາຍ. ໂອກາດນີ້, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບທຸກສະຫາຍ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ຂອງຕົນ ຕາມການມອບໝາຍ ເຮັດໃຫ້ສະພາບຂອບເຂດທີ່ຕົນຮັບຜິດຊອບມີຄວາມສະຫງົບ, ເຖິງແມ່ນວ່າຈະມີອຸປະສັກຫຍຸ້ງຍາກປານໃດກໍຕາມ ແຕ່ທຸກສະຫາຍ ຍັງມີແນວຄິດອຸ່ນອຽນທຸ່ນທ່ຽງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນ ການປ້ອງກັນສາລະເວຕາມຊາຍແດນທີ່ຕົນຮັບຜຜິດຊອບ. ເພື່ອເປັນການສືບຕໍ່ເຮັດໃຫ້ສະພາບມີຄວາມສະຫງົບ ສະຫາຍ ໄດ້ເນັ້ນໜັກໃຫ້ຜູ້ບັນຊາຢູ່ແຕ່ລະປ້ອມ ຕ້ອງໄດ້ເອົາໃຈໃສ່ຕິດຕາມເກັບກຳສະພາບການເຄື່ອນໄຫວ …
ອ່ານເພີ່ມ >>ຝູງບິນ Mi-17
ເຫຼົ່າຮົບທະຫານອາກາດ ສະແດງທາງອາກາດມີຝູງບິນ Mi-17 ຈຳນວນ 3 ລຳປະກອບທຸງຊາດ, ທຸງພັກ ແລະ ທຸງກາ 70 ປີກອງທັບປະຊາຊົນລາວ
ອ່ານເພີ່ມ >>ມີ 3 ຝູງບິນຂອງກອງທັບປະຊາຊົນລາວສະແດງທາງອາກາດ ໃນວັນຄົບຮອບ 70 ປີ
ໃນໂອ ກາດສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ, ເຫຼົ່າຮົບທະຫານອາກາດ ສະແດງທາງອາກາດມີຝູງບິນ Mi-17 ຈຳນວນ 3 ລຳປະກອບທຸງຊາດ, ທຸງພັກ ແລະ ທຸງກາ 70 ປີກອງທັບປະຊາຊົນລາວ, ຝູງບິນ LE-500 ຈຳນວນ 5 ລຳ, Yark 130 ຈໍາ ນວນ 3 ລໍາ ແລະ ການສະແດງ ໂດດຈ້ອງທາງອາກາດມີທະຫານ ໂດດຈ້ອງ ຈຳນວນ 50 ກວ່າສະ ຫາຍ, ເຊິ່ງແຕ່ລະກ້ອນກໍາລັງ ສວນສະໜາມຂອງແຕ່ລະເຫຼົ່າຮົບ ມີຄວາມເປັນເອກະພາບ, ມີຄວາມເຂັ້ມແຂງສະແດງໃຫ້ເຫັນເຖິງຄວາມ ເຂັ້ມແຂງ ແລະ ການເຕີບໃຫຍ່ຂະ ຫຍາຍຕົວຂອງແຕ່ລະເຫຼົ່າຮົບໃນກອງທັບປະຊາຊົົນລາວ
ອ່ານເພີ່ມ >>ພິທີສວນສະ ໜາມຂອງກ້ອນກຳລັງ ແລະ ພາຫະນະຕ່າງໆຂອງແຕ່ລະເຫຼົ່າ ຮົບໃນກອງທັບປະຊາຊົນລາວ
ຕອນເຊົ້າ ວັນທີ 20 ມັງກອນ 2019. ພິທີສວນສະ ໜາມຂອງກ້ອນກຳລັງ ແລະ ພາ ຫະນະຕ່າງໆຂອງແຕ່ລະເຫຼົ່າ ຮົບໃນກອງທັບປະຊາຊົນລາວ, ໂດຍເລີ່ມຈາກຂະບວນລົດຂອງ ພະນັກງານປະຕິວັດອາວຸໂສ, ຕາມດ້ວຍກ້ອນທຸງໄຊກອງທັບ ປະຊາຊົນລາວ, ກ້ອນກອງທັບ ລາວອິດສະຫຼະ, ກ້ອນກຳລັງກອງ ທັບປົດປ່ອຍປະຊາຊົນລາວ, ກ້ອນ ກຳລັງໄຟເພດຍິງ 769, ກ້ອນ ນາຍທະຫານບົກ, ກ້ອນນາຍ ທະຫານອາກາດ, ກ້ອນນາຍທະຫານຊາຍແດນ, ກ້ອນທະຫານ ຮາບ, ກ້ອນທະຫານຕີພິເສດ, ກ້ອນທະຫານລົດຕັງ-ຍານເກາະ, ກ້ອນທະຫານປືນໃຫຍ່ໜ້າດິນ, ກ້ອນທະຫານປ້ອງກັນອາກາດ, ກ້ອນທະຫານຊ່າງແສງ, ກ້ອນທະ ຫານສື່ສານ, ເຫຼົ່າຮົບເສນາຮັກ, ກ້ອນທະຫານທ້ອງຖິ່ນ, ກ້ອນກຳ ລັງກອງຫຼອນ, ກ້ອນກຳລັງປ້ອງ ກັນຕົວ ແລະ ຂະບວນພາຫະນະ ປະກອບເຫຼົ່າຮົບຕ່າງໆເຊັ່ນ:ຂະບວນລົດທະຫານຮາບ-ຍານ ເກາະ, ຂະບວນລົດເຫຼົ່າຮົບລົດ ຕັງ-ຍານເກາະ, ຂະບວນລົດເຫຼົ່າ ຮົບປືນໃຫຍ່ໜ້າດິນ, …
ອ່ານເພີ່ມ >>ງາມໂຮມຊຸມນຸມໃຫຍ່ ຄົບຮອບ 70 ປີ
ງານໂຮມຊຸມນຸມໃຫຍ່ສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20ມັງກອນ 2019) ໄດ້ຈັດ ຂຶ້ນຢ່າງຄຶກຄື້ນໃນວັນທີ 20 ມັງກອນ 2019 ນີ້, ຢູ່ທີ່ວິທະຍາຄານກົມ ມະດໍາ. ໃນພິທີໄດ້ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ການເຂົ້າຮ່ວມ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິ ວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຄໍາໄຕສີພັນດອນ ອະດີດປະທານພັກ ປະຊາຊົນປະຕິວັດລາວ, ປະທານ ປະເທດ ແຫ່ງ ສປປ ລາວ, ສະຫາຍຈູມມາລີ ໄຊຍະສອນ ອະດີດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, …
ອ່ານເພີ່ມ >>ສູນທອນພົດ: ຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ
ຄະນະປະທານທີ່ນັບຖື !. ບັນດາແຂກເພື່ອນມິດຕ່າງປະເທດທີ່ນັບຖື !. ບັນດາສະຫາຍພະນັກງານ-ນັກຮົບ, ພີ່ນ້ອງຮ່ວມ ຊາດທີ່ຮັກແພງທັງຫຼາຍ. ມື້ນີ້, ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນລາວ ບັນດາເຜົ່າ ມີຄວາມເບີກບານມ່ວນຊື່ນ ແລະ ພາກ ພູມໃຈເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ເຊິ່ງເປັນວັນສຳຄັນປະຫວັດສາດຂອງພາລະກິດ ປະຕິວັດ ແລະ ຂອງຊາດລາວເຮົາ. ໃນນາມຄະນະບໍລິຫານງານສູນກາງພັກ ແລະ ລັດຖະບານ, ຂ້າພະເຈົ້າຂໍສະແດງຄວາມຂໍ່ານັບຊົມເຊີຍ ບັນດາສະຫາຍການນຳ ແລະ ອະດີດການນຳຂອງພັກ, ລັດ ແລະ ກອງທັບ, ຜູ້ບັງຄັບບັນຊາ ຮຸ່ນອາວຸໂສ, ການນຳ ແລະ ຜູ້ບັນ ຊາການທີ່ເປັນຕົວແທນຂອງເຫຼົ່າ ຮົບ, ກົມກອງທົ່ວກຳລັງປະກອບ ອາວຸດ, ຕົວແທນຊາວໜຸ່ມ, ນັກ ຮຽນ, ນັກສຶກສາ, ປັນຍາຊົນ …
ອ່ານເພີ່ມ >>ປະດັບຫຼຽນຄຳແຫ່ງຊາດ ໃຫ້ກອງທັບປະຊາຊົນລາວ
ວັນທີ 18 ມັງ ກອນ 2019. ເນື່ອງໃນໂອ ກາດສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ (20 ມັງກອນ 1949 ເຖິງ 20 ມັງກອນ 2019) ພິທີປະດັບຫຼຽນຄຳແຫ່ງຊາດ ໜ່ວຍທີ 5 ເຊິ່ງເປັນຫຼຽນສູງສຸດ ຂອງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃຫ້ແກ່ກອງທັບປະຊາຊົນລາວ, ໃຫ້ກຽດປະດັບ ໂດຍແມ່ນທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິ ວັດລາວ ປະທານປະເທດແຫ່ງ ສປປ ລາວ ຫຼຽນໄຊ ແລະ ຍ້ອງຍໍຜົນງານ 5 ປີໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີຈັດຂຶ້ນຢ່າງສົມກຽດ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນຍັງ …
ອ່ານເພີ່ມ >>
mps.gov.la ວາລະສານປ້ອງກັນຊາດ