Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ສະແດງທົດລອງ ຄັ້ງທີ 3 ການເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ສະແດງທົດລອງ ຄັ້ງທີ 3 ການເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ


ວັນທີ 20 ຕຸລາ 2025 ນີ້,ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ມີພິທີສະແດງທົດລອງ ຄັ້ງທີ 3 ການເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ,ໂດຍມີ ພົທ ຄຳລຽງ ອຸ ທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນ ດາຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະ ເທດ,ພ້ອມດ້ວຍຄະນະນຳແຕ່ລະກ້ອນກໍາລັງເຫຼົ່າຮົບ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງ ທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ ແລະ ກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ສ້າງແຜນການ ຈັດຕັ້ງສະແດງທົດ ລອງ ຄັ້ງທີ 3 ການເດີນຂະບວນສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດຕະຫຼອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງຖືເອົາໂອກາດນີ້ ເຕົ້າໂຮມຄວາມສາມັກຄີປອງ ດອງຊາດ,ຂອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ໂດຍພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວໃຫ້ເປັນປຶກແຜ່ນ,ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກ ໃຫ້ບັນ ລຸຕາມຈຸດປະສົງຄາດໝາຍ.
ໂອກາດນີ້,ພົທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ເອົາໃຈໃສ່ໃນການຫັດແອບ,ຜ່ານການຕິດຕາມ ປຽບທຽບໃສ່ກັບ ຄັ້ງທີ 1 ແລະ ຄັ້ງທີ 2 ເຫັນວ່າດີຂຶ້ນຫຼາຍກວ່າເກົ່າ,ມີການພັດທະນາຫຼາຍຮູບການຫັດແອບ ໂດຍສະເພາະ ແມ່ນການຈັດຮູບແຖວ, ຈັງວະຕ່າງໆ, ຍັງມີບາງບັນຫາຍັງບໍ່ທັນໄດ້ດີປານໃດ, ໄລ ຍະຫ່າງແຕ່ລະຈຸໃຫ້ສະເໝີກັນ, ເອົາໃຈໃສ່ຈັງຫວະບຸກ ຄົນ, ລວມໝູ່, ຕ້ອງກໍານົດຈຸດຢືນແຕ່ລະຈຸໃຫ້ລະອຽດ, ພ້ອມທັງ ເນັ້ນໃຫ້ຄະນະກົມກອງ, ຫົວໜ້າກ້ອນກຳລັງ ແລະ ພະນັກງານ-ນັກຮົບ ເອົາໃຈໃສ່ຈັດຕັ້ງຫັດແອບຕາມແຜນການທີ່ຂັ້ນເທິງມອບໝາຍໃຫ້ບັນລຸຕາມແຜນການ.
ຈາກນັ້ນ, ບັນດາຄະນະນຳແຕ່ລະກ້ອນກຳລັງ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເອກະ ພາບກັນທາງດ້ານເນື້ອໃນ,ຮູບແບບການຫັດແອບ,ບັນດາຈັງຫວະທ່າທີຕ່າງໆ, ວິທີການຮັກສາສຸຂະພາບ,ວິທີການຢູ່ຮ່ວມກັນ ແລະ ສະເໜີວິທີການແກ້ໄຂ ໃຫ້ມີປະສິດທິພາບດີຂຶ້ນ.
ໂດຍ: ສອນທະສິນ ໄຊຍົນຕີ

ກ່ຽວກັບ mps