ໃນວັນທີ 29 ກັນຍາ 2025 ນີ້, ທີ່ ສະໂມສອນ ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີ ມອບ-ໂອນ ໂຮງຮຽນທະຫານຊາຍແດນ 712 ໄປຂຶ້ນກັບ ກອງບັນຊາການທະຫານຊາຍແດນ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ, ຜູ້ຕາງໜ້າຈາກບັນດາກົມ, ຫ້ອງການ, ກົມກອງອ້ອມຂ້າງ ແລະ ຄະນະອຳນວຍການໂຮງຮຽນທະຫານຊາຍແດນເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການໂອນທີ່ຕັ້ງ, ພາລະບົດບາດ ໂຮງຮຽນທະຫານຊາຍແດນ 712 ໄປຂຶ້ນກັບ ກອງບັນຊາການທະຫານຊາຍແດນ, ໂດຍອີງຕາມ ແຜນຍຸດທະສາດປັບປຸງກໍ່ສ້າງກຳລັງກອງທັບ ດ້ານການຈັດຕັ້ງ ແລະ ການປະກອບຈຳນວນພົນ ແຕ່ປີ 2021-2025 (ສະບັບປັບປຸງ), ອີງຕາມ ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍລະບຽບການ, ຂັ້ນຕອນ ແລະ ສິດອະນຸມັດ ກ່ຽວກັບການສ້າງຕັ້ງ, ຍົກລະດັບ, ຍຸບ, ໂອນ-ມອບຫົວໜ່ວຍການຈັດຕັ້ງຂອງກອງທັບ ແລະ ຂໍ້ກຳນົດ ກ່ຽວກັບທີ່ຕັ້ງພາລະ ບົດບາດ, ຂອບເຂດສິດ, ໜ້າທີ່ການເຄື່ອນໄຫວ, ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ອີງຕາມ ໜັງສືສະເໜີ ຂອງກົມໃຫຍ່ເສນາທິການກອງທັບ ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຕົກລົງ ໂອນທີ່ຕັ້ງ, ພາລະບົດບາດ ໂຮງຮຽນທະຫານຊາຍແດນ 712 ຈາກກົມໃຫຍ່ເສນາທິການກອງທັບ ໄປຂຶ້ນກັບ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ໂດຍກົງ-ຮອບດ້ານ: ສາຍບັນຊາວຽກງານຊາຍແດນ, ສາຍນໍາພາວຽກງານການເມືອງ, ພະລາທິການ-ເຕັກນິກ, ດ້ານງົບປະມານໂຮງຮຽນທະຫານຊາຍແດນ 712 ຮັກສາເປັນຫົວໜ່ວຍງົບປະມານເອກະລາດ ຂຶ້ນກັບກະຊວງປ້ອງກັນປະເທດຄືເກົ່າ.
ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະອໍານວຍການ ໂຮງຮຽນທະຫານຊາຍແດນ 712 ໃຫ້ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ພາຍໃນກົມກອງຢ່າງເປັນປົກກະຕິ, ເຊື່ອມຊຶມຢ່າງເລິກເຊິ່ງບັນດາທິດຊີ້ນຳ, ມະຕິ, ຄຳສັ່ງ ຂອງຄະນະພັກກະຊວງປ້ອງກັນປະເທດ ກ່ຽວກັບການກໍ່ສ້າງກໍາລັງ ເພື່ອວາງທິດທາງໃນການປັບປຸງການຈັດຕັ້ງຂອງກົມກອງໃຫ້ໜັກແໜ້ນ ເຂັ້ມແຂງ ໃຫ້ໄດ້ຮັບຜົນດີ, ເອົາໃຈໃສ່ປະຕິບັດຫຼັກລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂັ້ນຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ອອກແຮງກໍ່ສ້າງບຳລຸງພະນັກງານສືບທອດປ່ຽນແທນໃຫ້ມີຄຸນນະພາບ ເພື່ອເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ເປັນເຈົ້າການໃນການປັບປຸງກົມກອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີລະບຽບວິໄນເຂັ້ມງວດ, ມີລະບົບກຽມພ້ອມສູ້ຮົບດີ, ອົບຮົມ-ຫັດແອບວິຊາສະເພາະ ໄດ້ຕາມລະດັບຄາດໝາຍ, ເອົາໃຈໃສ່ວຽກງານແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃນກົມກອງໃຫ້ນັບມື້ດີຂຶ້ນ, ສ້າງພື້ນຖານໃຫ້ແກ່ການເຄື່ອນໄຫວຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ກົງຈັກການຈັດຕັ້ງ / ມອບ-ໂອນ ໂຮງຮຽນທະຫານຊາຍແດນ 712 ໄປຂຶ້ນກັບ ກອງບັນຊາການທະຫານຊາຍແດນ