ພິທີມອບ-ຮັບ ໜ້າທີ່ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ລະຫວ່າງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາຄະນະພັກ, ຫົວໜ້າການເມືອງ ວປກ (ຜູ້ເກົ່າ) ແລະ ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ, ຮັກສາການຫົວໜ້າການເມືອງ ວປກ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2025 ນີ້, ໂດຍມີ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງເລຂາ, ຫົວໜ້າການທະຫານ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະຮັບຜິດຊອບນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ສອນທະນູ ແກ້ວໝື່ນເຮືອງ ຫົວໜ້າຫ້ອງການ ວປກ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ໃນການເຄື່ອນໄຫວວຽກງານໄລຍະຜ່ານມາ ຂອງສະຫາຍຫົວໜ້າການເມືອງ ທີ່ໄດ້ດຳລົງຕຳແໜ່ງ ເປັນຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານຕ່າງໆ ຕາມພາລະບົດບາດ, ໜ້າທີ່ ຕາມການມອບໝາຍ. ເຊິ່ງສາມາດສ້າງໄດ້ຜົນງານຫຼາຍດ້ານ, ມີຄວາມສະຫງົບ ແລະ ມີການພັດທະນາໃນທຸກດ້ານ, ສະມາຊິກພັກ-ພະນັກງານມີແນວຄິດການເມືອງໜັກແໜ້ນ, ໂດຍສະເພາະກໍແມ່ນຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສະໄໝທີ V ແລະ ງານສະເຫຼີມສະຫຼອງ ວັນເຊັນສັນຍາແຮກສ່ຽວຂອງສອງ ວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ ແລະ ວປກ ຄົບຮອບ 15 ປີ. ໂອກາດນີ້, ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ຕໍ່ຄະນະພັກ-ຄະນະບັນຊາ, ຄູ-ອາຈານ ໃນຕະຫຼອດໄລຍະທີ່ດຳລົງຕຳແໜ່ງຜ່ານມາ, ພ້ອມທັງ ກ່າວມອບໜ້າທີ່ຢ່າງເປັນທາງການ ຕໍ່ຮັກສາການຫົວໜ້າການເມືອງ ຜູ້ໃໝ່.
ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ກ່າວຮັບໜ້າທີ່ ພ້ອມທັງກ່າວວ່າ: ຈະໃຊ້ທຸກຄວາມຮູ້ ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ໃຫ້ດີທີ່ສຸດ ຕາມທິດຊີ້ນໍາຂອງຂັ້ນເທິງໃຫ້ມີຜົນສໍາເລັດ. ຈາກນັ້ນ, ໄດ້ພ້ອມກັນລົງນາມບົດບັນທຶກການ ມອບ-ຮັບ ໜ້າທີ່ ຫົວໜ້າການເມືອງ ວິະທຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ