





ໃນວັນທີ 18 ກັນຍາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດການແຂ່ງຂັນ ຖາມ-ຕອບ ຄວາມຮູ້ຮອບຕົວ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ຂະບວນການ, ມີຄະນະພັກ-ຄະນະບັນຊາ ບັນດາກົມ, ຫ້ອງການ, ກອງ ຕະຫຼອດຮອດພະນັກງານ-ນັກຮົບ ທີ່ມາຈາກບັນດາກົມກອງອ້ອມຂ້າງກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດລາຍງານການກະກຽມ ແລະ ກົດລະບຽບ ໃນການຖາມ-ຕອບ, ເຊິ່ງມີບັນດານັກຕອບ ຈາກ 26 ກົມກອງເຂົ້າຮ່ວມ. ການຈັດການແຂ່ງຂັນ ຖາມ-ຕອບໃນຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ ທັງເປັນການກະຕຸກຊຸກຍູ້ພະນັກງານ-ນັກຮົບໃຫ້ມີຈິດໃຈຮັກມັກການອ່ານ, ເພື່ອສ້າງໃຫ້ເຂົາເຈົ້າກໍາໄດ້ແນວທາງຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ ແລະ ບັນດາມູນເຊື້ອ ທາດແທ້ຂອງກອງທັບປະຊາຊົນລາວ ເພື່ອສ້າງເຂົາເຈົ້າໃຫ້ກາຍເປັນພະນັກງານ-ນັກຮົບທີ່ມີຄວາມໜັກແໜ້ນດ້ານການເມືອງ, ເຂັ້ມແຂງດ້ານການຈັດຕັ້ງ, ມີຄວາມຮູ້ ຄວາມສາມາດໃນການເຮັດໜ້າທີ່ວຽກງານ ທ່ວງທັນກັບຍຸກສະໄໝ ທີ່ມີວິທະຍາສາດກ້າວໜ້າທັນສະໄໝ ເພື່ອເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ອີກດ້ານໜຶ່ງ ເປັນການເປີດໂອກາດ ເພື່ອຊອກຄົ້ນຫາພະນັກງານ-ນັກຮົບ ຜູ້ທີ່ມີຫົວຄິດ, ມັນສະໜອງວ່ອງໄວ, ມີການຊອກຮູ້ຮໍ່າຮຽນ, ຈື່ຈໍາໄດ້ດີ ແລະ ມີພອນສະຫວັນ-ພອນສະແຫວງ ເພື່ອຊອກໃຫ້ເຫັນບຸກຄົນທີ່ເກັ່ງ ສາມາດມາທົດສອບກັນດ້ວຍຄວາມຮູ້ ຄວາມສາມາດຕົວຈິງໃນເວທີນີ້.
ຜົນການແຂ່ງຂັນ ຖາມ-ຕອບ ໃນຄັ້ງນີ້ ກົມກອງທີ່ສາມາດຕອບໄດ້ ທັງໝົດ 4 ຄໍາຖາມ ມີ 7 ກົມກອງ, ຕອບໄດ້ 3 ຄຳຖາມ ມີ 4 ກົມກອງ, ຕອບໄດ້ 2 ຄໍາຖາມ ມີ 5 ກົມກອງ, ຕອບໄດ້ 1 ຄໍາຖາມ ມີ 9 ກົມກອງ ແລະ ລາງວັນຊົມເຊີຍ 1 ກົມກອງ. ໃນພິທີ, ຍັງໄດ້ມອບຂອງຂວັນໃຫ້ແຕ່ລະປະເພດຢ່າງສົມກຽດ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກົມໃຫຍ່ການເມືອງກອງທັບ ຈັດກິດຈະກຳການແຂ່ງຂັນ ຖາມ-ຕອບ ຄວາມຮູ້ຮອບຕົວ
mps.gov.la ວາລະສານປ້ອງກັນຊາດ