ວັນທີ 23 ມິຖຸນາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ເປີດບັ້ນອົມຮົມການເມືອງ-ແນວຄິດ ປະຈໍາປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ ແລະ ຄູ-ອາຈານຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນຄໍາ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເປີດອົບຮົມວຽກງານການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025 ແລະ ຜ່ານບົດລາຍງານການກະກຽມເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025, ເຊິ່ງການຈັດຕັ້ງອົບຮົມເອກະສານວຽກງານພັກ-ວຽກງານການເມືອງໃຫ້ພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງກອງທັບ ລວມທັງໝົດມີ 4 ບົດດັ່ງນີ້: ບົດທີ 1: ວຽກງານພັກ-ວຽກງານການເມືອງໃນກອງທັບປະຊາຊົນລາວ, ບົດທີ 2: ວຽກງານພັກ-ວຽກງານການເມືອງ ໃນການປັບປຸງລະບຽບວິໄນຢູ່ກົມກອງຮາກຖານ, ບົດທີ 3: ປັດຊະຍາມາກ-ເລນິນ ແລະ ບົດທີ 4: ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕອບຕ້ານຍຸດທະສາດຫັນປ່ຽນໂດຍສັນຕິ. ຈຸດປະສົງ ເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ມີບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ສ້າງແຜນການອົບຮົມວຽກງານການເມືອງ-ແນວຄິດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງກົມກອງ, ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ຫຼັກການ ແລະ ພຶດຕິກຳວຽກງານພັກ-ວຽກງານການເມືອງໃຫ້ພະນັກງານສະມາຊິກພັກ-ນັກຮົບ ໃນທົ່ວກົມໃຫຍ່ການເມືອງກອງທັບ ໂດຍສະເພາະແມ່ນຜູ້ທີ່ບໍ່ທັນໄດ້ຜ່ານການຮໍ່າຮຽນຢ່າງເປັນລະບົບ ແລະ ເປັນການສືບຕໍ່ປັບປຸງ ກົມກອງໃຫ້ມີຄວາມສະຫງົບ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີ, ແບບແຜນວິທີເຮັດວຽກ ແລະ ເຊີດຊູຄວາມຮັບຜິດຊອບການເມືອງ ຂອງພະນັກງານໃຫ້ດີຂຶ້ນ ພ້ອມກັນເຮັດສຳເລັດໜ້າທີ່, ເພື່ອໂຄສະນາຊຸກຍູ້ປຸກລະດົມທຸກພາກສ່ວນ, ທຸກກຳລັງແຮງຢູ່ພາຍໃນທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມໃນການແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນ, ຕິດພັນກັບການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກອງ 3 ປອດ, ສ້າງກົມກອງ ແລະ ນັກຮົບວັດທະນະທຳ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ ແລະ ຮັບໝາກຜົນສູງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ເນັ້ນໜັກໃຫ້ບັນດາຄູ-ອາຈານຕະຫຼອດຮອດນັກເຝິກອົບຮົມທົ່ວກົມໃຫຍ່ການເມືອງກອງທັບ ເອົາໃຈໃສ່ສືບຕໍ່ອົບຮົມວຽກງານພັກ-ວຽກງານການເມືອງ-ນໍາພາແນວຄິດ, ເພີ່ມທະວີຄວາມເຂັ້ມແຂງໃນການປະຕິບັດລະບຽບແບບແຜນຂອງກອງທັບ, ຮັບປະກັນວັດຖຸອຸປະກອນ, ພາຫະນະເຕັກນິກ, ງົບປະມານໃຫ້ແກ່ການອົບຮົມມີຄວາມປອດໄພ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດລະບຽບວິໄນໃນການອົບຮົມໃຫ້ມີຄວາມເຂັ້ມງວດປະຕິບັດຕາມໂມງເວລາໃຫ້ຊັດເຈນ ແລະ ມີຄຸນນະພາບ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກົມໃຫຍ່ການເມືອງກອງທັບ ເປີດບັ້ນອົມຮົມການເມືອງ-ແນວຄິດ ປະຈໍາປີ 2025