ໃນວັນທີ 12 ສິງຫາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ບັນດາອົງການ, ກອງບັນຊາການ, ວິທະຍາຄານ, ກົມກອງ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍນາຍ ແລະ ພົນທະຫານ ອ້ອມຂ້າງສໍານັກງານກະຊວງປ້ອງກັນປະເທດເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ ແຕ່ໄລຍະແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດໄດ້ເປັນຄັນທຸງເຕົ້າໂຮມຂະບວນການຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າ, ຜູ້ຊົງຄຸນວຸດທິ, ນັກຮັກຊາດ, ຮັກເອກະລາດ ແລະ ອິດສະຫຼະພາບ, ເປັນແກ່ນກາງ ຂອງແນວໂຮມເອກກະພາບແຫ່ງຊາດ ເຕົ້າໂຮມຂະບວນການຕໍ່ສູ້ກູ້ຊາດ ຂອງປະຊາຊົນ ແລະ ກຳລັງທີ່ຮັກຊາດຕ່າງໆ ຕໍ່ສູ້ເພື່ອປົກປັກຮັກສາເອກະລາດຂອງຊາດ, ເຕົ້າໂຮມກຳລັງຮັກຄວາມເປັນທຳ ແລະ ຄວາມກ້າວໜ້າ ຂອງສັງຄົມ ກໍຄືສັນຕິພາບ ເອກະລາດ ເອກະພາບ ປະຊາທິປະໄຕ ວັດທະນາຖາວອນ, ແນວລາວສ້າງຊາດ ຍັງສືບຕໍ່ດຳລົງບົດບາດເປັນຫຼັກແຫຼ່ງແນວໂຮມ ໂດຍພາຍໃຕ້ການນໍາພາຂອງພັກ ເຊິ່ງແນວລາວໃນໄລຍະໃໝ່ ແມ່ນການສ້າງມະຫາສາມັກຄີ ຂອງປວງຊົນລາວທັງຊາດ ແລະ ການເຕົ້າໂຮມກຳລັງແຮງພັດທະນາປະເທດຊາດ, ເປັນບ່ອນສຶກສາອົບຮົມປະຊາຊົນຊັ້ນຄົນຕ່າງໆ, ພີ່ນ້ອງລາວຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສັງຄົມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ, ຢຶດໝັ້ນຄວາມສາມັກຄີປອງດອງ ຂອງປະຊາຊົນລາວບັນດາເຜົ່າ ຢ່າງສະເໝີຕົ້ນສະເໝີປາຍ ໂດຍຖືສຳພັນທະພາບກຳມະກອນ, ຊາວກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ພາຍໃຕ້ການນໍາພາຂອງພັກ, ບຸກຄະລາກອນ ຂອງແນວລາວສ້າງຊາດ ທັງ 3 ໄລຍະ ແລະ ມູນເຊື້ອນໍ້າໃຈຮັກຊາດ, ເສຍສະຫຼະຜົນປະໂຫຍດສ່ວນຕົວຮັບໃຊ້ພັກ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມຕື່ນຕົວ ແລະ ສະໝັກໃຈ, ແນວລາວສ້າງຊາດ ມີມູນເຊື້ອເສີມສ້າງມິດຕະພາບ, ມິດໄມຕີ ກັບນານາຊາດ ຕາມນະໂຍບາຍຂອງພັກແຕ່ລະສະໄໝ ເປັນຕົ້ນ ສາສະໜາ, ເພດ-ໄວ, ຕ້ອນຮັບຄໍາຄິດເຫັນ ແລະ ສ່ອງແສງມານະຈິດ ຂອງປະຊາຊົນ ຕໍ່ການຈັດຕັ້ງພັກ-ລັດ ຢ່າງກວ້າງຂວາງ, ແນວລາວສ້າງຊາດ ເປັນສ່ວນປະກອບສຳຄັນທີ່ຕັດແຍກບໍ່ໄດ້ໃນລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວ ເປັນແກ່ນນໍາ, ວຽກງານແນວໂຮມໃນໄລຍະໃໝ່ ແມ່ນເສີມສ້າງມະຫາສາມັກຄີປວງຊົນລາວ, ແມ່ນການເຕົ້າໂຮມກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມແມ່ນຄວາມຮັບຜິດຊອບ ໂດຍກົງຂອງພັກ ແລະ ລັດ ກໍຄືແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ເຊິ່ງພັກເປັນຄັນທຸງ, ເປັນແກ່ນກາງຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດ ເປັນອົງການສໍາຄັນທາງການເມືອງ-ສັງຄົມ ເປັນອົງການຫຼັກແຫຼ່ງ ທັງເປັນເຈົ້າການເຕົ້າໂຮມຄວາມສາມັກຄີປະຊາຊົນທຸກຊັ້ນຄົນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກະຊວງປ້ອງກັນປະເທດ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ