ວັນທີ 8 ກໍລະກົດ 2025 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ນໍາໂດຍສະຫາຍ ພັນເອກ ບຸນຄໍາ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ຂອງໜ່ວຍພັກ ກອງວາລະສານປ້ອງກັນຊາດ, ມີສະຫາຍ ພັນໂທ ບຸນໄມ ແສງອາລຸນ ເລຂາໜ່ວຍພັກ, ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຜ່ານບົດລາຍງານຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 1 ປິຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2026 ເຊິ່ງຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກ ມີແນວຄິດການເມືອງໜັກແໜ້ນ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ຈຳແນກໄດ້ ມິດ ແລະ ສັດຕູ ຢ່າງຈະແຈ້ງ, ມີຄວາມຈົງຮັກພັກດີຕໍ່ພັກ, ມີນ້ຳໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ບູລະນະປັບປຸງການຈັດຕັ້ງໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ປັບປຸງກໍ່ສ້າງພັກປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກ, ມະຕິການນຳພາຂອງໜ່ວຍພັກວາງອອກ. ຜ່ານການຈັດຕັ້ງປະຕິບັດກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 1 ປີ ຜ່ານມາ ໜ່ວຍພັກມີສະມາຊິກພັກແຂງທັງໝົດ 29 ສະຫາຍ, ຍິງ 17 ສະຫາຍ, ບໍ່ໄດ້ແບ່ງປະເພດ 5 ສະຫາຍ, ສະມາຊິກພັກກາງ ແລະ ສະມາຊິກພັກອ່ອນບໍ່ມີ, ຕີລາຄາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນໜ່ວຍພັກປະເພດ ແຂງ ສະໄໝທີ V.
ໂອກາດນີ້, ສະຫາຍ ພັນເອກ ບຸນຄຳ ສຸນັນທາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກ ກອງວາລະສານປ້ອງກັນຊາດ ສ້າງໄດ້ໃນໄລຍະ 1 ປີ ຜ່ານມາ ພ້ອມທັງ ເນັ້ນໜັກ ໃຫ້ຄະນະໜ່ວຍພັກ ສືບຕໍ່ເອົາໃຈໃສ່ຍົກສູງພາລະບົດບາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ແລະ ເປັນເຈົ້າການໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີປະສິດທິພາບ ທັງດ້ານປະລິມານ ແລະ ຄຸນນະພາບສູງ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນ ຕາມການມອບໝາຍຂອງຂັ້ນເທິງໃຫ້ສຳເລັດຜົນຢ່າງຈົບງາມ.
ໂດຍ: ສອນທະສິນ ໄຊຍົນຕີ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຊຸກຍູ້ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກອງວາລະສານປ້ອງກັນຊາດ