Home / ທິດສະດີຊີ້ນຳ / ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກົມເສດຖະກິດ

ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກົມເສດຖະກິດ

ວັນທີ 5 ກຸມພາ 2025 ນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກົມເສດຖະກິດ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ໄຊສົງຄາມ ວໍລະຈິດ ເລຂາຄະນະພັກ, ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ໄຊສົງຄາມ ວໍລະຈິດ ໄດ້ລາຍງານສະພາບການລວມໂດຍຫຍໍ້ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານໃນຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ເຊິ່ງເຫັນວ່າມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມ ສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງ, ວຽກງານອົບຮົມ-ຫັດ ແອບການເມືອງ, ການທະຫານ, ວິຊາສະເພາະຄຸ້ມຄອງຫົວໜ່ວຍທຸລະກິດ, ການເກັບຮັກສາລາຍຮັບຈາກການເຊົ່າ, ຄຸ້ມຄອງການຮ່ວມມືກັບບໍລິສັດບໍ່ແຮ່ຕ່າງ ແລະ ວຽກງານອື່ນໆ. ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ໃຫ້ທິດຊີ້ນໍາ ໂດຍໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ແລະ ພາກພື້ນທີ່ພວມຜັນແປໄປຢ່າງສະຫຼັບຊັບຊ້ອນທີ່ມີທັງສິ່ງເອື້ອອຳນວຍ, ທ້າທາຍ ແລະ ທົດສອບຫຼາຍປະການທີ່ສົ່ງຜົນກະທົບຕໍ່ ສປປ ລາວ ໄປພ້ອມດຽວກັນນີ້ພວກອິດທິກຳລັງປໍລະປັກ ແລະ ລູກແຫຼ່ງຕີນມືຍັງສືບຕໍ່ຫວັງທໍາລາຍແນວທາງນະໂຍບາຍຂອງພັກ-ລັດ ດ້ວຍຫຼາຍວິທີ ທີ່ເລິກແລບ, ພ້ອມທັງ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ເຂັ້ມງວດເພີ່ມທະວີການນໍາພາ-ຊີ້ນຳ ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານ ມີຄຸນທາດ ການເມືອງໜັກແໜ້ນ, ມີທັດສະນະມະຫາຊົນຢ່າງກວ້າງຂວາງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຕັ້ງຕໍ່ບໍລິສຸດ, ຈົງຮັກພັກດີຕໍ່ພັກ-ລັດ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ ແລະ ປະຕິບັດຕາມຫຼັກການຂອງພັກ, ເຮັດວຽກແບບລວມສູນ ປະຊາທິປະໄຕ ນໍາພາເປັນໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເອົາໃຈໃສ່ປັນປຸງໜ້າທີ່ວຽກງານວິຊາສະເພາະໃຫ້ມີຄວາມກ້າວໜ້າ ຕາມທິດຫັນກອງທັບໃຫ້ກາຍເປັນກອງທັບທີມີແບບແຜນວິທະຍາສາດ ແລະ ທັນສະໄໝ, ເອົາໃຈໃສ່ປັບປຸງວຽກງານກໍ່ສ້າງພັກ-ພະນັກງານ ແລະ ມະຫາຊົນ, ຊຸກຍູ້ຂະບວນການອົງການຈັດຕັ້ງມະຫາຊົນ, ເປັນເສນາທິການໃຫ້ຄະນະພັກຫ້ອງວ່າການກະຊວງປ້ອງກັນປະເທດ, ວຽກງານກໍ່ສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງ 3 ປອດ (ປອດໃສ ປອດໄພ ປອດຄະດີ), ກົມກອງ-ນັກຮົບວັດທະນະທໍາ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ

ກ່ຽວກັບ mps