Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ເປີດບໍລິການຂົນສົ່ງ ຢູນີເທວ ໂລຈິສຕິກ ຢ່າງເປັນທາງການ

ເປີດບໍລິການຂົນສົ່ງ ຢູນີເທວ ໂລຈິສຕິກ ຢ່າງເປັນທາງການ







ໃນວັນທີ 15 ຕຸລາ 2025 ນີ້, ເພື່ອສະເຫຼີມສະຫຼອງວັນຄົບຮອບ 16 ປີ ແຫ່ງການກໍ່ຕັ້ງ ບໍລິສັດ ສະຕາໂທລະຄົມ (Unitel) ເຊິ່ງເປັນໜຶ່ງໃນບໍລິສັດສະມາຊິກຂອງ ບໍລິສັດຫຸ້ນສ່ວນລົງທຶນສາກົນ Viettel (Viettel Global) ປະຈໍາ ສປປ ລາວ ໄດ້ຈັດພິທີ ເປີດບໍລິການຂົນສົ່ງ ຢູນີເທວ ໂລຈິສຕິກ ຢ່າງເປັນທາງການ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ຟານ ວັນ ຢ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີ ຄະນະນໍາກະຊວງ, ອົງການ, ຂະແໜງການ ພ້ອມດ້ວຍບັນດາແຂກ ເຂົ້າຮ່ວມ.
ເພື່ອສືບຕໍ່ພາລະກິດ ໃນຖານະຜູ້ນໍາຕະຫຼອດ 16 ປີ ໃນການສ້າງໂຄງຮ່າງພື້ນຖານດ້ານໂທລະຄົມມະນາຄົມ, ຢູນີເທວ ໄດ້ຕັດສິນໃຈລົງທຶນໃນຂະແໜງຂົນສົ່ງ ໂລຈິສຕິກ ດ້ວຍຍຸດທະສາດທີ່ມີແບບແຜນ ແລະ ຂະໜາດໃຫຍ່. ຢູນີເທວ ໂລຈິສຕິກ ສ້າງຕັ້ງຂຶ້ນ ໂດຍມີເປົ້າໝາຍເພື່ອກາຍເປັນບໍລິສັດຂົນສົ່ງອັນດັບໜຶ່ງໃນ ສປປ ລາວ, ປະກອບສ່ວນຫຼຸດຜ່ອນຕົ້ນທຶນດ້ານການຂົນສົ່ງຂອງປະເທດໃຫ້ເຫຼືອ 15% ຂອງ GDP ແລະ ສ້າງວຽກເຮັດງານທໍາຫຼາຍກວ່າ 30.000 ຕຳແໜ່ງໃຫ້ກັບປະຊາຊົນລາວ ແລະ ເພື່ອເຮັດໃຫ້ເປົ້າໝາຍນີ້ ເປັນຈິງ, ຢູນີເທວ ໂລຈິສຕິກ ຈະສ້າງລະບົບນິເວດໂຄງຮ່າງພື້ນຖານທີ່ຄົບຖ້ວນ ເຊິ່ງປະກອນມີ ສູນກາງຂະໜາດໃຫຍ່ (Mega Hub) 3 ແຫ່ງໃນເຂດເສດຖະກິດທີ່ແຂວງ ອຸດົມໄຊ (3 ເຮັກຕາ), ນະຄອນຫຼວງວຽງຈັນ (7,2 ເຮັກຕາ) ແລະ ແຂວງສະຫວັນນະເຂດ (5 ເຮັກຕາ) ເຊິ່ງເຮັດໜ້າທີ່ເປັນສາງເກັບສິນຄ້າແບບຄົບວົງຈອນ (Fulfillment). ພ້ອມນັ້ນ, ຍັງມີຄັງເກັບສິນຄ້າທຸລະກິດ (Bonded Warehouse) 6 ແຫ່ງ ຢູ່ດ່ານຊາຍແດນຍຸດທະສາດກັບຫວຽດນາມ, ໄທ ແລະ ຈີນ ທີ່ມີຈຸດບໍລິການ 1.500 ແຫ່ງ, ກວມເອົາທັງ 18 ແຂວງທົ່ວປະເທດ ເຊິ່ງຫຼາຍກວ່າຄູ່ແຂ່ງລາຍໃຫຍ່ທີ່ສຸດໃນປັດຈຸບັນເຖິງສອງເທົ່າ ເພື່ອຮັບປະກັນການເຊື່ອມຕໍ່ໄປເຖິງທຸກໆ ບ້ານ, ການຈັດຕັ້ງເຄືອຂ່າຍການຂົນສົ່ງອັດສະລິຍະທີ່ປະສົມປະສານເສັ້ນທາງທາງບົກລະຫວ່າງແຂວງ 306 ເສັ້ນທາງ (ພ້ອມຄໍາໝັ້ນສັນຍາໃນການຈັດສົ່ງສູງສຸດພາຍໃນ D+3), ເສັ້ນທາງອາກາດ ທັງພາຍໃນ ແລະ ຕ່າງປະເທດ ແລະ ເສັ້ນທາງລົດໄຟທີ່ເຊື່ອມຕໍ່ ລາວ-ຈີນ ແລະ ລາວ-ໄທ. ນອກຈາກນີ້, ຢູນີເທວ ໂລຈິສຕິກ ຍັງມີການບໍລິການເພີ່ມມູນຄ່າເຊັ່ນ: ບໍລິການເກັບເງິນປາຍທາງ (COD), ການປະກັນໄພສິນຄ້າ, ສາງອັດສະລິຍະ ແລະ ທີ່ສໍາຄັນແມ່ນ ບໍລິການຈັດສົ່ງ-ຮັບເອກະສານທາງລັດຖະການ ເຊິ່ງຊ່ວຍໃຫ້ປະຊາຊົນ ລວມທັງພາກສ່ວນທຸລະກິດປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງໄດ້ສູງສຸດ. ໂຄງການ ຢູນີເທວ ໂລຈິສຕິກ ບໍ່ພຽງແຕ່ມີຄວາມໝາຍທາງດ້ານເສດຖະກິດເທົ່ານັ້ນ, ແຕ່ຍັງເປັນສັນຍະລັກແຫ່ງມິດຕະພາບ ແລະ ການຮ່ວມມືດ້ານຍຸດທະສາດທີ່ໝັ້ນຄົງລະຫວ່າງ ລາວ ແລະ ຫວຽດນາມ. ໂຄງການນີ້ ຄາດວ່າ ຈະເຮັດໃຫ້ຄຳໝັ້ນສັນຍາຂອງການຮ່ວມມື ລະຫວ່າງສອງລັດຖະບານ, ສອງກະຊວງປ້ອງກັນປະເທດເປັນຈິງຂຶ້ນ ໂດຍການຂະຫຍາຍການເຊື່ອມໂຍງຈາກໂທລະຄົມມະນາຄົມໄປສູ່ໂລຈິສຕິກ ແລະ ດ້ວຍການເປີດບໍລິການຂົນສົ່ງ ຢູນີເທວ ໂລຈິສຕິກ ໄດ້ຢັ້ງຢືນເຖິງບົດບາດການເປັນຜູ້ນໍາໃນການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ນະວັດຕະກຳທີ່ສ້າງສັນ ເພື່ອຮັບໃຊ້ປະຊາຊົນ ແລະ ໜ່ວຍງານລັດຖະບານຂອງ ສປປ ລາວ ອີກຄັ້ງ.
ການເປີດບໍລິການຂົນສົ່ງ ຢູນີເທວ ໂລຈິສຕິກ ເປັນຂີດໝາຍອັນສໍາຄັນ, ບໍ່ພຽງແຕ່ສໍາລັບ ສະຕາ ໂທລະຄົມ ເທົ່ານັ້ນ, ແຕ່ຍັງລວມເຖິງວົງການໂລຈິສຕິກຂອງ ສປປ ລາວ, ເຊິ່ງຈະເປີດທາງໄປສູ່ອະນາຄົດທີ່ສິນຄ້າສາມາດໄຫຼວຽນໄດ້ໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງຂອງປະເທດ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ກ່ຽວກັບ mps