Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຄະນະຮັບຜິດຊອບວຽກງານການເມືອງ ເຄື່ອນໄຫວຊຸກຍູ້ຄະນະຮັບຜິດຊອບສວນສະໜາມ, ພະນັກງານ-ນັກຮົບ ກ້ອນທຸງໄຊ ແລະ ແກວົງ

ຄະນະຮັບຜິດຊອບວຽກງານການເມືອງ ເຄື່ອນໄຫວຊຸກຍູ້ຄະນະຮັບຜິດຊອບສວນສະໜາມ, ພະນັກງານ-ນັກຮົບ ກ້ອນທຸງໄຊ ແລະ ແກວົງ



ໃນວັນທີ 21 ຕຸລາ 2025, ຄະນະຮັບຜິດຊອບວຽກງານການເມືອງ ໄດ້ເຄື່ອນໄຫວຊຸກຍູ້ ຄະນະຮັບຜິດຊອບສວນສະໜາມ, ພະນັກງານ-ນັກຮົບ ກ້ອນທຸງໄຊ ແລະ ແກວົງ ຢູ່ກອງພັນໃຫຍ່ 279, ນໍາໂດຍ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການ ໜັງສືພິມກອງທັບ, ຄະນະຮັບຜິດຊອບວຽກງານການເມືອງ ພ້ອມດ້ວຍຄະນະ, ໂດຍມີ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫຍ່ 279 ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສະຫາຍ ພັນເອກ ວັນເຮືອງ ສີວິໄລ ໄດ້ຜ່ານຄໍາສັ່ງແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໄລຍະສັ້ນ ຂອງບັນດາກ້ອນກຳລັງຫັດແອບ ເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຈຸດປະສົງຄາດໝາຍ ເພື່ອເປັນການທົບທວນມູນເຊື້ອ 50 ປີແຫ່ງການຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ກ້າວໄປສູ່ການສະຖາປະນາ ສປປ ລາວ ຢ່າງສະຫງ່າຜ່າເຜີຍ ແລະ ມີຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອເປັນການປຸກລະດົມ-ຊຸກຍູ້ຂະບວນການຮອບດ້ານໃນທົ່ວກອງທັບໃຫ້ມີຜົນງານຕົວຈິງ ໂດຍສະເພາະແມ່ນໄລຍະກະກຽມຫັດແອບກໍາລັງເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເຮັດໃຫ້ມີຂະບວນການຟົດຟື້ນຢ່າງແຂງແຮງ ແລະ ຕໍ່ເນື່ອງ ພ້ອມກັນນັ້ນ, ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອພິລະອາດຫານ ຂອງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ເພື່ອໂຄສະນາປຸກລະດົມ ສ້າງຂະບວນການ ໃນບັນດາກ້ອນກໍາລັງສວນສະໜາມ ບຸກບືນສູ້ຊົນຈັດຕັ້ງປະຕິບັດບັນດາເນື້ອໃນການຫັດແອບ, ການຈັດຕັ້ງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງສະໜາມຫັດແອບ, ຂໍ້ກໍານົດຂອງກອງທັບ, ປະຕິບັດກົດໝາຍຂອງລັດຢ່າງເຂັ້ມງວດ, ຮັບປະກັນເຮັດໃຫ້ການເດີນສວນສະໜາມໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄັ້ງນີ້ ມີຜົນສໍາເລັດຈົບງາມ.
ພ້ອມນີ້, ຍັງໄດ້ຜ່ານຄໍາສັ່ງແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຄັດເລືອກຜົນງານຍ້ອງຍໍ ຂອງນາຍ ແລະ ພົນທະຫານທີ່ເຂົ້າຮ່ວມຫັດແອບເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈຸດປະສົງຄາດໝາຍ ເພື່ອປຸກລະດົມການປະຕິບັດໜ້າທີ່ການເມືອງ ຂອງບັນດາອະນຸກຳມະການ, ກຳລັງກ້ອນສວນສະໜາມ ນາຍ ແລະ ພົນທະຫານ ທີ່ຖືກແຕ່ງຕັ້ງເຂົ້າຮ່ວມຫັດແອບເດີນສວນສະໜາມໃນໂອກາດສະເຫຼີມສະຫຼອງ ວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນຂະບວນຟົດຟື້ນ ແນໃສ່ເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້, ເພື່ອຮັບປະກັນໃຫ້ການຄັດເລືອກຍ້ອງຍໍສັນລະເສີນ ກົມກອງລວມໝູ່ ແລະ ບຸກຄົນ ໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມມາດຕະຖານເງື່ອນໄຂທີ່ໄດ້ວາງອອກ, ເລືອກໄດ້ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການກະກຽມ ແລະ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເພື່ອຮັບປະກັນການກະກຽມ ແລະ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມີຜົນສໍາເລັດ ແລະ ຮັບປະກັນທຸກເປົ້າໝາຍການຍ້ອງຍໍ ຕ້ອງຜ່ານຂະບວນການ ແຂ່ງຂັນທຸກຄົງເຂດວຽກງານທັງຮັບປະກັນ 4 ຄາດໝາຍການແຂ່ງຂັນຄື: ໃຫ້ດີ, ໃຫ້ໄວ, ໃຫ້ຫຼາຍ ແລະ ໄດ້ຖືກກົດໝາຍ ແລະ ການຫັດແອບສວນສະໜາມຄັ້ງນີ້ ຕ້ອງຮັບປະກັນຄວາມປອດໄພ 100%.
ໂດຍ: ສອນທະສິນ ໄຊຍົນຕີ

ກ່ຽວກັບ mps