ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 2 ໃນວັນທີ 6 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາສະຫາຍຄະນະພັກ-ຄະນະບັນຊາ, ຜູ້ແທນສົມບູນ-ສໍາຮອງ, ມີບັນດາຄະນະກົມ, ຫ້ອງການ, ກອງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ ສົມບູນ ແລະ ສຳຮອງເຂົ້າຮ່ວມ.
ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຂອງຄະນະບໍລິຫານງານພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ VI ເຊິ່ງໃນໄລຍະຜ່ານມາ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ນໍາພາ-ຊີ້ນໍາສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ-ນັກຮົບ ເຊື່ອມຊຶມ, ກໍາແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຈັດຕັ້ງຜັນຂະຫຍາຍ ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ ເພື່ອເຮັດສຳເລັດພາລະບົດບາດ ຂອງ ຫ້ອງວ່າການກະຊວງ ຄື: ເປັນເສນາທິການ, ເປັນຜູ້ປະສານງານ ແລະ ເປັນຜູ້ບໍລິການຮັບໃຊ້ຂັ້ນເທິງ, ໄດ້ເອົາໃຈໃສ່ນໍາພາບັນດາກົມກອງຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ, 4 ຄາດໝາຍ ຕິດພັນກັບວຽກກງານ 3 ສ້າງ, ວຽກງານພັກ, ໄດ້ປັບປຸງ-ກໍ່ສ້າງພັກ ແລະ ຂະຫຍາຍພັກເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນນໍາພາທີ່ດີ, ໄດ້ຈັດຕັ້ງດໍາເນີນຊີວິດການເມືອງພາຍໃນພັກເປັນປະຈໍາ ເພື່ອຍົກສູງຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ຄວາມຮູ້ ຄວາມສາມາດ ແລະ ມີແບບແຜນນໍາພາ ທີ່ດີ, ປັດຈຸບັນ ຄະນະພັກອົງການ ຫ້ອງວ່າການກະຊວງ ມີ 4 ຄະນະພັກຮາກຖານ, ມີ 11 ໜ່ວຍພັກຮາກຖານ, ມີ 31 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 954 ສະຫາຍ, ຍິງ 238 ສະຫາຍ, ສໍາຮອງ 36 ສະຫາຍ, ຍິງ 10 ສະຫາຍ, ອັດຕາສ່ວນການນໍາພາ 90,4%, ໄລຍະ 5 ປີຜ່ານມາ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ຈໍານວນ 161 ໜ່ວຍພັກ, ໜ່ວຍພັກກາງ ຈໍານວນ 12 ໜ່ວຍພັກ, ກົມກອງ ປອດໃສ ປອດໄພ ປອດຄະດີ ປະເພດ I ຈຳນວນ 167 ກົມກອງ, ປະເພດ II ຈຳນວນ 5 ກົມກອງ, ມີສະມາຊິກ ພັກແຂງ 2.911 ສະຫາຍ ເທົ່າກັບ 84,85%, ກາງ 124 ສະຫາຍ ເທົ່າກັບ 3,08%, ອ່ອນ 02 ສະຫາຍ ເທົ່າ ກັບ 0,05%, ສະມາຊິກພັກເສຍທາດ 1 ສະຫາຍ ເທົ່າກັບ 0,02%, ບໍ່ໄດ້ແບ່ງປະເພດ 396 ສະຫາຍ ເທົ່າກັບ 11,18%; ມອບບັດສະມາຊິກພັກສົມບູນຈຳນວນ 80 ສະຫາຍ; ປັບປຸງ ແລະ ບົງຕົວແຕ່ງຕັ້ງຄະນະປະຈຳພັກ-ກຳມະການຄະນະພັກ ອົງການຫ້ອງວ່າການກະຊວງ ແລະ ຄະນະພັກຮາກຖານ, ບັນດາໜ່ວຍພັກຈໍານວນໜຶ່ງທີ່ຂຶ້ນກັບຄະນະພັກອົງການຫ້ອງວ່າການກະຊວງ; ຢັ້ງຢືນການຮຽນສະໜັບສະໜູນມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າພັກຈໍານວນ 315 ສະຫາຍ, ອະນຸມັດໃຫ້ມະຫາຊົນຜູ້ກ້າວໜ້າເຂົ້າພັກສຳຮອງ 258 ສະຫາຍ, ຍິງ 70 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 176 ສະຫາຍ, ຍິງ 45 ສະຫາຍ, ຍົກຍ້າຍຮ່ວມຊີວິດພັກ 165 ສະຫາຍ, ຍິງ 60 ສະຫາຍ, ຍົກຍ້າຍມາເພີ່ມ 160 ສະຫາຍ, ຍິງ 31 ສະຫາຍ, ວຽກງານພະນັກງານ ໄດ້ສຸມໃສ່ກໍ່ສ້າງພະນັກງານ 3 ຮຸ່ນ ບົນພື້ນຖານຕ້ອງມີຮຸ່ນກາງ, ໜຸ່ມ ແລະ ອາວຸໂສ ເພື່ອໃຫ້ສອດຄອງກັບໜ້າທີ່ການເມືອງ, ຖັນແຖວພະນັກງານຢູ່ໃນກອງທັບໄດ້ຮັບການບຳລຸງ-ກໍ່ສ້າງ ແລະ ຍົກສູງລະດັບການຮຽນທີ່ມີຄຸນນະພາບ ທັງພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງ, ສັບຊ້ອນ-ມອບໝາຍໜ້າທີ່ຂອງພະນັກງານຂັ້ນນໍາພາ-ບັນຊາສົມຄູ່ກັບຄວາມຮູ້ ຄວາມສາມາດ ແລະ ວິຊາສະເພາະ.
ຂົງເຂດວຽກງານນະໂຍບາຍໄດ້ປະຕິບັດຕໍ່ຜູ້ທີ່ມີຜົນງານດີເດັ່ນໂດຍການສະເໜີເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຂັ້ນນາຍຮ້ອຍເຖິງຂັ້ນນາຍພົນ, ຍົກຂັ້ນເງິນເດືອນໃຫ້ພະນັກງານປະຈໍາການ, ປະຕິບັດນະໂຍບາຍຮັບອຸດໜູນບໍານານເມື່ອຮອດອາຍຸກະສຽນ ແລະ ວຽກງານອື່ນໆ. ໂອກາດນີ້, ຜູ້ແທນກອງປະຊຸມໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານການເມືອງທັງສອງພາກ ຢ່າງກົງໄປກົງມາ ແລະ ໄດ້ປ່ອນບັດທາບທາມຜູ້ສະໝັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 2 ຕື່ມອີກ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 2