ວັນທີ 29 ເມສາ 2025 ນີ້, ຢູ່ທີ່ ນະຄອນໂຮ່ຈິມິນ ສສ ຫວຽດນາມ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ໄດ້ພົບປະໂອ້ລົມ ນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ສສ ຫວຽດນາມ ຄົບຮອບ 50 ປີ ຄື ວັນທີ (30 ເມສາ 1975-30 ເມສາ 2025).
ສະຫາຍ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະເເດງຄວາມຍ້ອງຍໍຊົມເຊີຍ ຕໍ່ຫົວໜ້າຄະນະຊີ້ນໍາກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ຕະຫຼອດຮອດພະນັກງານ-ນັກຮົບທຸກສະຫາຍ, ທີ່ໄດ້ເອົາໃຈໃສ່ຈັດຕັ້ງຫັດເເອບສວນສະໜາມ ເຖິງວ່າສະພາບອາກາດຈະຮ້ອນອົບເອົ້າ ແລະ ພົບຄວາມຫຍຸ້ງຍາກພຽງໃດກໍ່ຕາມ ແຕ່ລະສະຫາຍກໍ່ມີຄວາມ ອົດທົນ, ສູ້ຊົນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ໃນການເຂົ້າຮ່ວມສວນສະໜາມໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ສສ ຫວຽດນາມ ຄົບຮອບ 50 ປີ, ທີ່ນະຄອນໂຮ່ຈີມິນ. ພ້ອມທັງ, ຮຽກຮ້ອງໃຫ້ເເຕ່ລະສະຫາຍ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ, ເອົາໃຈໃນການເຝິກຊ້ອມຫັດແອບໃນເເຕ່ວັນ, ເອົາໃຈໃສ່ປະຕິບັດແຜນການຫັດແອບທີ່ທາງຫວຽດນາມກຳນົດໃຫ້ຢ່າງເຂັ້ມງວດ, ປະຕິບັດຮັບປະກັນການກິນ, ການຢູ່, ການນຸ່ງຖືເຄື່ອງເເບບ ຂອງນາຍ ເເລະ ພົນທະຫານໃຫ້ຖືກຕ້ອງ, ເປັນເຈົ້າການຕ້ານ ເເລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນທຸກກໍລະນີ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກເເຜນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງກໍ່ຄືປະຊາຊົນມອບໝາຍໃຫ້ສຳເລັດ ແລະ ໄດ້ຮັບໝາກຜົນສູງ.
ພາບ-ຂ່າວ: ມິກກີ້ ແກ້ວສຸວັນ (ໂທລະພາບກອງທັບ)