Home / ທິດສະດີຊີ້ນຳ / ກົງຈັກການຈັດຕັ້ງ (page 2)

ກົງຈັກການຈັດຕັ້ງ

ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ກອງວາລະສານປ້ອງກັນຊາດ

ວັນທີ 3 ກັນຍາ 2025 ນີ້, ກອງວາລະສານປ້ອງກັນຊາດ ໄດ້ຈັດພິທີ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົມຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນນາທິການ, ພະແນກການ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ສຸກສາຄອນ ຈັນຍາຫານ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ຂຶ້ນກັບກອງວາລະສານປ້ອງກັນຊາດ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ໃນນັ້ນ, ກົມໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນຕີ ນາງ ພູວັນ ຈັນປະສິດ …

ອ່ານເພີ່ມ >>

ກະຊວງປ້ອງກັນປະເທດ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ໃນວັນທີ 28 ສິງຫາ 2025 ນີ້, ໂດຍມີສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີບັນດາສະຫາຍການນໍາກະຊວງປ້ອງກັນປະເທດ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, …

ອ່ານເພີ່ມ >>

ຄູທະຫານ 114 ສະຫາຍ ພ້ອມແລ້ວທີ່ຈະໄປຊ່ວຍສອນ ຢູ່ເຂດຫ່າງໄກສອກຫຼີກ

ພິທີ ປິດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ III, ທີ່ວິທະຍາໄລເຕັກນິກວິຊາຊີບ-ແບບປະສົມແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2025 ນີ້, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ, ມີຄະນະອຳນວຍການວິທະຍາໄລເຕັກນິກວິຊາຊີບ-ແບບປະສົມແຂວງຊຽງຂວາງ, ວິທະຍາໄລຄູຄັງໄຂ, ຄະນະພັກ-ຄະນະບັນຊາ ກອງບັນຊາທະຫານ 3 ແຂວງພາກເໜືອ, ແຂກຖືກເຊີນ, ພະນັກງານວິຊາການ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ …

ອ່ານເພີ່ມ >>

ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ

ໃນວັນທີ 22 ສິງຫາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີ ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ຫວໍ ທິແອັງ ຊວນ ກໍາມະການສູນກາງພັກ ກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ເຂົ້າຂ້ອງທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພົນຕີ …

ອ່ານເພີ່ມ >>

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ອັດລົງດ້ວຍຜົນສໍາເລັດອັນຈົບງາມ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນໃນວັນທີ 7 ສິງຫາ ແລະ ອັດລົງໃນວັນທີ 8 ສິງຫາ 2025 ນີ້, ທີ່ ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ບັນດາຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບເຂົ້າຮ່ວມ. ສະຫາຍ …

ອ່ານເພີ່ມ >>

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 7 ສິງຫາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ບັນດາຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບເຂົ້າຮ່ວມ. ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ …

ອ່ານເພີ່ມ >>

ກອງວາລະສານປ້ອງກັນຊາດ ປາຖະກະຖາວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ໃນວັນທີ 18 ກໍລະກົດ 2025 ນີ້, ກອງວາລະສານປ້ອງກັນຊາດຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955- 20 ກໍລະກົດ 2025) ເປັນປະທານຂອງ ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ, ມີຄະນະໜ່ວຍສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກເຂົ້າຮ່ວມ. ສະຫາຍ ພັນຕີ ນາງ ພູວັນ ຈັນປະສິດ ເລຂາໜ່ວຍສະຫະພັນແມ່ຍິງ ກອງວາລະສານປ້ອງກັນຊາດ, ໄດ້ຫວນຄືນມູນເຊື້ອປະຫວັດການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວຕະຫຼອດ 70 ປີ ທີ່ຜ່ານມາ, ໃນເມື່ອກ່ອນປະເທດເຮົາ ຢູ່ໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນ, ພວກເຂົາຈັບເຂັ້ນຂ້າພໍ່ແມ່ປະຊາຊົນຢ່າງໂຫດຮ້າຍປ່າເຖື່ອນ, ຈຶ່ງເຮັດໃຫ້ປະຊາຊົນລາວຜູ້ຮັກຊາດລຸກຮື້ຂຶ້ນຕໍ່ສູ້ຢ່າງພິລາອາດຫານໃນຕະຫຼອດໄລຍະເວລາການຕໍ່ສູ້ກູ້ຊາດ ແມ່ຍິງລາວກໍໄດ້ຄ່ຽງບ່າຄ່ຽງໄຫຼ່ກັບເພດຊາຍ, ດັ່ງນັ້ນ ແມ່ຍິງຈຳນວນຫຼວງຫຼາຍຈຶ່ງໄດ້ເຂົ້າຮ່ວມຂະບວນການລຸກຮືຂຶ້ນຍຶດອຳນາດ ຈາກພວກລ່າເມືອງຂຶ້ນ, ຂະບວນເຄື່ອນໄຫວຂອງແມ່ຍິງລາວກໍ່ໄດ້ຂະຫຍາຍຕົວອອກສູ້ສັງຄົມໃນຂອບເຂດທົ່ວປະເທດໂດຍພາຍໃຕ້ການນຳພາຂອງພັກ, ໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ຖືເອົາແມ່ຍິງພາກສ່ວນໜຶ່ງ …

ອ່ານເພີ່ມ >>

ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຊຸກຍູ້ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກອງວາລະສານປ້ອງກັນຊາດ

ວັນທີ 8 ກໍລະກົດ 2025 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ນໍາໂດຍສະຫາຍ ພັນເອກ ບຸນຄໍາ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ຂອງໜ່ວຍພັກ ກອງວາລະສານປ້ອງກັນຊາດ, ມີສະຫາຍ ພັນໂທ ບຸນໄມ ແສງອາລຸນ ເລຂາໜ່ວຍພັກ, ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຜ່ານບົດລາຍງານຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 1 ປິຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2026 ເຊິ່ງຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກ ມີແນວຄິດການເມືອງໜັກແໜ້ນ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, …

ອ່ານເພີ່ມ >>

ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ

ວັນທີ 9 ມິຖຸນາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາອົງການ, ກົມ, ກອງອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈຳພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງວ່າການ ກະຊວງປ້ອງກັນປະເທດ ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຄໍາແຫວນ ຫຼ້າບົວມະຫາໄຊ ເປັນຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນເອກ ສຸລິໄຊ ພິຈິດ …

ອ່ານເພີ່ມ >>