ໃນວັນທີ 13 ຕຸລາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ ຄັ້ງທີ VI ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030), ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມໃຫຍ່, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ ແລະ ກອງ ທົ່ວອົງການກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.
ສະຫາຍ ພັນເອກ ອຳພອນ ສຸກວິໄຊ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໂດຍຍົກໃຫ້ເຫັນວຽກງານພົ້ນເດັ່ນຫຼາຍດ້ານໃນໄລຍະຜ່ານມາ ເຊິ່ງມີທັງຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ. ນອກນັ້ນ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຖືເປັນສໍາຄັນການສຶກສາອົບຮົມ ຍົກສູງສະຕິລະວັງຕົວປະຕິບັດເປັນປົກກະຕິຕໍ່ເນື່ອງ ທັງປັບປຸງດ້ານເນື້ອໃນຮູບແບບສຶກສາອົບຮົມດ້ວຍຫຼາຍຮູບການ, ວິທີການເຊັ່ນ: ຍູ້ແຮງຂະບວນການເຂົ້າຮ່ວມເຮັດວຽກງານປ້ອງກັນພາຍໃນ, ເອົາການປ້ອງກັນຕົນເອງ, ປ້ອງກັນການຈັດຕັ້ງ ກົມກອງເປັນສໍາຄັນ, ເປັນຫູເປັນຕາຊ່ວຍການຈັດຕັ້ງຜູ້ບັນຊາຂອງຕົນ ບໍ່ໃຫ້ລ່ວງລະເມີດລະບຽບກົດໝາຍ, ຕອບຕ້ານທຸກຖ້ອຍທຳນອງໃນການໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງຂອງພັກ-ລັດ ແລະ ເຮັດສຳເລັດໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໄດ້ຈັດຕັ້ງນຳພາ-ຊີ້ນໍາ ພະນັກງານ-ນັກຮົບພາຍໃນກົມກອງ ດຳເນີນວຽກງານປ້ອງກັນພັກ-ພະນັກງານຕາມຄວາມຮັບຜິດຊອບຂອງຕົນ ເພື່ອຄຸ້ມຄອງສະພາບການເມືອງພາຍໃນໃຫ້ໜັກແໜ້ນ, ມີຄວາມສະຫງົບປອດໄພ, ໂດຍເອົາການຈັດແບ່ງປະເພດການເມືອງພາຍໃນປະຈໍາປີໃຫ້ຊັດເຈນຕາມຈໍານວນພົນ ຂອງກົມກອງ ສູ້ຊົນເຮັດໃຫ້ປະເພດດີເດັ່ນກ້າວໜ້າ ປອດໃສ ໜັກແໜ້ນຢູ່ໃນລະດັບ 100%. ສັງລວມແລ້ວ ຕະຫຼອດ 5 ປີຜ່ານມາ, ການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ໄດ້ມີບາດກ້າວຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີຕົວເລກເພີ່ມຂຶ້ນ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ໄດ້ມີຄວາມຮັບຮູ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດມີໝາກຜົນຕົວຈິງ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ກົມກອງ ມີຄວາມສະຫງົບປອດໄພ ແລະ ເຕີບໃຫຍ່ຂະຫຍາຍຕົວບໍ່ຢຸດຢັ້ງ ເຊິ່ງສະແດງອອກຄື: ກົມກອງປອດໃສ ປອດໄພ ປອດຄະດີ 5 ປີຕໍ່ເນື່ອງ ມີ 14 ກົມກອງ, 4 ປີ ມີ 7 ກົມກອງ, 3 ປີ ມີ 2 ກົມກອງ, 2 ປີ ມີ 9 ກົມກອງ ແລະ 1 ປີ ມີ 5 ກົມກອງ. ພ້ອມດຽວກັນນັ້ນ, ຕາງໜ້າແຕ່ກົມກອງ ໄດ້ຂຶ້ນປະກອບຄຳຄິດເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ ແລະ ພ້ອມກັນສຳຜັດມື ເພື່ອຮັບເອົາຂໍ້ແຂ່ງຂັນ ແຕ່ນີ້ຮອດປີ 2030 ອີກດ້ວຍ.
ໃນພີທີ ຍັງໄດ້ມອບ ໃບຢັ້ງຢືນ ກົມກອງປອດໃສ ປອດໄພ ປອດຄະດີ ປະຈຳປີ 2024 ປະເພດ I ຈຳນວນ 27 ກົມກອງ, ປະເພດ II ຈຳນວນ 15 ກົມກອງ, ປະຈຳປີ 2025 ປະເພດ I ຈຳນວນ 18 ກົມກອງ, ປະເພດ II ຈຳນວນ 24 ກົມກອງ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານວິຊາການຜູ້ທີ່ເຮັດວຽກງານປ້ອງກັນພາຍໃນ ຈົ່ງເອົາໃຈໃສ່ເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານປ້ອງກັນພາຍໃນກອງທັບ, ວຽກງານການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊິກພັກ ຮັບຮູ້ ແລະ ເຊື່ອມຊຶມກຳແໜ້ນ ແນວທາງແຜນນະໂຍບາຍ ຂອງພັກ-ລັດ, ຈົ່ງຍົກສູງສະຕິລະວັງຕົວປະຕິວັດ ຕໍ່ສູ້ຕ້ານທຸກກົນອຸບາຍເລລ່ຽມ ຂອງສັດຕູໃຫ້ປະລາໄຊລົງ, ເອົາໃຈ ໃສ່ກຳແໜ້ນສະພາບການພາຍໃນກົມກອງ, ປັບປຸງ ແລະ ກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ໂດຍ ຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກົມໃຫຍ່ການເມືອງກອງທັບ ສະຫຼຸບຖອດຖອນບົດຮຽນ ວຽກງານປ້ອງກັນພາຍໃນ ຄັ້ງທີ VI