ວັນທີ 3 ຕຸລາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບວຽກງານຮອບດ້ານປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມໃຫຍ່, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ ແລະ ກອງ ທົ່ວອົງການກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃນທົ່ວກອງທັບ, ບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກໃຫ້ພະນັກງານ, ໄດ້ຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວເປັນມໍຣະດົກລະດັບຊາດທາງປະຫວັດສາດ, ເຜີຍແຜ່ຜົນສຳເລັດການເປັນປະທານ ແລະ ເປັນເຈົ້າພາບກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ, ຊຸກຍູ້ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປີ 2025 ທົ່ວກອງທັບ, ຈັດຕັ້ງເຜີຍແຜ່ໂຄສະນາ-ປາຖະກະຖາວັນສໍາຄັນຕ່າງໆ ຂອງຊາດ ແລະ ສາກົນ ຢູ່ຂັ້ນກະຊວງ ແລະ ຂັ້ນກົມກອງ, ໄດ້ຢັ້ງຢືນການສ້າງນັກຮົບ ແລະ ກົມກອງວັດທະນະທໍາ, ໄດ້ຊີ້ນໍາສື່ມວນຊົນໃນກອງທັບ ເຄື່ອນໄຫວຕາມພາລະບົດບາດເປັນ ກະບອກສຽງໃຫ້ແກ່ການນໍາພັກ-ລັດ ພ້ອມນັ້ນ, ຍັງໄດ້ໃຫ້ບໍລິການແຂກເຂົ້າທ່ຽວຊົມຫໍພິພິທະພັນປະຫວັດກອງທັບ ແລະ ອະນຸສອນ ສະຖານຄຸກກັກຂັງອະດີດຜູ້ນຳພັກ-ແນວລາວຮັກຊາດ ລວມ 2.552 ຄົນ; ອ່ານຂ່າວທາງວິທະຍຸ ໄດ້ 3.432 ຂ່າວ, ຜະລິດລາຍການໂທລະພາບ ໄດ້ 334 ຂ່າວ; ບໍລິການແຂກເຂົ້າອ່ານ-ຢືມປື້ມໃນ ແລະ ນອກສະຖານທີ່ຂອງຫໍສະໝຸດກອງທັບໄດ້ 950 ຄົນ, ຜະລິດ-ຈຳໜ່າຍໜັງສືພິມກອງທັບ ລາຍວັນໄດ້ 38.280 ສະບັບ, ເຟດບຸກຂອງໜັງສືພິມກອງທັບ ອອກຂ່າວໄດ້ 1.524 ຂ່າວ ແລະ ຂ່າວເອເລັກໂຕຣນິກ ມີຜູ້ເຂົ້າຊົມ 30.762.372 ເທື່ອຄົນ ຈາກ 90 ປະເທດທົ່ວໂລກ (ຂ່າວພາສາອັງກິດ ແລະ ພາສາລາວ); ຮັບ-ຈຳໜ່າຍວາລະສານ ປ້ອງກັນຊາດ 68 ຫົວ, ຈັດພິມວາລະສານສະບັບ ປະຈຳເດືອນສິງຫາ ແລະ ກວດແກ້ສະບັບ ປະຈຳເດືອນກັນຍາ 2025; ພິມໜັງສືພິມກອງທັບ ແລະ ຂອງສະຫະພັນນັກຮົບເກົ່າແຫ່ງຊາດ ຈໍານວນ 39.780 ສະບັບ ແລະ ພິມປຶ້ມຕ່າງໆ ຈໍານວນ 9.134 ຫົວ; ສິລະປະກອນກອງທັບ ເຄື່ອນໄຫວສະແດງຮັບໃຊ້ງານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ 27 ຄັ້ງ, ຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ; ຕົກລົງບົ່ງຕົວແຕ່ງຕັ້ງປ່ຽນແທນກຳມະການຄະນະບໍລິຫານງານພັກ, ຄະນະປະຈຳພັກ, ເລຂາ, ຮອງເລຂາ ປະທານ, ຮອງປະທານກວດກາພັກ, ຮັບລາຍງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025, ຄົ້ນຄວ້າແຕ່ງຕັ້ງ-ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ເລື່ອນຊັ້ນ-ທຽບຊັ້ນ ແລະ ປະດັບທຽບຊັ້ນໃຫ້ຜູ້ທີ່ມີຜົນພົ້ນເດັ່ນ,
ຄົ້ນຄວ້າຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງລວມໝູ່ຄື: ມອບຫຼຽນໄຊພິລະອາດຫານ ຊັ້ນ (I. II, III ) ລວມ 195 ໜ່ວຍ, ຫຼຽນກຽດຕິຄຸນກອງທັບ ຈຳນວນ 213 ໜ່ວຍ, ໃບຍ້ອງຍໍຂັ້ນຕ່າງໆ ລວມ 264 ໃບ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍອັກຄີໄພ ຈໍານວນ 43 ສະຫາຍ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຜູ້ແທນສະຫະພັນແມ່ຍິງທົ່ວກອງທັບ ຄັ້ງທີ IX, ນຳພາຄະນະຜູ້ແທນ ເຂົ້າຮ່ວມ ກອງປະຊຸມໃຫຍ່ສູນກາງສະຫະພັນແມ່ຍິງລາວ; ຊຸກຍູ້ຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ, , ເປີດງານຕະຫຼາດນັດ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກກະຊວງປ້ອງກັນປະເທດ, ມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກສູນກາງແນວລາວສ້າງຊາດ-ສູນກາງອົງການພຸດທະສາສະໜາສຳພັນລາວ ນໍາໄປມອບໃຫ້ບັນດາແຂວງທີ່ປະສົບໄພນໍ້າຖ້ວມ; ຕິດຕາມ ກວດກາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ວຽກງານກອງທຶນຂອງບັນດາກົມກອງທົ່ວກອງທັບ ຢ່າງເຂັ້ມງວດ, ຈັດຕັ້ງດໍາເນີນກອງປະຊຸມຜູ້ແທນກຳມະບານທົ່ວກອງທັບ ຄັ້ງທີ VI, ຊີ້ນຳບັນດາກຳ ມະບານຮາກຖານທົ່ວກອງທັບ ສ້າງຂະບວນການ ເນື່ອງໃນໂອກາດ ວັນສໍາຄັນຕ່າງໆ ໃຫ້ມີບັນຍາກາດຟົດຟື່ນ ແລະ ກວ້າງຂວາງ. ຈາກນັ້ນ, ຕາງໜ້າແຕ່ລະກົມກອງໄດ້ຜັດປ່ຽນກັນປະກອບຄຳເຫັນຢ່າງກົງໄປກົງມາ.
ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ພ້ອມກັນນໍາພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານ ສໍາເລັດຜົນເປັນຢ່າງດີໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຍົກສູງເອົາໃຈໃສ່ປະຕິບັດທຸກຂົງເຂດວຽກງານຂອງຕົນ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ຂັ້ນເທິງມອບໝາຍໃຫ້.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ກົງຈັກການຈັດຕັ້ງ / ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ປີ 2025