ໃນເວລາ 13:50 ໂມງ ຂອງວັນທີ 3 ເມສາ 2025 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາຂໍ່ານັບສົບ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.
ສະຫາຍ ທອງລຸນ ສີສຸລິດ ໄດ້ເຊັນຄໍາໄວ້ອາໄລ ມີເນື້ອໃນສຳຄັນວ່າ: ຕາງໜ້າຄະນະບໍລິຫານງານສູນກາງພັກ, ໃນນາມສ່ວນຕົວ ແລະ ຄອບຄົວ, ຂ້າພະເຈົ້າ ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ. ການຈາກໄປ ຂອງສະຫາຍ ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ, ກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກປະຕິວັດ ຜູ້ນໍາທີ່ກ້າຫານ ແລະ ດີເດັ່ນ ຂອງຊາດລາວ ເຊິ່ງໄດ້ອຸທິດຊີວິດ ເພື່ອພາລະກິດປະຕິວັດການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດ ເພື່ອຄວາມຈະເລີນວັດທະນາ ຂອງຊາດລາວ.
ຄະນະບໍລິຫານງານສູນກາງພັກ ຂໍສະແດງຄວາມເຄົາລົບຮັກ ແລະ ຂໍແບ່ງເບົາຄວາມເສົ້າໂສກ ຕໍ່ຄອບຄົວສີພັນດອນ. ປະເທດຊາດ ແລະ ປະຊາຊົນ ຂໍຈາລຶກ, ຈົດຈໍາຄຸນງາມ, ຄວາມດີ ທີ່ສະຫາຍໄດ້ອຸທິດ ເພື່ອຊາດ ເພື່ອປະຊາຊົນ; ຊື່ສຽງຮຽງນາ ມຂອງສະຫາຍ ຈະຢູ່ຄຽງຄູ່ ແລະ ຕິດພັນກັບພາລະກິດປະຕິວັດຂອງພັກເຮົາຕະຫຼອດໄປ. ຂໍໃຫ້ດວງວິນຍານຂອງ ສະຫາຍ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຂະຕິດ້ວຍ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ເຂົ້າວາງພວງມາລາຂໍ່ານັບສົບ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ