ໃນວັນທີ 11 ກໍລະກົດ 2025, ຢູ່ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຈັດຕັ້ງພິທີ ສະເຫຼີມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025), ໂດຍການປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີບັນດາປ້າ ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ອະດີດກອງກຳລັງໄພເພດຍິງ, ອະດີດຄະນະນໍາຫ້ອງການສະຫະພັນແມ່ຍິງກອງທັບ, ພະນັກງານປະຕິບັດ ອາວຸໂສບຳນານ, ຄະນະພັກ-ຄະນະບັນຊາ ຕາງໜ້າກົມ, ຫ້ອງການ, ກອງ, ຄອບຄົວການນໍາຂັ້ນສູງ, ນັກທຸລະກິດຍິງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ໄດ້ຮັບຊົມການສະແດງສິລະປະ ຈາກກອງສິລະປະກອນກອງທັບ ເຊິ່ງສະແດງເຖິງປະຫວັດມູນເຊື້ອ ແຫ່ງການກຳເນີດ, ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 70 ປີ ທີ່ຜ່ານມາ.
ໃນໂອກາດອັນມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ຍົກໃຫ້ເຫັນການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນແຕ່ລະໄລຍະ ພາຍໃຕ້ການນໍາພາຂອງພັກ ໃນວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກໍາປະຫວັດສາດຂອງຊາດລາວ, ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາຄັນຂອງພັກ ໃນໄລຍະນັ້ນ, ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານ ແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ເຊິ່ງມີໜ້າທີ່ຕົ້ນຕໍໃນການເບິ່ງແຍງ, ລ້ຽງດູຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານຕ່າງໆ ໃຫ້ພະນັກງານ, ທະຫານ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ, ລໍາລຽງອາຫານ, ສະບຽງ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ-ນັກຮົບຢູ່ແນວໜ້າ, ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງ ປະຕິບັດວຽກງານແນວຫຼັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ປະຕິບັດວຽກງານຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ, ຄົ້ນຄວ້າກໍານົດພາລະບົດບາດ, ກົດລະບຽບ ແລະ ໂຄງການດໍາເນີນງານເພື່ອເປັນພື້ນຖານໃຫ້ແກ່ໂຄງການຈັດຕັ້ງ, ເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມ, ປຸກລະດົມຂົນຂວາຍຂະບວນການແມ່ຍິງລາວບັນດາເຜົ່າ ເຂົ້າເປັນກໍາລັງແຮງໃຫ້ແກ່ກໍາລັງການປະຕິວັດປົດປ່ອຍຊາດ. ພ້ອມນີ້, ຍັງຍົກໃຫັເຫັນຜົນງານການເຄື່ອນໄຫວ ຂອງແມ່ຍິງລາວ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະການປະກອບສ່ວນຕໍ່ສູ້ອັນພິລະອາດຫານຂອງແມ່ຍິງລາວໃນສະໄໝຕໍ່ສູ້ກູ້ຊາດ ເພື່ອຍາດເອົາໄຊຊະນະອັນລະອິດລະອ້ຽວ ຂອງແມ່ຍິງລາວບັນດາເຜົ່າ ທີ່ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບເພດຊາຍຢ່າງບໍ່ຮູ້ອິດເມື່ອຍ ເຊິ່ງເປັນຂີດໝາຍອັນສໍາຄັນຂອງປະຫວັດສາດ ຂອງຊາດລາວ.
ໂອກາດດຽວກັນນີ້, ໄດ້ມອບຂອງຂວັນທີ່ລະນຶກໃຫ້ພະນັກງານອາວຸໂສ. ຈາກນັ້ນ, ຍັງໄດ້ມີພິທີບາສີສູ່ຂວັນໃຫ້ພະນັກງານປະຕິວັດອາວຸໂສບຳນານ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ຕາມຮີດຄອງປະເພນີອັນດີງາມຂອງຊາດລາວ.
ໂດຍ: ສອນທະສິນ ໄຊຍົນຕີ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຫ້ອງການສະຫະພັນແມ່ຍິງກອງທັບ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ