ວັນທີ 14 ສິງຫາ 2025 ນີ້, ສະຫາຍ ພັນໂທ ພູທອນ ພົງວິໄລ ຮອງຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານໂຄສະນາ ຂ່າວສານ, ການຂຽນບົດລົງວາລະສານປ້ອງກັນຊາດ ຢູ່ກອງພັນໃຫຍ່ທີ 11, ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ເມກດາລາ ໄຊຍະພູມ ຫົວໜ້າຂະແໜງໂຄສະນາອົບຮົມ ພະແນກການເມືອງ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະ.
ຈຸດປະສົງ ໃນການເຄື່ອນໄຫວຄັ້ງນີ້, ເພື່ອຊຸກຍູ້ຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດຂອງພັກ, ຂອງຊາດ ເວົ້າສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອນໍາເອົາຜົນງານ, ຂະບວນການອັນພົ້ນເດັ່ນດ້ານຕ່າງໆ ຂອງກອງພັນໃຫຍ່ທີ 11 ແລະ ບັນດາກອງພັນຂຶ້ນກັບຈຳນວນໜຶ່ງ ມາຂຽນເປັນຂ່າວ, ບົດ ພິມລົງໃນວາລະສານປ້ອງກັນຊາດ ໃຫ້ມີເນື້ອໃນກວ້າງຂວາງ ແລະ ເລິກເຊິ່ງ.
ໂດຍ: ໂລຊ່າ ໄກຍະລາດ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຮອງຫົວໜ້າກອງວາລະສານ ປ້ອງກັນຊາດ ເຄື່ອນໄຫວວງກງານ ຢູ່ກອງພັນໃຫຍ່ 11