Home / ທິດສະດີຊີ້ນຳ / ປິດຊຸດອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ I ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ

ປິດຊຸດອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ I ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ

ພິທີປິດຊຸດອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ I ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2025 ນີ້, ຢູ່ທີ່ໂຮງລະຄອນ ກອງສິລະປະກອນກອງທັບ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະພັກ ກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບເຂົ້າຮ່ວມ.
ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຜົນສໍາເລັດການເຝິກອົບຮົມ ແລະ ຜ່ານຂໍ້ຕົກລົງ ຂອງກົມໂຄສະນາອົບຮົມ ວ່າດ້ວຍການມອບໃບຢັ້ງຢືນການເຝິກອົບຮົມທິດສະດີການເມືອງ ໄລຍະສັ້ນ. ຄະນະນໍາກົມໃຫຍ່ການເມືອງກອງທັບ, ກົມໂຄສະນາອົບຮົມ ກໍຄືຄະນະຮັບຜິດຊອບລວມທາງດ້ານເນື້ອໃນແຜນການ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດ ຕໍ່ການຈັດຕັ້ງປະຕິບັດແຜນການເຝິກອົບຮົມ ວຽກງານດັ່ງກ່າວ ພ້ອມນັ້ນ, ພະແນກທີ່ກ່ຽວຂ້ອງ, ຄູ-ອາຈານ ໄດ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມໜ້າທີ່, ພາລະບົດບາດຄວາມຮັບຜິດຊອບຂອງຕົນ ເປັນຕົ້ນການສ້າງແຜນການ, ເອກະສານເນື້ອໃນອົບຮົມໃຫ້ນັກເຝິກອົບຮົມ ຕາມຕາຕະລາງເຄື່ອນໄຫວອົບຮົມຢ່າງລະອຽດ ແລະ ຄົບຖ້ວນ ເຊິ່ງຜ່ານການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດແຜນການອົບຮົມຕົວຈິງເຫັນວ່າ: ນັກເຝິກອົບຮົມທຸກສະຫາຍ ມີຄວາມຮັບຮູ້, ເຊື່ອມຊຶມກຳແໜ້ນ ແລະ ເຂົ້າໃຈຕໍ່ບັນຫາ ທີ່ນໍາມາເຝິກອົບຮົມໃນຄັ້ງນີ້, ຕື່ນຕົວຫ້າວຫັນປະຕິບັດມະຕິຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ ເວົ້າລວມ, ເວົ້າສະເພາະການປະຕິບັດຂໍ້ກຳນົດ, ກົດລະບຽບຕ່າງໆ ຂອງການເຝິກອົບຮົມ, ມີຄວາມຮັບຜິດຊອບສູງ ຕໍ່ການຮໍ່າຮຽນ, ການຮັບຟັງການເຜີຍແຜ່ບັນລະຍາຍເອກະສານ, ອະທິບາຍໄຈ້ແຍກ ປະກອບຄໍາເຫັນ ແລະ ອື່ນໆ ສາມາດບັນລຸໄດ້ຕາມລະດັບຄາດໝາຍ ໃນນີ້, ການດໍາເນີນເຝິກອົບຮົມຕົວຈິງ 12 ວັນ, ບົດຮຽນທີ່ນໍາມາຂຶ້ນຫ້ອງເຝິກອົບຮົມຕົວຈິງປະກອບມີ 3 ບົດ (ລວມທັງໝົດ 84 ຊົ່ວໂມງ), ມີນັກເຝິກອົບຮົມທັງໝົດ 70 ສະຫາຍ, ປະເມີນຜົນໄດ້ຮັບ ຂັ້ນເກັ່ງ 25 ສະຫາຍ, ກາງ 35 ສະຫາຍ ແລະ ຄາດໝາຍ 9 ສະຫາຍ, ສະເລ່ຍຜົນໄດ້ຮັບລວມ 98%. ຈາກນັ້ນ, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ມອບໃບຢັ້ງຢືນ ໃຫ້ແກ່ພະນັກງານ-ນັກຮົບ ຜູ້ທີ່ສໍາເລັດການເຝິກອົບຮົມທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ I ຈໍານວນ 70 ສະຫາຍ.
ໂອກາດນີ້, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຕະຫຼອດໄລຍະຂອງການເຝິກອົບຮົມ ພ້ອມທັງ, ເນັ້ນໜັກໃຫ້ພະນັກງານ-ນັກຮົບທີ່ໄດ້ຮັບການເຝິກອົບຮົມຄັ້ງນີ້ ນໍາເອົາບັນດາເນືິ້ອໃນບົດຮຽນທີ່ໄດ້ຮໍ່າຮຽນ, ຄົ້ນຄວ້າ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ເກີດດອກອອກຜົນໃນຕໍ່ໜ້າ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps