Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຊຸກຍູ້ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຢູ່ກອງວາລະສານປ້ອງກັນຊາດ

ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຊຸກຍູ້ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຢູ່ກອງວາລະສານປ້ອງກັນຊາດ




ໃນວັນທີ 9 ກັນຍາ 2025 ນີ້, ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບນຳໂດຍ ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຊຸກຍູ້ຂະບວນການແຂ່ງຂັນ ພາຍໃຕ້ຄໍາຂວັນ: “ຮັກຊາດ ແລະ ພັດທະນາ” ຢູ່ກອງວາລະສານປ້ອງກັນຊາດ, ມີສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມຄະນະເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເຊື່ອມຊຶມກຳແໜ້ນຄໍາສັ່ງແນະນໍາ ຂອງຂັ້ນເທິງ, ມີແຜນການ, ຂໍ້ຕົກລົງມອບໝາຍໜ້າທີ່ ຈັດຕັ້ງປະຕິບັດບັນດາເນື້ອໃນຂໍ້ແຂ່ງຂັນ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດຫຼາຍດ້ານ ພ້ອມທັງ, ຊຸກຍູ້ສຶກສາອົບຮົມພະນັກງານ ແລະ ສະມາຊິກພັກ, ນັກຮົບ ເປັນເຈົ້າການປະຕິບັດເນື້ອໃນຂໍ້ແຂ່ງຂັນ, ເຊື່ອມຊຶມກຳແໜ້ນ ແລະ ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງແຂງແຮງ, ເອົາໃຈໃສ່ກຳສະພາບການເມືອງພາຍໃນຂອງພະນັກງານ-ນັກຮົບ, ນໍາພາກົມກອງສູ້ຊົນສ້າງກອງປອດໃສ ປອດໄພ ປອດຄະດີ, ສ້າງນັກຮົບວັດທະນະທຳ ແລະ ກອງວັດທະນະທຳ ໃຫ້ມີບາດກ້າວໃໝ່ດີຂຶ້ນເປັນກ້າວໆ ສະແດງອອກ ໃນປີ 2024 ກົມກອງ ໄດ້ຮັບໃບຢັ້ງຢືນເປັນກອງປອດໃສ ປອດໄພ ປອດຄະດີ ປະເພດ I. ນອກນີ້, ຍັງໄດ້ຈັດຕັ້ງກໍາລັງປະຈຳການຂອງກົມກອງ, ຂອງກົມໃຫຍ່ການເມືອງກອງທັບ ໃນໄລຍະສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ສາມາດ ຮັບປະກັນຄວາມສະຫງົບໄດ້ 100%.
ໃນໂອກາດນີ້, ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ໃນໄລຍະ 1 ປີ ຜ່ານມາ, ການເຄື່ອນໄຫວໃນຄັ້ງນີ້ ເປັນການຊຸກຍູ້ຂະບວນການຕ່າງໆ ທົ່ວກົມໃຫຍ່ການເມືອງກອງທັບ ໃຫ້ມີຂະບວນການຟົດຟື້ນຢ່າງຕໍ່ເນື່ອງ ໂດຍສະເພາະການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ພາຍໃຕ້ຄໍາຂວັນ: “ຮັກຊາດ ແລະ ພັດທະນາ” ຕິດພັນ 4 ໜ້າທີ່ໃຫຍ່ 26 ແຜນການ ໃຫ້ປະກົດຜົນເປັນຈິງ, ຊຸກຍູ້ຂະບວນການວຽກງານວັດທະນະທຳໃນກອງທັບ ສຸມໃສ່ສ້າງນັກຮົບວັດທະນະທໍາ ແລະ ກອງວັດທະນະທຳ ຖືເປັນວຽກງານທີ່ສໍາຄັນໃນການປັບປຸງກອງທັບ ເປັນການນໍາເອົາຄຸນຄ່າວັດທະນະທຳ ລົງສູ່ພະນັກງານ-ນັກຮົບ ແລະ ເປັນການປັບປຸງຊິວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ດີຂຶ້ນ ແນໃສ່ປັບປຸງກອງທັບກ້າວຂຶ້ນເປັນກອງທັບມີແບບແຜນທັນສະໄໝ ພ້ອມທັງ, ເປັນການຈັດຕັ້ງປະຕິບັດມະຕິ ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິຂອງຄະນະພັກ ກົມໃຫຍ່ການເມືອງກອງທັບ ເຂົ້າສູ່ຊິວິດຕົວຈິງ.
ໂດຍ: ໄຊຍະເສນ ແກ້ວມະນີວົງ

ກ່ຽວກັບ mps