Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ມອບ-ຮັບ ບັນດາໂຄງການກໍ່ສ້າງ 2 ກຸ່ມບ້ານ ແຂວງຫົວພັນ ແລະ ແຂວງຜົ້ງສາລີ

ມອບ-ຮັບ ບັນດາໂຄງການກໍ່ສ້າງ 2 ກຸ່ມບ້ານ ແຂວງຫົວພັນ ແລະ ແຂວງຜົ້ງສາລີ




ພິທີ ມອບ-ຮັບ ບັນດາໂຄງການພັດທະນາ ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ ແລະ ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ຂອງໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ນີ້, ຢູ່ເມືອງຊໍາເໜືອ ແຂວງຫົວພັນ, ຝ່າຍລາວ ນໍາໂດຍ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນໍາ ໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນເອກ ຫງວຽນ ເຕິນ ເກືອງ ກໍາມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ມີສະຫາຍ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງຫົວພັນ, ມີ ຮອງເຈົ້າແຂວງ ແຂວງຫົວພັນ ແລະ ແຂວງຜົ້ງສາລີ, ຕາງໜ້າການນໍາຈາກສູນກາງ, ບັນດາຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ບັນດາບໍລິສັດ, ແຂກທີ່ຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ມີຄໍາເຫັນຕໍ່ພິທີວ່າ: ວຽກງານພັດທະນາຊົນນະບົດ ແມ່ນວຽກງານທີ່ມີຈຸດປະສົງເພື່ອຍົກລະດັບຊີວິດ ຂອງປະຊາຊົນໃຫ້ມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ ໃນຍຸກສະໄໝໃໝ່ແຫ່ງການພັດທະນາ, ແມ່ນວຽກງານຍຸດທະສາດສຳຄັນ ແລະ ຍາວນານຂອງພັກ ແລະ ລັດສອງປະເທດ ລາວ-ຫວຽດນາມ ໄດ້ສຸມທຶນຮອນໃສ່ຈຳນວນບໍ່ໜ້ອຍເຂົ້າໃສ່ວຽກງານພັດທະນາ ບັນດາກຸ່ມບ້ານເວົ້າລວມ, ເວົ້າສະເພາະ ແມ່ນ 2 ກຸ່ມບ້ານຢູ່ ແຂວງຫົວພັນ ແລະ ແຂວງຜົ້ງສາລີ ເຊິ່ງເປັນແຂວງພູດອຍ, ເຂດຫ່າງໄກສອກຫຼີກ, ຍັງມີຄວາມຫຍຸ້ງຍາກຫຼາຍດ້ານ ຍ້ອນ 2 ກຸ່ມບ້ານມີສະພາບຫຍຸ້ງຍາກ, ພັກ-ລັດຖະບານ ຈຶ່ງຖືເປັນບູລິມະສິດໃນການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນລະບົບເສັ້ນທາງຄົມມະນາຄົມ, ລະບົບຕາຂ່າຍໄຟຟ້າ, ລະບົບນໍ້າໃຊ້, ລະບົບຊົນລະປະທານ, ໂຮງຮຽນ, ໂຮງໝໍ, ຫ້ອງການກຸ່ມບ້ານ, ໂຮງງານຜະລິດກະສິກໍາ, ໂຄງການລ້ຽງສັດໃຫຍ່ (ງົວ-ຄວາຍ), ໃນເມື່ອມີໂຄງການພັດນາ ຢູ່ບັນດາກຸ່ມບ້ານ ເຊິ່ງໄດ້ປະກອບສ່ວນເຂົ້າໃນບັນດາຂົງເຂດພັດທະນາເສດຖະກິດ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດວັດທະນະທໍາ-ສັງຄົມ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວ, ປະຊາຊົນມີເງື່ອນໄຂເຮັດການຜະລິດ ແລະ ດຳລົງຊີວິດດີຂຶ້ນເປັນກ້າວໆ.
ການຈັດຕັ້ງພິທີ ມອບ-ຮັບ ໂຄງການ 2 ກຸ່ມບ້ານ ຢ່າງເປັນທາງການໃນຄັ້ງນີ້, ແມ່ນຜົນງານການປະກອບສ່ວນອັນໃຫຍ່ຫຼວງ ຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ຊ່ວຍເຫຼືອໃນການພັດທະນາ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນການຊ່ວຍເຫຼືອພັດທະນາ 2 ກຸ່ມບ້ານ ຢູ່ແຂວງຫົວພັນ ແລະ ແຂວງຜົ້ງສາລີ, ນັບແຕ່ປີ 2005 ມາຮອດປັດຈຸບັນ ພັກ-ລັດຖະບານ ສສ ຫວຽດນາມ ໄດ້ລົງທຶນພັດທະນາບັນດາກຸ່ມບ້ານລຽບຕາມຊາຍແດນ ລາວ-ຫວຽດນາມ ທັງໝົດ 17 ກຸ່ມບ້ານ (15 ກຸ່ມບ້ານເກົ່າ ແລະ 2 ກຸ່ມບ້ານທີ່ກໍາລັງຈັດຕັ້ງພິທີ ມອບ-ຮັບ ໃນຄັ້ງນີ້) ແລະ ເພື່ອເປັນການຢັ້ງຢືນຄືນບັນດາຜົນງານ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໄດ້ມີແຜນການກະກຽມສະຫຼຸບຜົນງານ 20 ປີ (2005-2025) ການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ຕາມຄາດກະຈະຈັດຂຶ້ນໃນໄລຍະທ້າຍເດືອນຕຸລາ-ຕົ້ນເດືອນພະຈິກ 2025 ຢູ່ ສປປ ລາວ ພ້ອມກັນນັ້ນ, ຈະໄດ້ເປີດ 3 ໂຄງການພັດທະນາກຸ່ມບ້ານ ລຽບຕາມຊາຍແດນ ລາວ-ຫວຽດນາມ ຢູ່ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງອັດຕະປື ເພື່ອເປັນການສຶບຕໍ່ເສີມຂະຫຍາຍມູນເຊື້ອອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆ ຂຶ້ນ. ພ້ອມທັງ ຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນ ແຂວງຫົວພັນ ແລະ ແຂວງຜົ້ງສາລີ ຕະຫຼອດຮອດປະຊາຊົນ ຢູ່ບັນດາກຸ່ມບ້ານ ຈົ່ງພ້ອມກັນເປັນເຈົ້າການປົກປັກຮັກສາ, ພ້ອມກັນນໍາໃຊ້ໃຫ້ຍາວນານ ແລະ ເກີດປະໂຫຍດສູງສຸດ.
ສະຫາຍ ປອ ຄໍາແພງ ໄຊສົມແພງ ໄດ້ກ່າວມີຄໍາເຫັນວ່າ: ໂຄງການພັດທະນາ ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ ແລະ ໂຄງການ ພັດທະນາ ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ເປັນໂຄງການທີີ່ສອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຮ່ວມກັນຈັດຕັັ້ງປະຕິບັດ ເພືີ່ອແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ໃນ 2 ກຸ່ມບ້ານດັັ່ງກ່າວ ໃຫ້ດີຂຶ້ນກວ່າເກົ່າ ທັງເປັນການຍົກສູງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ບໍລິເວນ ຊາຍແດນ ລາວ-ຫວຽດນາມ ໃຫ້ມີຄວາມສະຫງົບ ແລະ ປອດໄພ.
ໃນພິທີ ທັງສອງຝ່າຍໄດ້ພ້ອມກັນລົງນາມບົດບັນທຶກ ມອບ-ຮັບ ບັນດາໂຄງການພັດທະນາ ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ ແລະ ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ຂອງໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ຢ່າງເປັນທາງການ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps