ໃນວັນທີ 8 ຕຸລາ 2025 ນີ້, ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຄົ້ນຄວ້າເອກະພາບການຮັບເອົາຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ແລະ ການເກັບກໍາຂໍ້ມູນໂຮງຮຽນທີ່ຂາດຄູສອນ, ສະຖານທີ່ການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ນາຍ ແລະ ພົນທະຫານ ຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ 4 ປະຈຳປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ປອ ນາງ ລາດາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະຮັບຜິດຊອບ ແລະ ພະນັກງານວິຊາການຈາກສອງກະຊວງເຂົ້າຮ່ວມ.
ສະຫາຍ ພັນໂທ ສົມຈິດ ສອນສຸພັນ ຫົວໜ້າພະແນກລະດົມພົນ ກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າຜ່ານບົດສະຫຼຸບການຮັບເອົາຄູອາສາເຂົ້າເປັນກຳລັງປ້ອງກັນຊາດ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນເບື້ອງຕົ້ນ ລວມທັງດ້ານດີ, ດ້ານຄົງຄ້າງທີ່ຈະຕ້ອງຮີບຮ້ອນໃຫ້ແກ້ໄຂ. ຈາກນັ້ນ, ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ເຄື່ອນໄຫວເກັບກ້ຳຂໍ້ມູນ ຊຸດທີ 4 ແລະ ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານແຜນການ ແລະ ຕາຕະລາງການເຄື່ອນໄຫວເກັບກໍາຂໍ້ມູນ ຊຸດທີ 4 ໂດຍຈະເລີ່ມຈາກແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ແຂວງອັດຕະປື. ພ້ອມດຽວກັນນີ້, ແຕ່ລະພາກສວ່ນ ໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ຖອດຖອນບົດຮຽນໃນການຈັດຕັ້ງການເຝິກອົບຮົມໃນ 3 ຊຸດ ທີ່ຜ່ານມາ ເພື່ອເປັນພຶ້ນຖານ ແລະ ບ່ອນອີງໃຫ້ແກ່ການເຄື່ອນໄຫວເກັບກໍາຂໍ້ມູນ ກໍຄືການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ນາຍ ແລະ ພົນທະຫານ ຊຸດທີ 4 ໃຫ້ມີຜົນສຳເລັດຕາມແຜນການ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໜັກໃຫ້ແຕ່ລະພາກສ່ວນ ຍົກສູງຄວາມຮັບຜິດຊອບ, ກະກຽມຄວາມພ້ອມໃນທຸກດ້ານເຄື່ອນໄຫວຕາມພາລະບົດບາດຂອງຕົນ ເພື່ອຮັບປະກັນໃຫ້ແກ່ການດໍາເນີນງານໃນຄັ້ງນີ້ ໄປຕາມວາລະທີ່ໄດ້ກໍານົດ ແລະ ມີຜົນສໍາເລັດ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ກົງຈັກການຈັດຕັ້ງ / ປຶກສາຫາລືກ່ຽວກັບການຮັບເອົາຄູອາສາເຂົ້າເປັນທະຫານ ແລະ ກະກຽມເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ຊຸດທີ 4