Home / ທິດສະດີຊີ້ນຳ / ກົມໃຫຍ່ເສນາທິການກອງທັບ ເຜີຍແຜ່ເຊື່ອມຊຶມ ແລະ ມອບໝາຍໜ້າທີ່ໃຫ້ແກ່ການກະກຽມກອງປະຊຸມໃຫຍ່ ຄັ້ງທີ VII

ກົມໃຫຍ່ເສນາທິການກອງທັບ ເຜີຍແຜ່ເຊື່ອມຊຶມ ແລະ ມອບໝາຍໜ້າທີ່ໃຫ້ແກ່ການກະກຽມກອງປະຊຸມໃຫຍ່ ຄັ້ງທີ VII

ວັນທີ 4 ກຸມພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ມອບໝາຍໜ້າທີ່ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານມະຕິຕົກລົງ ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ ວ່າດ້ວຍແຜນການ ແລະ ການແຕ່ງຕັ້ງຄະນະຊີ້ນໍາ ບັນດາອະນຸກໍາມະການ ກະກຽມຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບ, ເພື່ອເປັນການກະກຽມຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງຄະນະພັກກົມໃຫຍ່ເສນາທິການກອງທັບ ແມ່ນປະຕິບັດຕາມຫຼັກການຈັດຕັ້ງນໍາພາຂອງພັກ ກໍຄືຄໍາສັ່ງແນະນໍາ ຂອງຄະນະປະຈຳພັກ ກະຊວງປ້ອງກັນປະເທດ ແລະ ບົດແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ເຊິ່ງເປັນການທົບທວນຄືນໝາກຜົນແຫ່ງການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກ ກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກົມໃຫຍ່ເສນາທິການກອງທັບ, ເປັນບັ້ນດໍາເນີນຊີວິດການເມືອງປົວແປງພາຍໃນພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ເປັນການເປີດບັ້ນປຸກລະດົມສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກກົມໃຫຍ່ເສນາທິການກອງທັບ ແລະ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ທີ່ຈະມາເຖິງ. ພ້ອມນັ້ນ, ຍັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ບັນດາອະນຸກຳມະການ ແລະ ພາກສ່ວນຮັບໃຊ້ຕ່າງໆ ກະກຽມບົດລາຍງານການເມືອງ ທັງ 2 ພາກ, ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ແລະ ເອກະສານອື່ນໆ ທີ່ປິ່ນອ້ອມກອງປະຊຸມໃຫຍ່ ແລະ ກະກຽມເນື້ອໃນເອກະສານບັ້ນດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ຂໍ້ແຂ່ງຂັນສ້າງຂະບວນການ ມາດຖານເງື່ອນໄຂ, ຮ່າງທາບທາມ, ກຳນົດໂຄງປະກອບຈໍານວນບຸກຄະລາກອນເພື່ອຮັບສະໝັກເຂົ້າຄະນະພັກຊຸດໃໝ່, ກະກຽມແຜນງົບປະມານ, ວັດຖຸອຸປະກອນຕ່າງໆ ຮັບໃຊ້ໃນກອງປະຊຸມໃຫຍ່ ຕາມລະບຽບການກອງປະຊຸມ.
ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ບັນດາອະນຸກຳມະການ ຈົ່ງຕັ້ງໜ້າປະຕິບັດຕໍ່ໜ້າທີ່ການເມືອງຂອງຕົນ ເອົາໃຈໃສ່ບັນດາວຽກງານຕ່າງໆ ທີ່ໄດ້ຮັບມອບໝາຍ ເຮັດໃຫ້ການກະກຽມຄວາມພ້ອມຈັດຕັ້ງດໍາເນີນກອງປະຊຸມ ມີຄວາມເປັນລະບຽບຈົບງາມ ແລະ ຮັບປະກັນໃຫ້ມີຄວາມປອດໄພ 100%.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps