Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກອງວາລະສານປ້ອງກັນຊາດ ປາຖະກະຖາວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ກອງວາລະສານປ້ອງກັນຊາດ ປາຖະກະຖາວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ





ໃນວັນທີ 18 ກໍລະກົດ 2025 ນີ້, ກອງວາລະສານປ້ອງກັນຊາດຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955- 20 ກໍລະກົດ 2025) ເປັນປະທານຂອງ ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ, ມີຄະນະໜ່ວຍສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ພູວັນ ຈັນປະສິດ ເລຂາໜ່ວຍສະຫະພັນແມ່ຍິງ ກອງວາລະສານປ້ອງກັນຊາດ, ໄດ້ຫວນຄືນມູນເຊື້ອປະຫວັດການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວຕະຫຼອດ 70 ປີ ທີ່ຜ່ານມາ, ໃນເມື່ອກ່ອນປະເທດເຮົາ ຢູ່ໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນ, ພວກເຂົາຈັບເຂັ້ນຂ້າພໍ່ແມ່ປະຊາຊົນຢ່າງໂຫດຮ້າຍປ່າເຖື່ອນ, ຈຶ່ງເຮັດໃຫ້ປະຊາຊົນລາວຜູ້ຮັກຊາດລຸກຮື້ຂຶ້ນຕໍ່ສູ້ຢ່າງພິລາອາດຫານໃນຕະຫຼອດໄລຍະເວລາການຕໍ່ສູ້ກູ້ຊາດ ແມ່ຍິງລາວກໍໄດ້ຄ່ຽງບ່າຄ່ຽງໄຫຼ່ກັບເພດຊາຍ, ດັ່ງນັ້ນ ແມ່ຍິງຈຳນວນຫຼວງຫຼາຍຈຶ່ງໄດ້ເຂົ້າຮ່ວມຂະບວນການລຸກຮືຂຶ້ນຍຶດອຳນາດ ຈາກພວກລ່າເມືອງຂຶ້ນ, ຂະບວນເຄື່ອນໄຫວຂອງແມ່ຍິງລາວກໍ່ໄດ້ຂະຫຍາຍຕົວອອກສູ້ສັງຄົມໃນຂອບເຂດທົ່ວປະເທດໂດຍພາຍໃຕ້ການນຳພາຂອງພັກ, ໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ຖືເອົາແມ່ຍິງພາກສ່ວນໜຶ່ງ ເປັນກຳລັງແຮງທີ່ສຳຄັນຂອງພັກ, ພ້ອມກັນນັ້ນ ກໍ່ເພື່ອນຳພາການຕໍ່ສູ້ປົກປັກຮັກສາປະເທດຊາດ ແລະ ປະຕິບັດສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ນັບແຕ່ມື້ນັ້ນເປັນຕົ້ນມາອົງການຈັດຕັ້ງສະຫະພັນແມ່ຍິງລາວກໍ່ໄດ້ເຄື່ອນໄຫວຕາມພາລະບົດບາດທີ່ກຳນົດໄວ້ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະປະຕິບັດສິດສະເໝີພາບຍິງຊາຍໃນທຸກໆດ້ານ, ເພື່ອພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ປົກປັກຮັກສາແລະ ພັດທະນາປະເທດຊາດກໍ່ຄືພັດທະນາແມ່ຍິງໃຫ້ເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 70 ປີທີ່ຜ່ານມາ.
ໂອກາດນີ້ ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ເນັ້ນໜັກໃຫ້ສະຫະພັນແມ່ຍິງ ທົ່ວກອງວາລະສານປ້ອງກັນຊາດ, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ມີຄວາມໜັກແໜ້ນ, ມີຄວາມສາມັກຄີພາຍໃນກົມກອງ, ປະກອບສ່ວນເຂົ້າໃນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໜາຍໃຫ້ປະສົບຜົນສໍາເລັດຢ່າງຈົບງາມ.
ໂດຍ: ສອນທະສິນ ໄຊຍົນຕີ

ກ່ຽວກັບ mps