ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນໃນວັນທີ 7 ສິງຫາ ແລະ ອັດລົງໃນວັນທີ 8 ສິງຫາ 2025 ນີ້, ທີ່ ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ບັນດາຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບເຂົ້າຮ່ວມ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ລາຍງານຜົນກອງປະຊຸມໃຫຍ່ ໃຫ້ຮູ້ວ່າ: ຜົນສໍາເລັດກອງປະຊຸມໃຫຍ່ໃນຄັ້ງນີ້, ໄດ້ຢັ້ງຢືນເຖິງຄວາມສາມັກຄີເປັນເອກະພາບສູງ ຢູ່ພາຍໃນອົງຄະນະພັກ, ທຸກບັນຫາທີ່ໄດ້ຍົກຂຶ້ນມາໃນກອງປະຊຸມໃຫຍ່ ລ້ວນແຕ່ໄດ້ຮັບການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງຈາກບັນດາສະຫາຍຜູ້ແທນ ແລະ ໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນ, ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມ ບົດລາຍງານການເມືອງ ຂອງຄະນະພັກ ກະຊວງປ້ອງກັນປະເທດ ສະໄໝທີ V ຢ່າງເລິກເຊິ່ງ, ຕັ້ງໜ້າ ປະກອບຄໍາຄິດເຫັນດ້ວຍຄວາມຮັບຜິດຊອບສູງ, ກອງປະຊຸມໃຫຍ່ ໄດ້ເປັນເອກະສັນກັນ, ຜ່ານພຶດຕິກຳຕົວຈິງໃນຊຸມປີຜ່ານມາ ໄດ້ຊີ້ໃຫ້ເຫັນແຈ້ງວ່າ: ຢາກເຮັດສຳເລັດໜ້າທີ່ ປ້ອງກັນຊາດ ແລະ ປັບປຸງກໍ່ສ້າງພັກ, ກໍ່ສ້າງກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ບັນຫາທີ່ມີລັກສະນະຕັດສິນ ກໍຍັງແມ່ນການເຊື່ອມຊຶມ-ກຳແໜ້ນແນວທາງນະໂຍບາຍຂອງພັກ; ແມ່ນການຈັດຕັ້ງປະຕິບັດຫັນເອົາແນວທາງນະໂຍບາຍຂອງພັກ ໃຫ້ເປັນໂຄງການອັນລະອຽດຂອງແຕ່ລະດ້ານ ຕິດພັນກັບການກໍ່ສ້າງພັກ-ກໍ່ສ້າງພະນັກງານ, ເຊີດຊູຈິດໃຈເປັນເຈົ້າຕົນເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ນີ້ທັງແມ່ນບົດຮຽນ, ທັງແມ່ນມູນເຊື້ອ ແລະ ທັງແມ່ນຄາດໝາຍສູ້ຊົນທີ່ພວກເຮົາຈະຕ້ອງໄດ້ພ້ອມກັນສືບຕໍ່ເຮັດໃນຕໍ່ໜ້າ.
ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າກ່ຽວກັບມາດຖານເງື່ອນໄຂ ຂອງຜູ້ທີ່ສະໝັກເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ແລະ ໃຊ້ສິດປະຊາທິປະໄຕຂອງຕົນເຂົ້າໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງ ຊຸດໃໝ່ ຢ່າງຖືກຕ້ອງຕາມລະບຽບຫຼັກການຂອງພັກ ເພື່ອສືບຕໍ່ນໍາພາກອງທັບປະຊາຊົນລາວກ້າວຂຶ້ນ ແລະ ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ໃນໄລຍະໃໝ່.
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ສໍາເລັດລົງຢ່າງຈົບງາມແລ້ວ, ແຕ່ພວກເຮົາຍັງມີໜ້າທີ່ ແລະ ຄວາມຮັບຜິດຊອບອັນໜັກໜ່ວງ ແລະ ຈິງຈັງ ຕໍ່ການນໍາເອົາເນື້ອໃນທັງໝົດ ທີ່ກອງປະຊຸມໃຫຍ່ວາງອອກ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດໝາກເກີດຜົນຕົວຈິງ, ບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ທີ່ໄດ້ຮັບການໄວ້ວາງໃຈຈາກກອງປະຊຸມໃຫຍ່ ຍິ່ງຈະໄດ້ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຕັ້ງໜ້າປະຕິບັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າ ທີ່ກອງປະຊຸມໃຫຍ່ ໄດ້ມອບໝາຍໃຫ້, ຍົກສູງຄວາມເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ວຽກງານ ກໍຄືການເຝິກຝົນຫຼໍ່ຫຼອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ. ບັນດາຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເສີມຂະຫຍາຍຄວາມເປັນເຈົ້າການປະດິດສ້າງສູງກວ່າເກົ່າ, ນໍາເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຜັນຂະຫຍາຍລົງສູ່ກົມກອງ-ທ້ອງຖິ່ນ ແລະ ຂະແໜງການຂອງຕົນ, ເຮັດໃຫ້ທຸກຄົນເຊື່ອມຊຶມ ແລະ ປະຕິບັດຖືກຕ້ອງ, ໃຫ້ກາຍເປັນຂະບວນ ການເຄື່ອນໄຫວ ຂອງມະຫາຊົນຢ່າງກວ້າງຂວາງ ແລະ ບັນລຸໝາກຜົນຕົວຈິງ.
ກອງປະຊຸມໃຫຍ່ ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກກະຊວງ 11 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້:
1. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ
2. ສະຫາຍ ພົນຕີ ວົງສອນ ອິນປານພິມ
3. ສະຫາຍ ພົນຕີ ສາຍໃຈ ກົມມະສິດ
4. ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ
5. ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ
6. ສະຫາຍ ພົນຕີ ພັນແສງ ບຸນພັນ
7. ສະຫາຍ ພົນຕີ ວັນທອງ ບຸດຕະວົງ
8. ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ
9. ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ
10. ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ
11. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ
ກອງປະຊຸມໃຫຍ່ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:
1) ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະພັກ
2) ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນຮອງເລຂາຄະນະພັກ
3) ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເປັນຮອງເລຂາຄະນະພັກ
ກອງປະຊຸມໃຫຍ່ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:
1) ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ເປັນປະທານກວດກາພັກ
2) ສະຫາຍ ພັນເອກ ແພງສີ ເສັງວິໄຊ ເປັນຮອງປະທານກວດກາພັກ
3) ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ ເປັນຮອງປະທານກວດກາພັກ
ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ປະກອບມີ 35 ສະຫາຍ ຄື:
1. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ
2. ສະຫາຍ ພົນຕີ ວົງສອນອິນປານພິມ
3. ສະຫາຍ ພົນຕີ ສາຍໃຈ ກົມມະສິດ
4. ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ
5. ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ
6. ສະຫາຍ ພົນຕີ ພັນແສງ ບຸນພັນ
7. ສະຫາຍ ພົນຕີ ວັນທອງ ບຸດຕະວົງ
8. ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ
9. ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ
10. ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ
11. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ
12. ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ
13. ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ
14. ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ
15. ສະຫາຍ ພົນຈັດຕະວາ ສີພອນໄຊ ຄຳທອງເຫວີນ
16. ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ
17. ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ
18. ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ
19. ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ
20. ສະຫາຍ ພັນເອກ ສອນໄຊ ຈັນຍາລາດ
21. ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ
22. ສະຫາຍ ພົນຈັດຕະວາ ສີ ທະວີໄຊ
23. ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ
24. ສະຫາຍ ພັນເອກ ໃຈເພັດ ວົງແສນສົມ
25. ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ
26. ສະຫາຍ ພັນເອກ ພູເງິນ ພົມເມືອງ
27. ສະຫາຍ ພົນຈັດຕະວາ ປອ ຄຳຜີວ ມະນີວົງ
28. ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ
29. ສະຫາຍ ພັນເອກ ແພງສີ ເສັງວິໄຊ
30. ສະຫາຍ ພົນຈັດຕະວາ ປອ ເຜີຍເພັດ ພົມສີຈັນ
31. ສະຫາຍ ພັນເອກ ຄຳກົດ ອິນສີນາ
32. ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ
33. ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ
34. ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ
35. ສະຫາຍ ພົນຈັດຕະວາ ດຣ ນາງ ມາລີວອນ ສຸລິຍະແສງ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ອັດລົງດ້ວຍຜົນສໍາເລັດອັນຈົບງາມ