ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 3 ໃນວັນທີ 5 ກຸມພາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ແທນສົມບູນ-ສຳຮອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຂອງຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ V ເຊິ່ງໃນໄລຍະຜ່ານມາ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ນໍາພາ-ຊີ້ນໍາ ສຶກສາອົບຮົມໃຫ້ພະນັກງານ ສະມາຊິກພັກ-ນັກຮົບ ເຊື່ອມຊຶມ, ກໍາແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຍົກສູງອົບຮົມວຽກງານດ້ານຕ່າງໆທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ ພ້ອມທັງຈັດຕັ້ງເຜີຍແຜ່ສະພາບການຕ່າງໆເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ກໍາແໜ້ນທາດແທ້, ມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບ. ອັນພົ້ນເດັ່ນແມ່ນຂະບວນການດໍາເນີນຊີວິດການເມືອງປົວແປງພັກ-ພະນັກງານ ແລະ ຂະບວນການອົບຮົມ-ຫັດແອບ ຮັບໃຊ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ວຽກງານພະນັກງານ ໄດ້ສຸມໃສ່ກໍ່ສ້າງພະນັກງານ 3 ຮຸ່ນບົນພື້ນຖານຕ້ອງມີຮຸ່ນກາງ, ໜຸ່ມ ແລະ ອາວຸໂສ ເພື່ອໃຫ້ສອດຄອງກັບໜ້າທີ່ການເມືອງ, ຖັນແຖວພະນັກງານຢູ່ໃນກອງທັບໄດ້ຮັບການບຳລຸງ-ກໍ່ສ້າງ ແລະ ຍົກສູງລະດັບການຮຽນທີ່ມີຄຸນນະພາບ ທັງພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງ, ສັບຊ້ອນ-ມອບໝາຍໜ້າທີ່ຂອງພະນັກງານຂັ້ນນໍາພາ-ບັນຊາແມ່ນແທດເໝາະ ກັບຄວາມຮູ້-ຄວາມສາມາດ ແລະ ວິຊາສະເພາະ. ຂົງເຂດວຽກງານນະໂຍບາຍໄດ້ປະຕິບັດຕໍ່ຜູ້ທີ່ມີຜົນງານດີເດັ່ນໂດຍການສະເໜີເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານທົ່ວກອງທັບ ຂັ້ນນາຍຮ້ອຍເຖິງຂັ້ນນາຍພົນ, ຍົກຂັ້ນເງິນເດືອນໃຫ້ພະນັກງານປະຈໍາການ, ປະຕິບັດນະໂຍບາຍຮັບອຸດໜູນບໍານານເມື່ອຮອດອາຍຸກະສຽນ ແລະ ວຽກງານປິ່ນອ້ອມອື່ນໆກໍໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດເປັນຢ່າງດີ.
ໂອກາດນີ້, ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານການເມືອງທັງສອງພາກ ຢ່າງກົງໄປກົງມາ ແລະ ໄດ້ປ່ອນບັດທາບທາມຜູ້ສະໝັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຮອບທີ 3 ສໍາເລັດຕາມແຜນການ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຮອບທີ 3