ໃນວັນທີ 14 ຕຸລາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 14-15 ຕຸລາ 2025 ນີ້.
ໂອກາດນີ້, ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂອງສະຫາຍ ພົນເອກ ຟານວັນຢາງ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ເລິກເຊິ່ງກວ່າເກົ່າ ເວົ້າລວມ, ເວົ້າສະເພາະ ເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງກອງທັບ ລາວ-ຫວຽດນາມ ບົນຈິດໃຈມູນເຊື້ອສາຍພົວພັນທີ່ດີງາມ ແລະ ມີຄວາມຊື່ສັດຕໍ່ກັນ ຕະຫຼອດມາ ຍາມໃດ ລາວ ແລະ ຫວຽດນາມ ກໍໄດ້ຮ່ວມມື ເຊິ່ງກັນ ແລະ ກັນ ເພື່ອແນໃສ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງສອງປະເທດ .
ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດີງາມ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ໃຫ້ໝັ້ນຄົງຍາວນານ ໂດຍສະເພາະສອງກອງທັບ ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດອັນຍາວນານຂອງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ.
ໃນວັນດຽວກັນ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕື່ມອີກ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ