ວັນທີ 2 ພຶດສະພາ 2025 ນີ້, ຫ້ອງການຊາວໜຸ່ມກອງທັບ ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ມອນໄຊ ລາວມົວຊົງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ພ້ອມດ້ວຍ ພະນັກງານ-ສະມາຊິກຊາວໜຸ່ມ ຈາກບັນດາກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ມອນໄຊ ລາວມົວຊົງ ໄດ້ຫວນຄືນມູນເຊື້ອປະຫວັດການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງແມ່ນພັກປະຊາຊົນລາວ ໃນເມື່ອກ່ອນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ໄດ້ສ້າງຕັ້ງເຝິກຝົນຫຼໍໍ່ຫຼອມ ແລະ ນຳພາໂດຍກົງ ໃນນັ້ນ, ຊາວໜຸ່ມໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ, ອິດສະຫຼະພາບ, ຄວາມມີນ້ຳໃຈຮັກເຊື້ອແພງຊາດບໍ່ຍອມຈຳນົນຕໍ່ສັດຕູຜູ້ຮຸກຮານ, ນ້ຳໃຈເສຍສະຫຼະເລືອດເນື້ອເຫື່ອແຮງຂອງຊາວໜຸ່ມ ເພື່ອປະເທດຊາດ ແລະ ເພື່ອນໍາເອົາຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນລາວບັນດາເຜົ່າ ເວລາໃດຊາວໜຸ່ມ ກໍໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປະຕິວັດ ຂອງພັກປະຊາຊົນປະຕິວັດລາວ ໃນທຸກບັ້ນຮົບ ສາມາດຍາດໄດ້ໄຊຊະນະເລື້ອຍມາ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ສະຖາປະນາ ເປັນ ສປປ ລາວ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງນຳພາສະມາຊິກຊາວໜຸ່ມ ສືບຕໍ່ປະຕິບັດເນື້ອໃນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ທີ່ວາງອອກຢ່າງເຂັ້ມງວດ ເພື່ອແຂ່ງຂັນສ້າງຜົນງານດ້ານຕ່າງໆ ເພື່ອຮັບຕ້ອນວັນສໍາຄັນຂອງພັກ, ຂອງຊາດ, ຂອງກອງທັບ, ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດັ່ງຄໍາເວົ້າທີ່ວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ທັງເປັນຜູ້ສືບທອດ ທີ່ຈົງຮັກພັກດີ ຕໍ່ພັກ ຕໍ່ປະເທດຊາດ ດັ່ງຄຳເວົ້າ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກໄດ້ມອບນາມມະຍົດໄວ້ໃຫ້ຊາວໜຸ່ມທີ່ວ່າ: ຊາວໜຸ່ມ ຈົ່ງເປັນເໝືອນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ.
ທັງນີ້, ເພື່ອແນໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກຊາວໜຸ່ມໄວໜຸ່ມໃນກອງທັບ ເຫັນໄດ້ມູນເຊື້ອ, ຜົນງານ ແລະ ໄຊຊະນະ ຂອງຊາວໜຸ່ມ-ໄວໜຸ່ມ ແຕ່ລະຮຸ່ນທີ່ ຍາດມາໄດ້ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ພາຍໃຕ້ການນໍາພາ-ຊີ້ນໍາອັນສະຫຼາດສອງໃສ ຂອງພັກປະຊາຊົນປະຕິວັດລາວ, ພ້ອມກັນເປັນເຈົ້າການໃນການປັບປຸງກໍ່ສ້າງອົງການຈັດຕັ້ງຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ ສາມາດເປັນກໍາລັງແຮງປະຈັນບານຂອງກອງທັບ ແລະ ຂອງກົມກອງ ທັງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ຄວາມຮັບຮູ້ເຂົ້າໃຈຂອງຊາວໜຸ່ມ ຕໍ່ປະຫວັດສາດມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບປະຊາຊົນລາວ, ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຂອງພະນັກງານ-ນັກຮົບປະຕິວັດ ກໍຄືຜົນງານ ແລະ ໄຊຊະນະ ຂອງສະມາຊິກຊາວໜຸ່ມ-ໄວໜຸ່ມໃນແຕ່ລະຮຸ່ນຍາດມາໄດ້ ພ້ອມທັງເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຜູ້ສືບທອດທີ່ດີ.
ແຫຼ່ງທີ່ມາຂ່າວ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ຫ້ອງການຊາວໜຸ່ມກອງທັບ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ